ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ທຸກຂ໌’ ຈຶ່ງເປັນຄໍາແທນຊື່ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ,ເພາະສະນັ້ນ ຄໍາວ່າ ‘ທຸກຂ໌’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ໂຣຄາ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກຳໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກໂຣຄາ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ,ເພາະສະນັ້ນຄໍາວ່າ ‘ໂຣຄາ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ຫົວຝີ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກຫົວຝີ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ, ເພາະສະນັ້ນຄໍາວ່າ ‘ຫົວຝີ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ລູກສອນ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກຳໜັດແລ້ວ ດ້ວຍກາມະຣາຄະ

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໑໑

ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກລູກສອນ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ, ເພາະສະນັ້ນຄໍາວ່າ ‘ລູກສອນ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ເຄື່ອງຂ້ອງ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມະຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກເຄື່ອງຂ້ອງ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ, ເພາະສະນັ້ນຄໍາວ່າ ‘ເຄື່ອງຂ້ອງ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ຂີ້ຕົມ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກເໝືອກຕົມ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ,ເພາະສະນັ້ນຄໍາວ່າ ‘ຂີ້ຕົມ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ຄັນ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ ຈາກຄັນ () ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ, ເພາະສະນັ້ນ ຄໍາວ່າ ‘ຄັນ’ ຈຶ່ງເປັນຄໍາແທນຊື່ຂອງກາມທັງຫຼາຍ, ດັ່ງນີ້ແລ.

- ອັຕຖກ. ອັງ. ໒໓/໒໙໘/໑໔໖.

໓໑໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ກາມປຽບດ້ວຍຮູຮົ່ວຂອງເຮືອ

ເມື່ອສັຕ ມີຄວາມຮັກໃຄ່ໃນກາມຢູ່, ຖ້າກາມນັ້ນສໍາເລັດແກ່ເຂົາ ຄືເຂົາໄດ້ຕາມປາຖະໜາແລ້ວ, ເຂົາຍ່ອມມີປີຕິໃນໃຈ ໂດຍແທ້. ເມື່ອສັຕ ຜູ້ມີຄວາມພໍໃຈກໍາລັງຮັກໃຄ່ໃນກາມຢູ່, ຖ້າກາມນັ້ນສູນຫາຍໄປ, ເຂົາຍ່ອມເດືອດຮ້ອນ ເໝືອນຖືກແທງດ້ວຍລູກສອນສະນັ້ນ.

ຜູ້ໃດ ເວັ້ນຂາດຈາກກາມ ດ້ວຍຄວາມເຫັນວ່າ ເປັນດຸດດັ່ງຫົວງູ ຜູ້ນັ້ນເປັນຄົນມີສະຕິ ຂ້າມພົ້ນຕັນຫາ ອັນສ່າຍໄປໃນໂລກເສຍໄດ້.

ຜູ້ໃດ ເຂົ້າໄປຜູກໃຈຢູ່ໃນທີ່ນາ ທີ່ສວນ ເງິນ ງົວ ມ້າ ຂ້າທາສຊາຍແລະຍິງ ພວກພ້ອງ ແລະກາມທັງຫຼາຍອື່ນໆ ຢ່າງຫຼວງຫຼາຍ ກິເລສະມາຣ ຍ່ອມສຸບງໍາບຸຄຄົລຜູ້ນັ້ນໄດ້, ອັນຕະລາຍຮອບດ້ານ ຍ່ອມຢໍ່າຢີບຸຄຄົລຜູ້ນັ້ນ; ເພາະເຫຕນັ້ນ ຄວາມທຸກຂ໌ ຍ່ອມຕິດຕາມເຂົາ ເໝືອນນໍ້າໄຫຼເຂົ້າສູ່ເຮືອ ອັນແຕກແລ້ວສະນັ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ