ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ພົບ ເປັນແນວໃດໜໍ ? ພິກຂຸ ທ. ! ພົບ ມີສາມເຫຼົ່ານີ້ ຄື : ກາມະພົບ ຣູປະພົບ ແລະອະຣູປະພົບ. ພິກຂຸ ທ. ! ນີ້ ເອີ້ນວ່າ ພົບ.

ພິກຂຸ ທ. ! ອຸປາທານ ເປັນແນວໃດໜໍ ? ພິກຂຸ ທ. ! ອຸປາທານ ມີສີ່ຢ່າງເຫຼົ່ານີ້ ຄື ກາມຸປາທານ ທິຕຖຸປາທານ ສີລັບພະຕຸປາທານ ແລະ ອັຕຕະວາທຸປາທານ. ພິກຂຸ ທ. ! ນີ້ ເອີ້ນວ່າ ອຸປາທານ.

ພິກຂຸ ທ. ! ຕັນຫາ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງຕັນຫາ ມີຫົກຢ່າງເຫຼົ່ານີ້ ຄື ຕັນຫາໃນຮູບ ຕັນຫາໃນສຽງ ຕັນຫາໃນກິ່ນ ຕັນຫາໃນຣົັນຫາໃນໂຜຕຖັພພະ ແລະຕັນຫາໃນທັມມາຣົມ ພິກຂຸ ທ. ! ນີ້ ເອີ້ນວ່າ ຕັນຫາ.

ພິກຂຸ ທ. ! ເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເວທະນາ ມີຫົກຢ່າງເຫຼົ່ານີ້ ຄື ເວທະນາເກີດແຕ່ສໍາຜັສທາງຕາ ເວທະນາເກີດແຕ່ສໍາຜັສທາງຫູ ເວທະນາເກີດແຕ່ສໍາຜັສທາງດັງ ເວທະນາເກີດແຕ່ສໍາຜັສທາງລີ້ນ ເວທະນາເກີດແຕ່ສໍາຜັສທາງກາຍ ແລະເວທະນາເກີດແຕ່ສໍາຜັສທາງໃຈ. ພິກຂຸ ທ. ! ນີ້ ເອີ້ນວ່າ ເວທະນາ.

ພິກຂຸ ທ. ! ຜັສສະ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງຜັສສະ ມີຫົກຢ່າງເຫຼົ່ານີ້ ຄື ສັມຜັສທາງຕາ ສັມຜັສທາງຫູ ສັມຜັສທາງດັງ ສັມຜັສທາງລີ້ນ ສັມຜັສທາງກາຍ ແລະສັມຜັສທາງໃຈ. ພິກຂຸ ທ. ! ນີ້ ເອີ້ນວ່າ ຜັສສະ.

ພິກຂຸ ທ. ! ອາຍະຕະນະຫົກ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງອາຍະຕະນະ ມີຫົກຢ່າງເຫຼົ່ານີ້ ຄື ອາຍະຕະນະຄືຕາ ອາຍະຕະນະຄືຫູ ອາຍະຕະນະຄືດັງ ອາຍະຕະນະຄືລີ້ນ ອາຍະຕະນະຄືກາຍ ແລະອາຍະຕະນະຄືໃຈ. ພິກຂຸ ທ. ! ນີ້ ເອີ້ນວ່າ ອາຍະຕະນະຫົກ.

໓໓໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ນາມຮູບ ເປັນແນວໃດໜໍ ? ນາມ ຄື ເວທະນາ ສັນຍາເຈຕະນາ ຜັສສະ ແລະມະນະສິກາຣະ. ນີ້ເອີ້ນວ່າ ນາມ. ຮູບ ຄື ມະຫາພູຕະ ທັງສີ່ດ້ວຍ ແລະຮູປທີ່ອາໄສ ມະຫາພູຕະ ທັງສີ່ດ້ວຍ. ນີ້ເອີ້ນວ່າ ຮູບ. ດ້ວຍເຫຕນີ້ແຫຼະ ນາມອັນນີ້ດ້ວຍ ຮູບອັນນີ້ດ້ວຍ. ພິກຂຸ ທ. ! ນີ້ ເອີ້ນວ່າ ນາມຮູບ.

ພິກຂຸ ທ. ! ວິນຍານ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງວິນຍານ ມີຫົກຢ່າງເຫຼົ່ານີ້ ຄື ວິນຍານທາງຕາ ວິນຍານທາງຫູ ວິນຍານທາງດັງ ວິນຍານທາງລີ້ນ ວິນຍານທາງກາຍ ແລະວິນຍານທາງໃຈ. ພິກຂຸ ທ. ! ນີ້ ເອີ້ນວ່າ ວິນຍານ.

ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນແນວໃດໜໍ ? ພິກຂຸ ທ. ! ສັງຂາຣທັງຫຼາຍເຫຼົ່ານີ້ ຄື ກາຍະສັງຂາຣ ວະຈີສັງຂາຣ ແລະຈິຕຕະສັງຂາຣ. ພິກຂຸ ທ. ! ເຫຼົ່ານີ້ ເອີ້ນວ່າ ສັງຂາຣທັງຫຼາຍ

ພິກຂຸ ທ. ! ອະວິຊຊາ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມບໍ່ຮູ້ອັນໃດ ເປັນຄວາມບໍ່ຮູ້ ໃນທຸກຂ໌, ເປັນຄວາມບໍ່ຮູ້ ໃນເຫຕໃຫ້ເກີດແຫ່ງທຸກຂ໌, ເປັນຄວາມບໍ່ຮູ້ໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະເປັນບໍ່ຮູ້ ໃນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌. ພິກຂຸ ທ. ! ນີ້ ເອີ້ນວ່າ ອະວິຊຊາ.

ພິກຂຸ ທ. ! ດ້ວຍເຫຕນີ້ແຫຼະ, ເພາະອະວິຊຊາເປັນປັຈຈັຍ ຈຶ່ງເກີດມີສັງຂາຣ; ເພາະສັງຂາຣເປັນປັຈຈັຍ ຈຶ່ງເກີດມີວິນຍານ; ເພາະວິນຍານເປັນປັຈຈັຍຈຶ່ງເກີດມີນາມຮູບ; ເພາະນາມຮູບເປັນປັຈຈັຍ ຈຶ່ງເກີດມີອາຍະຕະນະຫົກ; ເພາະອາຍະຕະນະຫົກເປັນປັຈຈັຍ ຈຶ່ງເກີດມີຜັສສະ; ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ; ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ເພາະຕັນຫາເປັນປັຈຈັຍ

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໓໓

ຈຶ່ງເກີດມີອຸປາທານ; ເພາະອຸປາທານເປັນປັຈຈັຍ ຈຶ່ງເກີດມີພົບ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ; ເພາະຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະ ໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ຄວາມເກີດຂຶ້ນແຫ່ງກອງທຸກຂ໌ທັງໝົດນັ້ນ ຍ່ອມມີໄດ້ດ້ວຍອາການ ດັ່ງນີ້ ແລ.

- ນິທານ. ສັງ. ໑໖/໒-໕/໕-໑໗.

ປັຈຈັຍແຫ່ງອະວິຊຊາ

ພິກຂຸ ທ. ! ທີ່ສຸດໃນເບື້ອງຕົ້ນຂອງ ອະວິຊຊາ ຍ່ອມບໍ່ປາກົດ; ກ່ອນແຕ່ນີ້ອະວິຊຊາ ບໍ່ໄດ້ມີ; ແຕ່ວ່າອະວິຊຊາ ຫາກໍ່ມີພາຍຫຼັງ. ພິກຂຸ ທ. ! ຄໍາກ່າວເຊັ່ນນີ້ແຫຼະ ເປັນຄວາມທີ່ໃຜໆ໑ ຄວນກ່າວ ແລະຄວນກ່າວດ້ວຍວ່າ “ອະວິຊຊາ ຍ່ອມປາກົດ ເພາະມີສິ່ງນີ້ສິ່ງນີ້ ເປັນປັຈຈັຍ” ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ