ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເພາະອະວິຊຊາເປັນປັຈຈັຍ ຈຶ່ງເກີດມີສັງຂາຣ; ເພາະສັງຂາຣເປັນປັຈຈັຍ ຈຶ່ງເກີດມີວິນຍານ; ເພາະວິນຍານເປັນປັຈຈັຍ ຈຶ່ງເກີດມີນາມຮູບ; ເພາະນາມຮູບເປັນປັຈຈັຍ ຈຶ່ງເກີດມີອາຍະຕະນະຫົກ; ເພາະອາຍະຕະນະຫົກເປັນປັຈຈັຍ ຈຶ່ງເກີດມີຜັສສະ; ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ; ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ເພາະຕັນຫາເປັນປັຈຈັຍ ຈຶ່ງເກີດມີອຸປາທານ; ເພາະອຸປາທານເປັນປັຈຈັຍ ຈຶ່ງເກີດມີພົບ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ; ເພາະຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ຄວາມກໍ່ຂຶ້ນແຫ່ງກອງທຸກຂ໌ທັງໝົດນັ້ນຍ່ອມມີໄດ້ດ້ວຍອາການ ດັ່ງນີ້.
ພິກຂຸ ທ. ! ນີ້ ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ຄວາມກໍ່ຂຶ້ນແຫ່ງທຸກຂ໌ ແລ.
- ຕິກ. ອັງ. ໒໐/໒໒໗/໕໐໑.
ອາການເກີດຂຶ້ນແຫ່ງທຸກຂ໌ໂດຍສົມບູນ
(ສາຍແຫ່ງປະຕິຈຈະສະມຸບບາດ)
ພິກຂຸ ທ. ! ປະຕິຈຈະສະມຸບບາດ (ທັມທີ່ອາໄສກັນ ແລະກັນ ແລ້ວທະຍອຍກັນເກີດຂຶ້ນ) ເປັນແນວໃດໜໍ ?
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໒໙
ພິກຂຸ ທ. ! ເພາະອະວິຊຊາເປັນປັຈຈັຍ ຈຶ່ງເກີດມີສັງຂາຣ ;
ເພາະສັງຂາຣເປັນປັຈຈັຍ ຈຶ່ງເກີດມີວິນຍານ;
ເພາະວິນຍານເປັນປັຈຈັຍ ຈຶ່ງເກີດມີນາມຮູບ;
ເພາະນາມຮູບເປັນປັຈຈັຍ ຈຶ່ງເກີດມີອາຍະຕະນະຫົກ;
ເພາະອາຍະຕະນະຫົກເປັນປັຈຈັຍ ຈຶ່ງເກີດມີຜັສສະ;
ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ;
ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ;
ເພາະຕັນຫາເປັນປັຈຈັຍ ຈຶ່ງເກີດມີອຸປາທານ;
ເພາະອຸປາທານເປັນປັຈຈັຍ ຈຶ່ງເກີດມີພົບ;
ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ;
ເພາະຊາດເປັນປັຈຈັຍ, ຊະຣາ ມະຣະນະ ໂສກະປະຣິເທວະທຸກຂະ ໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ການກໍ່ຂຶ້ນ ແຫ່ງກອງທຸກຂ໌ທັງໝົດນັ້ນ ຍ່ອມມີໄດ້ ດ້ວຍອາການ ດັ່ງນີ້.
ພິກຂຸ ທ. ! ນີ້ເຮົາ ເອີ້ນວ່າ ປະຕິຈຈະສະມຸບບາດ (ທັມທີ່ອາໄສກັນ ແລະກັນແລ້ວທະຍອຍກັນເກີດຂຶ້ນ) ດັ່ງນີ້ ແລ.
- ນິທານ. ສັງ. ໑໖/໑/໒.
ວິພາກແຫ່ງປະຕິຈຈະສະມຸບບາດ
ພິກຂຸ ທ. ! ປະຕິຈຈະສະມຸບບາດ ເປັນແນວໃດໜໍ ?
ພິກຂຸ ທ. ! ເພາະອະວິຊຊາເປັນປັຈຈັຍ ຈຶ່ງເກີດມີສັງຂາຣ, ເພາະສັງຂາຣ ເປັນປັຈຈັຍ ຈຶ່ງເກີດມີວິນຍານ; ເພາະວິນຍານເປັນປັຈຈັຍ ຈຶ່ງເກີດມີນາມຮູບ;
໓໓໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເພາະນາມຮູບເປັນປັຈຈັຍ ຈຶ່ງເກີດມີອາຍະຕະນະຫົກ; ເພາະອາຍະຕະນະຫົກເປັນປັຈຈັຍ ຈຶ່ງເກີດມີຜັສສະ; ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ; ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ເພາະຕັນຫາເປັນປັຈຈັຍ ຈຶ່ງເກີດມີອຸປາທານ; ເພາະອຸປາທານເປັນປັຈຈັຍ ຈຶ່ງເກີດມີພົບ; ເພາະພົບເປັນປັຈຈັຍ ຈຶ່ງເກີດມີຊາດ; ເພາະຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະແລະອຸປາຍາສະ ຈຶ່ງເກີດມີພ້ອມ. ຄວາມກໍ່ຂຶ້ນແຫ່ງກອງທຸກຂ໌ທັງໝົດນັ້ນ ຍ່ອມມີໄດ້ດ້ວຍອາການ ດັ່ງນີ້.
ພິກຂຸ ທ. ! ຊະຣາ ມະຣະນະ ເປັນແນວໃດໜໍ ? ຊະຣາ ຄື ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼຸດລ່ອນ ຄວາມມີຜົມຫງອກ ຄວາມມີໜັງຫ່ຽວ ຄວາມເສື່ອມໄປແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕນິກາຍນັ້ນໆ ຂອງສັຕເຫຼົ່ານັ້ນໆ; ນີ້ ເອີ້ນວ່າ ຊະຣາ.
ພິກຂຸ ທ. ! ມະຣະນະ ເປັນແນວໃດໜໍ ? ມະຣະນະ ຄື ການຈຸຕິ ຄວາມເຄື່ອນ ການແຕກສະຫຼາຍ ການຫາຍໄປ ການວາຍຊີບ ການຕາຍ ການທໍາກາລະ ການແຕກແຫ່ງຂັນທ໌ທັງຫຼາຍ ການປະຖິ້ມຮ່າງກາຍ ການຂາດແຫ່ງອິນຊີຄືຊີວິຕ ຈາກສັຕນິກາຍນັ້ນໆ ຂອງສັຕເຫຼົ່ານັ້ນໆ; ນີ້ ເອີ້ນວ່າ ມະຣະນະ; ດ້ວຍເຫຕນີ້ແຫຼະ ຊະຣາອັນນີ້ດ້ວຍ ມະຣະນະອັນນີ້ດ້ວຍ. ພິກຂຸ ທ. ! ນີ້ ເອີ້ນວ່າ ຊະຣາມະຣະນະ.
ພິກຂຸ ທ. ! ຊາດ ເປັນແນວໃດໜໍ ? ຊາດ ຄື ການເກີດ ການກໍາເນີດ ການກ້າວລົງ (ສູ່ຄັນ) ການບັງເກີດ ການບັງເກີດໂດຍຍິ່ງ ຄວາມປາກົດຂອງຂັນທ໌ທັງຫຼາຍ ການທີ່ສັຕໄດ້ຊຶ່ງອາຍະຕະນະທັງຫຼາຍ ໃນສັຕນິກາຍນັ້ນໆ ຂອງສັຕເຫຼົ່ານັ້ນໆ. ພິກຂຸ ທ. ! ນີ້ ເອີ້ນວ່າ ຊາດ.
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໓໑








