ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຕັນຫາວິຈະຣິຕ (ຄວາມນຶກຄິດທີ່ຟຸ້ງຊ້ານໄປດ້ວຍອໍານາດແຫ່ງຕັນຫາ)໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ອັນເປັນພາຍນອກ ເປັນແນວໃດໜໍ ? ພິກຂຸ ທ. ! ຕັນຫາວິຈະຣິຕ ໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ອັນເປັນພາຍນອກ ຄືເມື່ອມີຄວາມນຶກໄປໃນທາງ ທີ່ວ່າ “ເຮົາມີເຮົາເປັນດ້ວຍສິ່ງ (ຄືຂັນທ໌ອັນເປັນພາຍນອກ) ນີ້” ດັ່ງນີ້ ກໍເກີດຄວາມນຶກຄິດ ທີ່ເປັນໄປຕາມອໍານາດແຫ່ງຕັນຫາວ່າ “ເຮົາມີຢູ່ເປັນຢູ່ດ້ວຍສິ່ງ (ຄືຂັນທ໌ອັນເປັນພາຍນອກ) ນີ້” ດັ່ງນີ້ ໑, ວ່າ “ເຮົາເປັນເຊັ່ນນີ້ໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາເປັນເຊັ່ນນັ້ນໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາເປັນເຍື່ອງອື່ນດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາເປັນຜູ້ບໍ່ທ່ຽງ ບໍ່ຢັ້ງຢືນດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ“ເຮົາເປັນຜູ້ທ່ຽງ ຜູ້ຢັ້ງຢືນດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຍ່ອມມີຢູ່ ຍ່ອມເປັນຢູ່ດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຍ່ອມເປັນເຊັ່ນນີ້ໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຍ່ອມເປັນເຊັ່ນນັ້ນໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຍ່ອມເປັນເຍື່ອງອື່ນດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ຂໍໃຫ້ເຮົາມີຢູ່ເປັນຢູ່ດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ຂໍໃຫ້ເຮົາເປັນເຊັ່ນນີ້ໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ຂໍໃຫ້ເຮົາເປັນເຊັ່ນນັ້ນໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ຂໍໃຫ້ເຮົາເປັນເຍື່ອງອື່ນດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຈະມີຢູ່ ຈະເປັນຢູ່ດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຈະເປັນເຊັ່ນນີ້ໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຈະເປັນເຊັ່ນນັ້ນໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຈະເປັນເຍື່ອງອື່ນດ້ວຍສິ່ງນີ້” ດັ່ງນີ້ ໑. ພິກຂຸ ທ. ! ເຫຼົ່ານີ້ແລ ຊື່ວ່າຕັນຫາວິຈະຣິຕ ໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ອັນເປັນພາຍນອກ.
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໑໗
ພິກຂຸ ທ. ! ດ້ວຍເຫຕນີ້ແຫຼະ ຕັນຫາວິຈະຣິຕ ໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ ອັນເປັນພາຍໃນດ້ວຍ ແລະຕັນຫາວິຈະຣິຕ ໑໘ ຢ່າງທີ່ເຂົ້າໄປຈັບຢຶດຂັນທ໌ອັນເປັນພາຍນອກດ້ວຍເຫຼົ່ານີ້ແລ ເອີ້ນວ່າ ຕັນຫາວິຈະຣິຕ ໓໖ ຢ່າງ.
ພິກຂຸ ທ. ! ດ້ວຍເຫຕນີ້ແຫຼະ ຕັນຫາວິຈະຣິຕເຊັ່ນນີ້ແລ ເປັນອະດີຕ ໓໖ ຢ່າງ, ເປັນອະນາຄົຕ ໓໖ ຢ່າງ, ແລະປັຈຈຸບັນ ໓໖ ຢ່າງ, ລວມເປັນຕັນຫາວິຈະຣິຕ ໑໐໘ ຢ່າງ.
ພິກຂຸ ທ. ! ນີ້ແຫຼະຄື ຕັນຫານັ້ນ ອັນມີທັມມະຊາດເໝືອນຕາໜ່າງ ເປັນເຄື່ອງດັກສັຕ ມີທັມມະຊາດໄຫຼນອງ ແຜ່ກວ້າງ ເປັນເຄື່ອງເກາະກ່ຽວຂອງສັຕ, ຊຶ່ງດ້ວຍຕັນຫານັ້ນເອງ ສັຕໂລກນີ້ຖືກປົກຄຸມ ຫຸ້ມຫໍ່ໄວ້ ຖືກເຮັດໃຫ້ຫຍຸ້ງຂອດເໝືອນດ້າຍຫຍຸ້ງ ປະສານກັນສັບສົນ ດຸດດັ່ງຮັງນົກ ນຸງນັງເໝືອນດັ່ງທົ່ງຫຍ້າມຸນຊະແລະ ປັບພະຊະ໑ ຈຶ່ງບໍ່ຂ້າມພົ້ນອະບາຍ ທຸຄະຕິ ວິນິບາຕ ແລະສັງສາຣະວັຕໄປໄດ້ ແລ.
- ຈຕຸກກະ. ອັງ. ໒໑/໒໘໙/໑໙໙.
ເຫຕທີ່ເຮັດໃຫ້ຟັງທັມບໍ່ຮູ້ເລື່ອງ
(ເພາະພະວະຕັນຫາ)
ພິກຂຸ ທ. ! ບຸຄຄົລປະກອບຢູ່ດ້ວຍເຫຕຫ້າຢ່າງ ເຖິງແມ່ນຟັງທັມຢູ່ ກໍບໍ່ອາດ ເພື່ອຈະກ້າວລົງສູ່ນິຍາມ ຄືຄວາມຖືກຕ້ອງ ໃນກຸສົລທັມທັງຫຼາຍ. ເຫຕຫ້າຢ່າງ ອັນໃດໜໍ ? ຫ້າຢ່າງ ຄື ສົນໃຈແຕ່ຄໍາເວົ້າ ສົນໃຈແຕ່ຜູ້ເວົ້າ ສົນໃຈແຕ່ຕົນເອງ
໑. ຫຍ້າສອງຊະນິດນີ້ ເຄີຍແປກັນວ່າຫຍ້າມຸງກະຕ່າຍ ແລະຫຍ້າປ້ອງ ແຕ່ບໍ່ມີຫຼັກຖານ ທີ່ແນ່ນນອນ.
ໃນບ່ອນນີ້ ຈຶ່ງບໍ່ແປໄວ້.
໓໑໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ມີຈິຕຟຸ້ງຊ່ານບໍ່ມີເອກັກຄະຕາຈິຕຟັງທັມ ແລະ ຕັ້ງໃນໃຈບໍ່ຖີ່ຖ້ວນຮອບຄອບ. ພິກຂຸ ທ. ! ບຸຄຄົລ ປະກອບດ້ວຍເຫຕຫ້າຢ່າງເຫຼົ່ານີ້ແລ ເຖິງແມ່ນຟັງທັມຢູ່ ກໍບໍ່ອາດເພື່ອຈະກ້າວລົງສູ່ ນິຍາມ ຄືຄວາມຖືກຕ້ອງ ໃນກຸສົລທັມທັງຫຼາຍ.
- ປັນຈກ. ອັງ. ໒໒/໑໙໕/໑໕໑.
(ອີກປະຣິຍາຍໜຶ່ງ)








