ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເມື່ອບໍ່ຮູ້ຍິ່ງ ບໍ່ຮູ້ຮອບ ບໍ່ຄາຍກໍາໜັດ ບໍ່ລະຂາດ ຊຶ່ງສິ່ງທັງປວງ ຍ່ອມເປັນຜູ້ບໍ່ສົມຄວນ ເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌. ສິ່ງທັງປວງອັນໃດກັນໜໍ ? ສິ່ງທັງປວງ ຄື (ຕໍ່ໄປນີ້ຊົງສະແດງ ທັມທີ່ຄວນຮູ້ ຄວນລະ ເປັນໝວດໆ ຕາມຫຼັກແຫ່ງອາຍະຕະນະຫົກປະການ ຄື :-)
ອາຍະຕະນະພາຍໃນ ຫົກ ປະການ (ຈັກຂຸ ຯລຯ ມະໂນ);
ອາຍະຕະນະພາຍນອກ ຫົກ ປະການ (ຮູບ ຯລຯ ທັມາຮົມ) ;
ວິນຍານ ຫົກປະການ (ຈັກຂຸວິນຍານ ຯລຯ ມະໂນວິນຍານ);
ສັມຜັສ ຫົກປະການ (ຈັກຂຸສັມຜັສ ຯລຯ ມະໂນສັມຜັສ);
ເວທະນາ ຫົກປະການ (ຈັກຂຸສັມຜັສສະຊາເວທະນາ ຯລຯ ມະໂນສັມຜັສສະຊາເວທະນາ)
ພິກຂຸ ທ. ! ເຫຼົ່ານີ້ແລ ຄືສິ່ງທັງປວງ ຊຶ່ງເມື່ອບໍ່ຮູ້ຍິ່ງ ບໍ່ຮູ້ຮອບ ບໍ່ຄາຍກໍາໜັດ ບໍ່ລະຂາດແລ້ວ ຍ່ອມເປັນຜູ້ບໍ່ສົມຄວນ ເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌.
(ຕໍ່ໄປນີ້ ຊົງສະແດງໂດຍປະຕິປັກຂະນັຍ ເຖິງສິ່ງທັງປວງທີ່ເມື່ອຮູ້ ແລະລະແລ້ວ ເປັນຜູ້ສົມຄວນ ເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌ ໂດຍນັຍກົງກັນຂ້າມ ຊຶ່ງຜູ້ສຶກສາອາດທຽບຄຽງໄດ້ເອງ).
- ສລາ. ສັງ. ໑໘/໒໑/໒໗-໒໘.
(ອີກນັຍໜຶ່ງ)
ພິກຂຸ ທ. ! ເມື່ອບໍ່ຮູ້ຍິ່ງ ບໍ່ຮູ້ຮອບ ບໍ່ຄາຍກໍາໜັດ ບໍ່ລະຂາດ ຊຶ່ງສິ່ງທັງປວງຍ່ອມເປັນຜູ້ບໍ່ສົມຄວນ ເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌. ສິ່ງທັງປວງອັນໃດກັນໜໍ ? ສິ່ງ ທັງປວງຄື (ຕໍ່ໄປນີ້ຊົງສະແດງ ທັມທີ່ຄວນຮູ້ ຄວນລະ ເປັນໝວດໆ ຕາມຫຼັກແຫ່ງອາຍະຕະນະຫົກປະການຄື :-)
ອາຍະຕະນະພາຍໃນ ຫົກປະການ (ຈັກຂຸ ຯລຯ ມະໂນ);
ອາຍະຕະນະພາຍນອກ ຫົກປະການ (ຮູປ ຯລຯ ທັມມາຣົມ) ;
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໒໗
ວິນຍານ ຫົກປະການ (ຈັກຂຸວິນຍານ ຯລຯ ມະໂນວິນຍານ);
ວິນຍານະວິນຍາຕັບພະທັມ ຫົກປະການ (ຈັກຂຸວິນຍານະວິນຍາຕັບພະທັມ ຯລຯ ມະໂນວິນຍານະວິນຍາຕັບພະທັມ).
ພິກຂຸ ທ. ! ເຫຼົ່ານີ້ແລ ຄືສິ່ງທັງປວງ ຊຶ່ງເມື່ອບໍ່ຮູ້ຍິ່ງ ບໍ່ຮູ້ຮອບ ບໍ່ຄາຍກໍາໜັດ ບໍ່ລະຂາດແລ້ວ ຍ່ອມເປັນຜູ້ບໍ່ສົມຄວນ ເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌.
(ຕໍ່ໄປນີ້ ຊົງສະແດງໂດຍ ປະຕິປັກຂະນັຍ ເຖິງສິ່ງທັງປວງ ທີ່ເມື່ອຮູ້ ແລະລະແລ້ວ ເປັນຜູ້ສົມ ຄວນເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌ ໂດຍນັຍກົງກັນຂ້າມ ຊຶ່ງຜູ້ສຶກສາອາດທຽບຄຽງໄດ້ເອງ).
- ສະລາ. ສງ. ໑໘/໒໒-໒໓/໒໙-໓໐.
ພາວະເປັນທີ່ຮັກທີ່ຍິນດີ ເປັນໜາມໃນອະຣິຍະວິນັຍນີ້
ພິກຂຸ ທ. ! ປຽບເໝືອນບຸຣຸສຜູ້ໜຶ່ງ ຈະຍ່ອມເຂົ້າໄປສູ່ປ່າ ທີ່ມີໜາມຫຼາຍ ; ຄືໜາມທາງໜ້າ ຂອງບຸຣຸສນັ້ນກໍມີຢູ່, ໜາມດ້ານຫຼັງກໍມີຢູ່, ໜາມເບື້ອງເໜືດກໍມີຢູ່, ໜາມເບື້ອງໃຕ້ກໍມີຢູ່, ໜາມເບື້ອງລຸ່ມກໍມີຢູ່, ໜາມເບື້ອງເທິງກໍມີຢູ່, ບຸຣຸສນັ້ນຈະຕ້ອງມີສະຕິ ຄ່ອຍໆກ້າວໄປຂ້າງໜ້າ ມີສະຕິ ຄ່ອຍໆຖອຍກັບຫຼັງ ດ້ວຍຄິດຢູ່ວ່າ “ໜາມຢ່າສຽບ ຢ່າແທງເຮົາເລີຍ” ດັ່ງນີ້.
ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ, ພາວະເປັນທີ່ຮັກ ພາວະເປັນທີ່ຍິນດີ (ປິຢະຣູປະສາຕະຣູປະ ຊຶ່ງເປັນທີ່ເກີດ ທີ່ດັບແຫ່ງຕັນຫາ) ໃນໂລກໃດໆ; ພິກຂຸ ທ. ! ປິຍະຣູປະສາຕະຣູປະ ນີ້ເຮົາເອີ້ນວ່າ “ໜາມ ໃນວິນັຍຂອງພຣະອະຣິຍະເຈົ້າ” ດັ່ງນີ້ ແລ.
- ສະລາ. ສັງ. ໑໘/໒໓໔/໓໓໔.
ນິດເທສະ ໕
ວ່າດ້ວຍທີ່ເກີດແລະການເກີດແຫ່ງຕັນຫາ
ຈົບ
໓໒໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ນິດເທສະ ໖ ວ່າດ້ວຍອາການທີ່ຕັນຫາເຮັດໃຫ້ເກີດແຫ່ງທຸກຂ໌
(ມີ ໓໑ ເລື່ອງ)
ການເກີດຂຶ້ນແຫ່ງກອງທຸກຂ໌
ພິກຂຸ ທ. ! ອະຣິຍະສັຈຈ໌ຄື ຄວາມກໍ່ຂຶ້ນແຫ່ງທຸກຂ໌ ເປັນແນວໃດໜໍ ?








