ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເພາະອາໄສ ກາຍ ດ້ວຍ ໂຜຕຖັພພະດ້ວຍ ຈຶ່ງເກີດກາຢະວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງກາຍ+ໂຜຕຖັພພະ+ກາຢະວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌.

ພິກຂຸ ທ. ! ເພາະອາໄສ ໃຈ ດ້ວຍ ທັມມາຣົມດ້ວຍ ຈຶ່ງເກີດມະໂນວິນຍານຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງໃຈ+ທັມມາຣົມ+ມະໂນວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີ ຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ, ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ນີ້ຄື ການກໍ່ຂຶ້ນແຫ່ງທຸກຂ໌.

ພິກຂຸ ທ. ! ນີ້ແລ ຄື ການກໍ່ຂຶ້ນແຫ່ງທຸກຂ໌.

- ສລາ. ສັງ. ໑໘/໑໐໖/໑໕໔.

ຖານທີ່ເກີດແຫ່ງຕັນຫາ

(ສີ່ຢ່າງ)

ພິກຂຸ ທ. ! ການເກີດຂຶ້ນແຫ່ງຕັນຫາ ເມື່ອຈະເກີດ ຍ່ອມເກີດຂຶ້ນແກ່ພິກຂຸໃນອາຣົມນ໌ໃດໆ ກໍຕາມ ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື :

ພິກຂຸ ທ. ! ຕັນຫາ ເມື່ອຈະເກີດ ຍ່ອມເກີດຂຶ້ນແກ່ພິກຂຸ ເພາະຈີວະຣະເປັນເຫຕ ແດ່;

໓໒໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ຕັນຫາ ເມື່ອຈະເກີດ ຍ່ອມເກີດຂຶ້ນແກ່ພິກຂຸ ເພາະອາຫາຣ

ບິນທະບາຕເປັນເຫຕ ແດ່;

ພິກຂຸ ທ. ! ຕັນຫາ ເມື່ອຈະເກີດ ຍ່ອມເກີດຂຶ້ນແກ່ພິກຂຸ ເພາະເສນາສະນະເປັນເຫຕ ແດ່;

ພິກຂຸ ທ. ! ຕັນຫາ ເມື່ອຈະເກີດ ຍ່ອມເກີດຂຶ້ນແກ່ພິກຂຸ ເພາະຄວາມໄດ້ເປັນ ຫຼືບໍ່ໄດ້ເປັນຢ່າງນັ້ນຢ່າງນີ້ ເປັນເຫຕ ແດ່.

ພິກຂຸ ທ. ! ເຫຼົ່ານີ້ແລ ຄືການເກີດຂຶ້ນແຫ່ງຕັນຫາ ເມື່ອຈະເກີດຍ່ອມເກີດຂຶ້ນແກ່ພິກຂຸ ໃນອາຣົມໃດໆ ກໍຕາມ ມີສີ່ຢ່າງ ແລ.

- ຈຕຸກກ. ອັງ. ໒໑/໑໒/໙; ຈຕຸກກ. ອັງ. ໒໑/໓໓໕/໒໕໗.

ທີ່ຕັ້ງອາໄສເກີດແຫ່ງຕັນຫາ

ພິກຂຸ ທ. ! ຕັນຫານັ້ນ ເມື່ອຈະເກີດ ຍ່ອມເກີດໃນບ່ອນໃດໜໍ ? ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ທີ່ໃດໜໍ ?

ພິກຂຸ ທ. ! ສິ່ງໃດມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫານັ້ນ ເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນ, ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນສິ່ງນັ້ນ.

ພິກຂຸ ທ. ! ກໍສິ່ງໃດໜໍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ ?

ພິກຂຸ ທ. ! ຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ລີ້ນ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ, ກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະ ໃຈ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ;

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໒໓

ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ, ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພິກຂຸ ທ. ! ຮູບ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສຽງ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ກິ່ນ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຣົສ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ໂຜຕຖັພພະ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະ ທັມມາຣົມ ທັງຫຼາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພິກຂຸ ທ. ! ວິນຍານທາງຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ແລະ ວິນຍານທາງໃຈ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດຂຶ້ນໃນສິ່ງນັ້ນໆ, ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນສິ່ງນັ້ນໆ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ