ອະຣິຍະສັຈພາກຕົ້ນ
ໜ້າ/ 382
ຖືກແລ້ວ ຖືກແລ້ວ ອານົນທ໌ ! ຕາມທີ່ສາຣີບຸດ ເມື່ອຕອບບັນຫາ ໃນລັກສະນະນັ້ນ ເຊັ່ນນັ້ນ, ຊື່ວ່າ ໄດ້ຕອບໂດຍຖືກຕ້ອງ : ອານົນທ໌ ! ຄວາມທຸກຂ໌ນັ້ນເຮົາກ່າວວ່າ ເປັນສິ່ງທີ່ອາໄສປັຈຈັຍ ເຍື່ອງໃດເຍື່ອງໜຶ່ງ ແລ້ວເກີດຂຶ້ນ (ເອີ້ນວ່າປະຕິຈຈະສະມຸບປັນນະທັມ). ຄວາມທຸກຂ໌ນັ້ນ ອາໄສປັຈຈັຍອັນໃດໜໍ ? ຄວາມທຸກຂ໌ນັ້ນອາໄສປັຈຈັຍຄື ຜັສສະ, ຜູ້ກ່າວເຊັ່ນນີ້ແລ ຊື່ວ່າກ່າວຖືກຕົງ ຕາມທີ່ເຮົາກ່າວ ບໍ່ເປັນການກ່າວຕູ່ເຮົາດ້ວຍຄວາມບໍ່ຈິງ; ແຕ່ເປັນການກ່າວໂດຍຖືກຕ້ອງ ແລະ ສະຫະທັມມິກະບາງຄົນ ທີ່ກ່າວຕາມ ກໍຈະບໍ່ໄດ້ກາຍເປັນ ຜູ້ຄວນຖືກຕໍານິໄປດ້ວຍ.
ອານົນທ໌ ! ໃນບັນດາສະມະນະພຣາມ ທີ່ກ່າວສອນເລື່ອງກັມທັງສີ່ພວກນັ້ນ: ສະມະນະພຣາມ ທີ່ກ່າວສອນເລື່ອງກັມ ພວກໃດຍ່ອມບັນຍັຕຄວາມທຸກຂ໌ວ່າ ເປັນສິ່ງທີ່ຕົນເຮັດເອົາດ້ວຍຕົນເອງ, ເຖິງແມ່ນຄວາມທຸກຂ໌ ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະເປັນປັຈຈັຍ ຈຶ່ງເກີດມີໄດ້, ສະມະນະພຣາມທີ່ກ່າວສອນເລື່ອງກັມ ພວກໃດຍ່ອມບັນຍັຕຄວາມທຸກຂ໌ ວ່າ ເປັນສິ່ງທີ່ຜູ້ອື່ນເຮັດໃຫ້, ເຖິງແມ່ນຄວາມທຸກຂ໌ ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະເປັນປັຈຈັຍ ຈຶ່ງເກີດມີໄດ້; ສະມະນະພຣາມ ທີ່ກ່າວສອນເລື່ອງກັມ ພວກໃດຍ່ອມບັນຍັຕຄວາມທຸກຂ໌ ວ່າ ເປັນສິ່ງທີ່ຕົນເຮັດເອົາດ້ວຍຕົນເອງດ້ວຍ ຜູ້ອື່ນເຮັດໃຫ້ດ້ວຍເຖິງແມ່ນຄວາມທຸກຂ໌ ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະເປັນປັຈຈັຍ ຈຶ່ງເກີດມີໄດ້;
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໓໙
ເຖິງແມ່ນສະມະນະພຣາມ ທີ່ກ່າວສອນເລື່ອງກັມ ພວກໃດຍ່ອມບັນຍັຕຄວາມທຸກຂ໌ ວ່າ ເປັນສິ່ງທີ່ບໍ່ແມ່ນເຮັດເອງ ຫຼືໃຜເຮັດໃຫ້ກໍເກີດຂຶ້ນໄດ້ ກໍຕາມ. ເຖິງແມ່ນຄວາມທຸກຂ໌ ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະເປັນປັຈຈັຍ ຈຶ່ງເກີດມີໄດ້ ຢູ່ນັ້ນເອງ.
- ນິທານ. ສັງ. ໑໖/໔໐/໗໕.
ອາການເກີດແຫ່ງຄວາມທຸກຂ໌ (ອີກປະຣິຍາຍໜຶ່ງ)
(ຊົງສະແດງດ້ວຍນັນທິ)
ພິກຂຸ ທ. ! ພິກຂຸນັ້ນ ຍ່ອມເພີດເພີນ ຍ່ອມພໍ່າສັນເສີນ ຍ່ອມເມົາມົກຢູ່ຊຶ່ງ ຮູບ. ເມື່ອພິກຂຸນັ້ນເພີດເພີນ ພໍ່າສັນເສີນ ເມົາມົກຢູ່ຊຶ່ງ ຮູບ, ນັນທິ (ຄວາມເພີນ) ຍ່ອມເກີດຂຶ້ນ. ຄວາມເພີນໃດໃນຮູບ, ຄວາມເພີນນັ້ນຄື ອຸປາທານ. ເພາະອຸປາທານຂອງພິກຂຸນັ້ນເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນພ້ອມ : ຄວາມເກີດຂຶ້ນແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການ ດັ່ງນີ້.
(ໃນກໍລະນີ ແຫ່ງ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຂໍ້ຄວາມ ທີ່ຕຣັດເຊັ່ນດຽວກັບ ໃນກໍລະນີແຫ່ງຮູບ).
- ຂັນທະ. ສັງ. ໑໗/໑໘/໒໘.
ອາການເກີດແຫ່ງຄວາມທຸກຂ໌ (ອີກປະຣິຍາຍໜຶ່ງ)
(ຊົງສະແດງດ້ວຍສັນທະຣາຄະ)
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍ ຂໍໂອກາດ ຂໍພຣະຜູ້ມີພຣະພາຄ ຈົ່ງຊົງສະແດງຊຶ່ງຄວາມເກີດ ແລະຄວາມດັບໄປ ແຫ່ງທຸກຂ໌ ແກ່ຂ້ານ້ອຍເຖີ້ນ.”
໓໔໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຄາມະນິ ! ຖ້າເຮົາຈະສະແດງ ຄວາມເກີດ ແລະຄວາມດັບແຫ່ງທຸກຂ໌ແກ່ທ່ານ ປາຣົບອະດີຕະກາລະຍາວໄກ ວ່າມັນໄດ້ມີແລ້ວເຊັ່ນນີ້ ໃນອະດີຕະກາລດັ່ງນີ້ແລ້ວ, ຄວາມສົງໄສ ຄຸ້ມຄິດ ໃນຂໍ້ນັ້ນ ກໍຈະຍ່ອມມີແກ່ທ່ານ. ຖ້າເຮົາຈະສະແດງຄວາມເກີດ ແລະຄວາມດັບແຫ່ງທຸກຂ໌ ປາຣົບອະນາຄົຕຕະກາລະຍາວໄກ ວ່າມັນໄດ້ມີແລ້ວເຊັ່ນນີ້ ໃນອະນາຄົຕຕະກາລດັ່ງນີ້ແລ້ວ, ຄວາມສົງໄສ ຄຸ້ມຄິດ ເຖິງແມ່ນໃນຂໍ້ນັ້ນ ກໍຈະຍ່ອມມີແກ່ທ່ານ. ເອົາລະ ຄາມະນິ ! ເຮົານັ່ງຢູ່ບ່ອນນີ້ ຈະສະແດງຄວາມເກີດ ແລະຄວາມດັບແຫ່ງທຸກຂ໌ ແກ່ທ່ານຜູ້ນັ່ງຢູ່ບ່ອນນີ້ດ້ວຍກັນ, ທ່ານຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ, ເຮົາຈະກ່າວ.
ຄາມະນິ ! ທ່ານຈະສໍາຄັນ ຄວາມຂໍ້ນີ້ວ່າແນວໃດ : ມີບໍ່ ມະນຸສສ໌ໃນໝູ່ບ້ານອຸຣຸເວລະກັບປະນີ້ ທີ່ຖືກຂ້າ ຖືກຈັບຂັງ ຖືກເຮັດໃຫ້ເສື່ອມເສຍ ຖືກຕິຕຽນແລ້ວ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະ ຈະເກີດຂຶ້ນແກ່ທ່ານ ? “ມີຂ້ານ້ອຍ !”








