ອະຣິຍະສັຈພາກຕົ້ນ
ໜ້າ/ 382
ມິຄະຊາລະ ! ຮູບ ທັງຫຼາຍທີ່ເຫັນດ້ວຍຕາ ອັນເປັນຮູບທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ເປັນທີ່ຍົວະຍວນຊວນໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່. ຖ້າພິກຂຸເພີດເພີນ ພໍ່າສັນເສີນ ສະຢົບມົວເມົາໃນຮູບນັ້ນແລ້ວ; ເມື່ອພິກຂຸນັ້ນ ເພີດເພີນ ພໍ່າສັນເສີນສະຢົບມົວເມົາໃນຮູບນັ້ນຢູ່, ນັນທິ (ຄວາມເພີນ) ຍ່ອມເກີດຂຶ້ນ. ມິຄະຊາລະ ! ເຮົາກ່າວວ່າ “ຄວາມເກີດຂຶ້ນແຫ່ງທຸກຂ໌ ມີໄດ້ ເພາະຄວາມເກີດຂຶ້ນແຫ່ງນັນທິ (ຄວາມເພີນ)” ດັ່ງນີ້
ພາກ ໒ - ສະມະທະຢະອະຣິຍະສັຈຈ໌ ໓໔໕
(ໃນກໍລະນີ ແຫ່ງສຽງທີ່ໄດ້ຍິນດ້ວຍຫູ ກິ່ນທີ່ດົມດ້ວຍດັງ ຣົສທີ່ຊີມດ້ວຍລີ້ນ ໂຜຕຖັພພະທີ່ສັມຜັສດ້ວຍຜິວກາຍ ແລະທັມມາຣົມທີ່ຮູ້ແຈ້ງດ້ວຍໃຈ ກໍໄດ້ຕຣັດໄວ້ ໂດຍເຊັ່ນດຽວກັນກັບໃນກໍລະນີແຫ່ງຮູບ ທີ່ເຫັນດ້ວຍຕາ)
- ສລາ. ສັງ. ໑໘/໔໕/໖໘.
ອາການເກີດຂຶ້ນແຫ່ງໂລກ
ພິກຂຸ ທ. ! ການກໍ່ຂຶ້ນແຫ່ງໂລກ (ປັນຈຸປາທານຂັນທ໌) ເປັນແນວໃດໜໍ ?
ພິກຂຸ ທ. ! ເພາະອາໄສຕາດ້ວຍ ຮູບດ້ວຍ ຈຶ່ງເກີດຈັກຂຸວິນຍານຂຶ້ນ ; ການປະຈວບພໍ້ພ້ອມ (ແຫ່ງຕາ+ຮູບ+ຈັກຂຸວິນຍານ) ທັງສາມຢ່າງນັ້ນ ຈຶ່ງເກີດມີຜັສສະ ; ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ ; ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ ; ເພາະຕັນຫາເປັນປັຈຈັຍ ຈຶ່ງເກີດມີອຸປາທານ ; ເພາະອຸປາທານເປັນປັຈຈັຍ ຈຶ່ງເກີດມີພົບ ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ ; ເພາະຊາດເປັນປັຈຈັຍ ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ນີ້ຄື ການກໍ່ຂຶ້ນແຫ່ງໂລກ.
ພິກຂຸ ທ. ! ເພາະອາໄສຫູດ້ວຍ ສຽງດ້ວຍ ຈຶ່ງເກີດໂສຕະວິນຍານຂຶ້ນ ; ການປະຈວບພໍ້ພ້ອມ (ແຫ່ງຫູ+ສຽງ+ໂສຕະວິນຍານ) ທັງສາມຢ່າງນັ້ນ ຈຶ່ງເກີດມີຜັສສະ ; ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ ; ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ ; ເພາະຕັນຫາເປັນປັຈຈັຍ ຈຶ່ງເກີດມີອຸປາທານ ; ເພາະອຸປາທານເປັນປັຈຈັຍ ຈຶ່ງເກີດມີພົບ ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ ; ເພາະຊາດເປັນປັຈຈັຍ ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ນີ້ຄື ການກໍ່ຂຶ້ນແຫ່ງໂລກ.
໓໔໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ເພາະອາໄສດັງດ້ວຍ ກິ່ນດ້ວຍ ຈຶ່ງເກີດຄານະວິນຍານຂຶ້ນ ; ການປະຈວບພໍ້ພ້ອມ (ແຫ່ງດັງ+ກິ່ນ+ຄານະວິນຍານ) ທັງສາມຢ່າງນັ້ນ ຈຶ່ງເກີດມີຜັສສະ ; ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ ; ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ ; ເພາະຕັນຫາເປັນປັຈຈັຍ ຈຶ່ງເກີດມີອຸປາທານ ; ເພາະອຸປາທານເປັນປັຈຈັຍ ຈຶ່ງເກີດມີພົບ ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ ; ເພາະຊາດເປັນປັຈຈັຍ ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ນີ້ຄື ການກໍ່ຂຶ້ນແຫ່ງໂລກ.
ພິກຂຸ ທ. ! ເພາະອາໄສລີ້ນດ້ວຍ ຣົສດ້ວຍ ຈຶ່ງເກີດຊິວຫາວິນຍານຂຶ້ນ ; ການປະຈວບພໍ້ພ້ອມ (ແຫ່ງລີ້ນ+ຣົສ+ຊິວຫາວິນຍານ) ທັງສາມຢ່າງນັ້ນ ຈຶ່ງເກີດມີຜັສສະ ; ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ ; ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ ; ເພາະຕັນຫາເປັນປັຈຈັຍ ຈຶ່ງເກີດມີອຸປາທານ ; ເພາະອຸປາທານເປັນປັຈຈັຍ ຈຶ່ງເກີດມີພົບ ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ ; ເພາະຊາດເປັນປັຈຈັຍ ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ນີ້ຄື ການກໍ່ຂຶ້ນແຫ່ງໂລກ.
ພິກຂຸ ທ. ! ເພາະອາໄສກາຍດ້ວຍ ໂຜຕຖັພພະດ້ວຍ ຈຶ່ງເກີດກາຍະວິນຍານຂຶ້ນ ; ການປະຈວບພໍ້ພ້ອມ (ແຫ່ງກາຍ+ໂຜຕຖັພພະ+ກາຍະວິນຍານ) ທັງສາມຢ່າງນັ້ນ ຈຶ່ງເກີດມີຜັສສະ ; ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ ; ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ ; ເພາະຕັນຫາເປັນປັຈຈັຍ ຈຶ່ງເກີດມີອຸປາທານ ; ເພາະອຸປາທານເປັນປັຈຈັຍ ຈຶ່ງເກີດມີພົບ ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ ; ເພາະຊາດເປັນປັຈຈັຍ ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັດສະ ແລະອຸປາຍາສະ ຈຶ່ງເກີດມີພ້ອມ. ນີ້ຄື ການກໍ່ຂຶ້ນແຫ່ງໂລກ.








