ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ບຸຄຄົລ ປະກອບຢູ່ດ້ວຍເຫຕຫ້າຢ່າງ ເຖິງແມ່ນຟັງທັມຢູ່ ກໍບໍ່ອາດເພື່ອຈະກ້າວລົງສູ່ ນິຍາມ ຄືຄວາມຖືກຕ້ອງ ໃນກຸສົລທັມທັງຫຼາຍ. ເຫຕຫ້າຢ່າງອັນໃດໜໍ ? ຫ້າຢ່າງ ຄື ສົນໃຈແຕ່ຄໍາເວົ້າ ສົນໃຈແຕ່ຜູ້ເວົ້າ ສົນໃຈແຕ່ຕົນເອງ ເປັນຄົນໂງ່ເງິງະ ມົວແຕ່ສຳຄັນຕົນວ່າຮູ້ໃນສິ່ງທີ່ຕົນບໍ່ຮູ້. ພິກຂຸ ທ. ! ບຸຄຄົລປະກອບດ້ວຍເຫຕຫ້າຢ່າງນີ້ແລ ເຖິງແມ່ນຟັງທັມຢູ່ ກໍບໍ່ອາດເພື່ອຈະກ້າວລົງສູ່ ນິຍາມ ຄືຄວາມຖືກຕ້ອງ ໃນກຸສົລທັມທັງຫຼາຍ.

- ປັນຈກ. ອັງ. ໒໒/໑໙໕/໑໕໒.

(ອີກປະຣິຍາຍໜຶ່ງ)

ພິກຂຸ ທ. ! ບຸຄຄົລ ປະກອບຢູ່ດ້ວຍເຫຕຫ້າຢ່າງ ເຖິງແມ່ນວ່າຟັງທັມຢູ່ ກໍບໍ່ອາດຈະກ້າວລົງສູ່ ນິຍາມ ຄືຄວາມຖືກຕ້ອງ ໃນກຸສົລທັມທັງຫຼາຍ. ເຫຕຫ້າຢ່າງອັນໃດໜໍ ? ຫ້າຢ່າງຄື ເປັນຄົນລົບຫຼູ່ຟັງທັມ ມີຈິຕແໜ້ນໄປດ້ວຍຄວາມລົບຫຼູ່ ແຂ່ງດີຟັງທັມ ຈ້ອງຈັບເອົາແຕ່ຄວາມຜິດພາດໃນຜູ້ສະແດງທັມດ້ວຍຈິຕມຸ່ງຮ້າຍແຂງກະດ້າງ ເປັນຄົນໂງ່ເງິງະ ມົວແຕ່ສຳຄັນຕົນວ່າຮູ້ໃນສິ່ງທີ່ຕົນບໍ່ຮູ້. ພິກຂຸ ທ. ! ບຸຄຄົລປະກອບ ດ້ວຍເຫຕຫ້າຢ່າງເຫຼົ່ານີ້ແລ ເຖິງແມ່ນວ່າຟັງທັມຢູ່ ກໍບໍ່ອາດຈະກ້າວລົງສູ່ ນິຍາມ ຄືຄວາມຖືກຕ້ອງ ໃນກຸສົລທັມທັງຫຼາຍ.

- ປັນຈກ. ອັງ. ໒໒/໑໙໖/໑໕໓.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໑໙

(ໃນຕອນທ້າຍ ຂອງແຕ່ລະປະຣິຍາຍ ໄດ້ຕຣັດເຖິງບຸຄຄົລ ຜູ້ມີທັມກົງກັນຂ້າມ ຄືສາມາດຟັງທັມສຳເລັດປະໂຍຊນ໌, ຜູ້ສຶກສາຈົ່ງຄໍານວນດ້ວຍຕົນເອງ ໂດຍປະຕິປັກຂະນັຍ ຈາກຂໍ້ຄວາມເບື້ອງເທິງນີ້)

ພົບເຖິງແມ່ນແຕ່ຂະນະດີດນີ້ວມືກໍຍັງໜ້າເບື່ອໜ່າຍ

ພິກຂຸ ທ. ! ຄູດ ເຖິງແມ່ນໜ້ອຍດຽວ ກໍເປັນຂອງມີກິ່ນເໝັນເຊັ່ນໃດ; ພິກຂຸ ທ. ! ສິ່ງທີ່ເອີ້ນວ່າ ພົບ (ຜົລແຫ່ງພະວະຕັນຫາ) ກໍເຊັ່ນນັ້ນເໝືອນກັນ, ເຖິງແມ່ນມີປະມານໜ້ອຍຊົ່ວດີດນີ້ວມືດຽວ ກໍບໍ່ມີຄຸນອັນໃດທີ່ພໍຈະກ່າວໄດ້.

- ເອກ. ອັງ. ໒໐/໔໖/໒໐໓.

(ໃນສູຕຖັດໄປ ໄດ້ຕຣັດອຸປະມາດ້ວຍມູຕ ດ້ວຍນໍ້າລາຍ ດ້ວຍໜອງ ດ້ວຍໂລຫິຕ ໂດຍແນວດຽວກັນ, - ໒໐/໔໖/໒໐໔.)

ວິພະວະຕັນຫາ

ເລື່ອງຂອງວິພະວະຕັນຫາ ທີ່ເປັນພຸດທະດຳລັດໂດຍກົງ ຍັງບໍ່ພົບທີ່ມາ; ຂໍນັກສຶກສາຈົ່ງຮູ້ ໂດຍເປັນປະຕິປັກຂະນັຍ ຂອງພະວະຕັນຫາ.

ນິທເທດ ໔

ວ່າດ້ວຍລັກສະນະແຫ່ງຕັນຫາ

ຈົບ

໓໒໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ນິດເທສະ ໕ ວ່າດ້ວຍທີ່ເກີດແລະການເກີດແຫ່ງຕັນຫາ

(ມີ ໕ ເລື່ອງ)

ການເກີດຂຶ້ນແຫ່ງຕັນຫາ

ພິກຂຸ ທ. ! ການກໍ່ຂຶ້ນແຫ່ງທຸກຂ໌ ເປັນແນວໃດໜໍ ?

ພິກຂຸ ທ. ! ເພາະອາໄາ ດ້ວຍ ຮູບດ້ວຍ ຈຶ່ງເກີດຈັກຂຸວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງຕາ+ຮູບ+ຈັກຂຸວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌

ພິກຂຸ ທ. ! ເພາະອາໄສ ຫູ ດ້ວຍ ສຽງດ້ວຍ ຈຶ່ງເກີດໂສຕະວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງຫູ+ສຽງ+ໂສຕະວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌.

ພິກຂຸ ທ. ! ເພາະອາໄສ ດັງ ດ້ວຍ ກິ່ນດ້ວຍ ຈຶ່ງເກີດຄານະວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງດັງ+ກິ່ນ+ຄານະວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌

ພິກຂຸ ທ. ! ເພາະອາໄສ ລີ້ນ ດ້ວຍ ຣົສດ້ວຍ ຈຶ່ງເກີດຊິວຫາວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງລີ້ນ+ຣົສ+ຊິວຫາວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີຜັສສະ,

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໒໑

ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ