ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເຂົາຍ່ອມເພີດເພີນ ຍ່ອມພໍ່າສັນເສີນ ຍ່ອມເມົາມົກຢູ່ຊຶ່ງ ຮູບ.ເມື່ອເຂົາເພີດເພີນ ພໍ່າສັນເສີນ ເມົາມົກຢູ່ຊຶ່ງ ຮູບ, ນັນທິ (ຄວາມເພີນ) ຍ່ອມບັງເກີດຂຶ້ນ. ຄວາມເພີນໃດໃນຮູບ ຄວາມເພີນນັ້ນເປັນອຸປາທານ. ເພາະອຸປາທານຂອງເຂົານັ້ນເປັນປັຈຈັຍ ຈຶ່ງເກີດມີພົບ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ; ເພາະຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະ ໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ຄວາມກໍ່ຂຶ້ນແຫ່ງກອງທຸກຂ໌ທັງໝົດນັ້ນ ຍ່ອມມີໄດ້ດ້ວຍອາການດັ່ງນີ້.

ພິກຂຸ ທ. ! ເຂົາຍ່ອມເພີດເພີນ ຍ່ອມພໍ່າສັນເສີນ ຍ່ອມເມົາມົກຢູ່ ຊຶ່ງ ເວທະນາ. ເມື່ອເຂົາເພີດເພີນ ພໍ່າສັນເສີນ ເມົາມົກຢູ່ຊຶ່ງ ເວທະນາ, ນັນທິ (ຄວາມເພີນ) ຍ່ອມບັງເກີດຂຶ້ນ. ຄວາມເພີນໃດໃນເວທະນາ ຄວາມເພີນນັ້ນເປັນອຸປາທານ. ເພາະອຸປາທານຂອງເຂົານັ້ນ ເປັນປັຈຈັຍ ຈຶ່ງເກີດມີພົບ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ; ເພາະຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະ ໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ຄວາມກໍ່ຂຶ້ນແຫ່ງກອງທຸກຂ໌ທັງໝົດນັ້ນ ຍ່ອມມີໄດ້ດ້ວຍອາການ ດັ່ງນີ້.

ພິກຂຸ ທ. ! ເຂົາຍ່ອມເພີດເພີນ ຍ່ອມພໍ່າສັນເສີນ ຍ່ອມເມົາມົກຢູ່ຊຶ່ງ ສັນຍາ. ເມື່ອເຂົາເພີດເພີນ ພໍ່າສັນເສີນ ເມົາມົກຢູ່ຊຶ່ງສັນຍາ, ນັນທິ (ຄວາມເພີນ)ຍ່ອມບັງເກີດຂຶ້ນ. ຄວາມເພີນໃດໃນສັນຍາ ຄວາມເພີນນັ້ນເປັນອຸປາທານ. ເພາະອຸປາທານຂອງເຂົານັ້ນເປັນປັຈຈັຍ ຈຶ່ງເກີດມີພົພ; ເພາະພົພເປັນປັຈຈັຍ ຈຶ່ງເກີດມີຊາຕ; ເພາະຊາຕເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະ ໂທມະນັສແລະອຸປາຍາສະ ຈຶ່ງເກີດມີພ້ອມ. ຄວາມກໍ່ຂຶ້ນແຫ່ງກອງທຸກຂ໌ທັງສິ້ນນັ້ນ ຍ່ອມມີໄດ້ດ້ວຍອາການຢ່າງນີ້.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໓໗

ພິກຂຸ ທ. ! ເຂົາຍ່ອມເພີດເພີນ ຍ່ອມພໍ່າສັນເສີນ ຍ່ອມເມົາມົກຢູ່ ຊຶ່ງ ສັງຂາຣທັງຫຼາຍ. ເມື່ອເຂົາເພີດເພີນ ພໍ່າສັນເສີນ ເມົາມົກຢູ່ ຊຶ່ງສັງຂາຣທັງຫຼາຍ, ນັນທິ (ຄວາມເພີນ) ຍ່ອມບັງເກີດຂຶ້ນ, ຄວາມເພີນໃດໃນສັງຂາຣທັງຫຼາຍ ຄວາມເພີນນັ້ນເປັນອຸປາທານ. ເພາະອຸປາທານຂອງເຂົານັ້ນເປັນປັຈຈັຍ ຈຶ່ງເກີດມີພົບ;ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ; ເພາະຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະ ໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ຄວາມກໍ່ຂຶ້ນແຫ່ງກອງທຸກຂ໌ທັງສິ້ນນັ້ນ ຍ່ອມມີໄດ້ດ້ວຍອາການ ດັ່ງນີ້.

ພິກຂຸ ທ. ! ເຂົາຍ່ອມເພີດເພີນ ຍ່ອມພໍ່າສັນເສີນ ຍ່ອມເມົາມົກຢູ່ ຊຶ່ງ ວິນຍານ. ເມື່ອເຂົາເພີດເພີນ ພໍ່າສັນເສີນ ເມົາມົກຢູ່ຊຶ່ງວິນຍານ, ນັນທິ (ຄວາມເພີນ) ຍ່ອມບັງເກີດຂຶ້ນ. ຄວາມເພີນໃດໃນວິນຍານ ຄວາມເພີນນັ້ນເປັນອຸປາທານ. ເພາະອຸປາທານຂອງເຂົານັ້ນເປັນປັຈຈັຍ ຈຶ່ງເກີດມີພົບ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ; ເພາະຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະ ໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ຄວາມກໍ່ຂຶ້ນແຫ່ງກອງທຸກຂ໌ທັງໆໝົດນັ້ນ ຍ່ອມມີໄດ້ດ້ວຍອາການ ດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໑໘/໒໘.

ອາການທີ່ທຸກຂ໌ເກີດຂຶ້ນເພາະຢຶດຖືເບັນຈະຂັນທ໌

ພິກຂຸ ທ. ! ປຸຖຸຊົນ ຜູ້ບໍ່ມີການສະດັບ ໃນໂລກນີ້ ຍ່ອມ ຕາມເຫັນ ຊຶ່ງ ຮູບວ່າ “ນັ້ນຂອງເຮົາ (ເອຕັງ ມະມະ), ນັ້ນເປັນເຮົາ (ເອໂສຫະມັດສະມິ), ນັ້ນເປັນໂຕຕົນຂອງເຮົາ (ເອໂສ ເມ ອັຕຕາ)” ດັ່ງນີ້. ຮູບນັ້ນ ຍ່ອມແປປ່ຽນເປັນຢ່າງອື່ນແກ່ເຂົາ; ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະ ຍ່ອມປາກົດແກ່ເຂົາ

໓໓໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເພາະຄວາມແປປ່ຽນເປັນຢ່າງອື່ນແຫ່ງ ຮູບ. (ໃນກໍລະນີ ແຫ່ງ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍໄດ້ຕຣັດ ເຊັ່ນດຽວກັນ).

- ຂັນທະ. ສັງ. ໑໗/໒໔/໓໔.

(ຄວາມທຸກຂ໌ໃຜເຮັດໃຫ້ເກີດຂຶ້ນ)

ອາການເກີດຂຶ້ນແຫ່ງຄວາມທຸກຂ໌ (ອີກປະຣິຍາຍໜຶ່ງ)

(ຊົງສະແດງດ້ວຍຜັສສະ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ