ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນອະວິຊຊານັ້ນ ກໍເປັນທັມມະຊາຕ ມີອາຫາຣ ຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣ ກໍບໍ່. ກໍອັນໃດໜໍ ເປັນອາຫາຣຂອງ ອະວິຊຊາ ? ຄໍາຕອບຍ່ອມມີວ່າ “ນິວອນທັງຫຼາຍ ໕ ປະການ ເປັນອາຫາຣະຂອງ ອະວິຊຊາ” ດັ່ງນີ້.

ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນນິວອນທັງຫຼາຍ ໕ ປະການ ກໍເປັນທັມມະຊາດ ມີອາຫາຣ ຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣກໍບໍ່.

໑. ຄໍາວ່າ ວຸດຈະຕິ ຄຳນີ້ເຄີຍແປກັນແຕ່ວ່າ ອັນຕະຖາຄົຕຍ່ອມກ່າວ ກັນຈົນເປັນທໍານຽມໄປເສຍ. ໃນບ່ອນນີ້

ພິຈາຣະນາເບິ່ງແລ້ວ ເຫັນໄດ້ວ່າຄວນຈະແປວ່າ ໃຜໆທຸກຄົນທີ່ເປັນຜູ້ຮູ້ ລວມທັງພຣະອົງຄ໌ເອງດ້ວຍ

ຄວນຈະກ່າວ, ຫາກແມ່ນເປັນການຜູກຂາດ ສະເພາະໄວ້ແຕ່ພຣະອົງຄ໌ ຜູ້ດຽວໄປກໍບໍ່.

໓໓໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ກໍອັນໃດໜໍເປັນອາຫາຣ ຂອງນິວອນທັງຫຼາຍ ໕ ປະການ ? ຄໍາຕອບຍ່ອມມີວ່າ “ທຸຈະຣິຕທັງຫຼາຍ ໓ ປະການ” ດັ່ງນີ້.

ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນທຸຈະຣິຕທັງຫຼາຍ ໓ ປະການ ກໍເປັນທັມມະຊາດ ມີອາຫາຣ ຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣກໍບໍ່. ກໍອັນໃດໜໍ ເປັນອາຫາຣຂອງທຸຈະຣິຕທັງຫຼາຍ ໓ ປະການ ? ຄໍາຕອບຍ່ອມມີວ່າ “ ການບໍ່ສັງລວມອິນຊີ” ດັ່ງນີ້.

...ຯລຯ... ...ຯລຯ...

ການບໍ່ສັງລວມອິນຊີ ບໍຣິບູນແລ້ວ ຍ່ອມເຮັດທຸຈະຣິຕທັງຫຼາຍ ໓ ປະການ ໃຫ້ບໍຣິບູນ;

ທຸຈະຣິຕທັງຫຼາຍ ໓ ປະການບໍຣິບູນແລ້ວ ຍ່ອມເຮັດນິວອນທັງຫຼາຍ ໕ ປະການ ໃຫ້ບໍຣິບູນ;

ນິວອນທັງຫຼາຍ ໕ ປະການບໍຣິບູນແລ້ວ ຍ່ອມເຮັດ ອະວິຊຊາໃຫ້ບໍຣິບູນ.

ພິກຂຸ ທ. ! ອາຫາຣແຫ່ງ ອະວິຊຊາ ນີ້ ຍ່ອມມີໄດ້ດ້ວຍອາການດັ່ງນີ້ ແລະ ບໍຣິບູນແລ້ວດ້ວຍອາການດັ່ງນີ້.

- ທສກ. ອັງ. ໒໔/໑໒໐/໖໑.

[ຕາມປົກກະຕິ ເຮົາໄດ້ຍິນ ໄດ້ຟັງ ສັ່ງສອນກັນມາວ່າ ອະວິຊຊາບໍ່ມີປັຈຈັຍ ໃນບ່ອນນີ້ໄດ້ຕຣັດວ່າ ມີສິ່ງນີ້ສິ່ງນີ້ ເປັນປັຈຈັຍ ຄວນທີ່ນັກສຶກສາ ຈະໄດ້ພິຈາຣະນາເບິ່ງ ໃຫ້ເປັນຢ່າງດີ ວ່າມີນິວອນເປັນປັຈຈັຍ ຫຼືອາຫາຣ ເພາະມີປະໂຫຍກວ່າ “ອິທັປປັຈຈະຍາ ອະວິຊຊາ” (ທສກ. ອັງ. ໒໔/໑໒໐/໖໑ ບັນທັດທີສາມນັບຂຶ້ນ)]

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໓໕

ອາການເກີດແຫ່ງຄວາມທຸກຂ໌

ເພາະອາໄສຊຶ່ງ ຈັກຂຸ ດ້ວຍ ຊຶ່ງຮູບທັງຫຼາຍດ້ວຍ, ຈຶ່ງເກີດຈັກຂຸວິນຍານ; ການປະຈວບພໍ້ພ້ອມແຫ່ງທັມ ໓ ປະການ (ຈັກຂຸ+ຮູບ+ຈັກຂຸວິນຍານ) ນັ້ນຄື ຜັສສະ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ; ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ; ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ; ຊະຣາມະຣະນະ ໂສກະປະຣິເທວະທຸກຂະ ໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.

(ໃນກໍລະນີ ແຫ່ງໂສຕະ ຄານະ ຊິວຫາ ກາຢະ ແລະມະນະ ກໍໄດ້ຕຣັດໄວ້ ໂດຍໄນຢ່າງດຽວກັນກັບ ກໍລະນີແຫ່ງຈັກຂຸ).

- ສລາ. ສັງ. ໑໘/໑໑໑/໑໖໓.

ທຸກຂ໌ເກີດເພາະເພີນໃນເບັນຈະຂັນທ໌

ພິກຂຸ ທ. ! ຄວາມເປັນສະມຸທັຍແຫ່ງຮູບ ເປັນແນວໃດໜໍ ? ຄວາມເປັນສະມຸທັຍແຫ່ງເວທະນາ ເປັນແນວໃດໜໍ ? ຄວາມເປັນສະມຸທັຍແຫ່ງສັນຍາ ເປັນແນວໃດໜໍ ? ຄວາມເປັນສະມຸທັຍແຫ່ງສັງຂາຣທັງຫຼາຍ ເປັນແນວໃດໜໍ ? ແລະຄວາມເປັນສະມຸທັຍແຫ່ງວິນຍານ ເປັນແນວໃດໜໍ ?

ພິກຂຸ ທ. ! ບຸຄຄົລໃນໂລກນີ້ ຍ່ອມເພີດເພີນ ຍ່ອມພໍ່າສັນເສີນ ຍ່ອມເມົາມົກ ເຂົາເພີດເພີນ ພໍ່າສັນເສີນ ເມົາມົກຢູ່ ຊຶ່ງອັນໃດໜໍ ?

໓໓໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ