ອະຣິຍະສັຈພາກຕົ້ນ

ໜ້າ/ 382

ຄາມະນິ ! ມີບໍ່ ມະນຸສສ໌ໃນໝູ່ບ້ານອຸຣຸເວລະກັບປະນີ້ ທີ່ຖືກຂ້າ ຖືກຈັບຂັງຖືກເຮັດໃຫ້ເສື່ອມເສຍ ຖືກຕິຕຽນແລ້ວ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະ ຈະບໍ່ເກີດຂຶ້ນແກ່ທ່ານ ? “ມີ ຂ້ານ້ອຍ !”

ຄາມະນິ ! ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ທີ່ຄວາມໂສກ (ເປັນຕົ້ນ)ເກີດຂຶ້ນແກ່ທ່ານ ເພາະມະນຸສສ໌ພວກໜຶ່ງ ແລະບໍ່ເກີດຂຶ້ນແກ່ທ່ານ ເພາະມະນຸສສ໌ພວກໜຶ່ງ ?

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເພາະວ່າ ສັນທະຣາຄະຂອງຂ້ານ້ອຍມີຢູ່ ໃນໝູ່ມະນຸສສ໌ ທີ່ເຮັດໃຫ້ຄວາມໂສກ (ເປັນຕົ້ນ) ເກີດຂຶ້ນແກ່ຂ້ານ້ອຍ ແລະສັນທະຣາຄະຂອງຂ້ານ້ອຍ ບໍ່ມີຢູ່ ໃນໝູ່ມະນຸສສ໌ ທີ່ບໍ່ເຮັດໃຫ້ຄວາມໂສກ (ເປັນຕົ້ນ) ເກີດຂຶ້ນແກ່ຂ້ານ້ອຍ.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໔໑

ຄາມະນິ ! ດ້ວຍທັມນີ້ ອັນທ່ານເຫັນແລ້ວ ຮູ້ແຈ້ງແລ້ວ ບັນລຸແລ້ວ ຢັ່ງລົງທົ່ວເຖິງແລ້ວ ອັນບໍ່ຂຶ້ນຢູ່ກັບເວລາ ທ່ານຈົ່ງນໍາໄປ ຊຶ່ງນັຍຍະນີ້ສູ່ທັມ ໃນອະດີຕ ແລະອະນາຄົຕວ່າ “ທຸກຂ໌ໃດໆ ທີ່ເກີດຂຶ້ນແລ້ວໃນອະດີຕ ທຸກຂ໌ທັງໝົດນັ້ນ ມີສັນທະເປັນມູນ ມີສັນທະເປັນເຫຕ ເພາະວ່າ ສັນທະເປັນມູນເຫຕແຫ່ງທຸກຂ໌; ແລະທຸກຂ໌ໃດໆ ອັນຈະເກີດຂຶ້ນໃນອະນາຄົຕ ທຸກຂ໌ທັງໝົດນັ້ນ ກໍມີສັນທະເປັນມູນ ມີສັນທະເປັນເຫຕເພາະວ່າ ສັນທະເປັນມູນເຫຕແຫ່ງທຸກຂ໌,” ດັ່ງນີ້.

- ສະລາ. ສັງ. ໑໘/໔໐໓/໖໒໗.

(ອາຣົມເພື່ອການຕັ້ງຢູ່ໄດ້ຂອງວິນຍານ)

ອາການເກີດຂຶ້ນແຫ່ງຄວາມທຸກຂ໌ (ອີກປະຣິຍາຍໜຶ່ງ)

(ຊົງສະແດງດ້ວຍອາຣົມເປັນທີ່ຕັ້ງແຫ່ງພົບໃໝ່)

ພິກຂຸ ທ. ! ຖ້າບຸຄຄົລຍ່ອມຄິດ (ເຈເຕຕິ) ເຖິງສິ່ງໃດຢູ່, ຍ່ອມດໍາຣິ (ປະກັບເປຕິ) ເຖິງສິ່ງໃດຢູ່, ແລະຍ່ອມມີຈິຕຝັງລົງໄປ (ອະນຸເສຕິ) ໃນສິ່ງໃດຢູ່ ; ສິ່ງນັ້ນ ຍ່ອມເປັນອາຣົມ ເພື່ອການຕັ້ງຢູ່ແຫ່ງວິນຍານ. ເມື່ອອາຣົມມີຢູ່, ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານຍ່ອມມີ ; ເມື່ອວິນຍານນັ້ນ ຕັ້ງຂຶ້ນສະເພາະ ຈະເຣີນງອກງາມແລ້ວ, ຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປຍ່ອມມີ ; ເມື່ອຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປມີ, ຊາຕຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນຕໍ່ໄປ : ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.

ພິກຂຸ ທ. ! ຖ້າບຸຄຄົລຍ່ອມບໍ່ຄິດ (ໂນ ເຈເຕຕິ) ເຖິງສິ່ງໃດ, ຍ່ອມບໍ່ດໍາຣິ (ໂນ ປະກັບເປຕິ) ເຖິງສິ່ງໃດ, ແຕ່ເຂົາຍັງມີໃຈຝັງລົງໄປ (ອະນຸເສຕິ) ໃນສິ່ງໃດຢູ່ ; ສິ່ງນັ້ນ ຍ່ອມເປັນອາຣົມ ເພື່ອການຕັ້ງຢູ່ແຫ່ງວິນຍານ. ເມື່ອອາຣົມມີຢູ່,

໓໔໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານ ຍ່ອມມີ ; ເມື່ອວິນຍານນັ້ນ ຕັ້ງຂຶ້ນສະເພາະ ຈະເຣີນງອກງາມແລ້ວ, ຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປ ຍ່ອມມີ ; ເມື່ອຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປມີ, ຊາຕຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຍ່ອມເກີດຂຶ້ນຄົບຖ້ວນຕໍ່ໄປ : ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.

- ນິທານ. ສັງ. ໑໖/໗໘/໑໔໕.

ອາການເກີດຂຶ້ນແຫ່ງຄວາມທຸກຂ໌ (ອີກປະຣິຍາຍໜຶ່ງ)

(ຊົງສະແດງດ້ວຍອາຣົມເປັນທີ່ກ້າວລົງແຫ່ງນາມຮູບ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ