ອະຣິຍະສັຈພາກຕົ້ນ

ໜ້າ/ 382

ນິທານສັມພະວະແຫ່ງກາມ ຄື ຜັສສະ.

ພິກຂຸ ທ. ! ເວມັຕຕະຕາ (ປະມານຕ່າງໆ) ແຫ່ງກາມ ເປັນແນວໃດໜໍ ? ພິກຂຸ ທ. ! ເວມັຕຕະຕາ ແຫ່ງກາມ໑ ຄືຄວາມໃຄ່ (ກາມ) ໃນຣູປາຣົມ ກໍເຍື່ອງໜຶ່ງໆ, ຄວາມໃຄ່ໃນສັດທາຣົມ ກໍເຍື່ອງໜຶ່ງໆ, ຄວາມໃຄ່ໃນຄັນທາຣົມ ກໍເຍື່ອງໜຶ່ງໆ, ຄວາມໃຄ່ໃນຣະສາຣົມ ກໍເຍື່ອງໜຶ່ງໆ, ຄວາມໃຄ່ໃນໂຜດຖັບພາຣົມ ກໍເຍື່ອງໜຶ່ງໆ; ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ເວມັຕຕະຕາແຫ່ງກາມ.

ພິກຂຸ ທ. ! ວິບາກແຫ່ງກາມ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລໃຄ່ຢູ່ຊຶ່ງອາຣົມ (ແຫ່ງກາມ) ໃດ ເຂົາເຮັດອັຕຕະພາບ ອັນເກີດຈາກກາມນັ້ນໆ ໃຫ້ເກີດຂຶ້ນ໒ ເປັນອັຕຕະພາບ ມີສ່ວນແຫ່ງບຸນຍ໌ກໍດີ ມີສ່ວນແຫ່ງອະບຸນຍ໌ກໍດີ; ພິກຂຸ ທ. ! ນີ້ເຮົາ ເອີ້ນວ່າ ວິບາກແຫ່ງກາມ.

ພິກຂຸ ທ. ! ນິໂຣດ (ຄວາມດັບ) ແຫ່ງກາມ ເປັນແນວໃດໜໍ ? ພິກຂຸ ທ. !ນິໂຣດແຫ່ງກາມ ຍ່ອມມີເພາະນິໂຣດແຫ່ງ ຜັສສະ. ອະຣິຍະອັຕຖັງຄິກະມັຄຄະນີ້ນັ້ນແລ ເປັນປະຕິປະທາໃຫ້ເຖິງຊຶ່ງນິໂຣດແຫ່ງກາມ;

໑. ໃຫ້ສັງເກດ ວ່າໃນເລື່ອງຂອງກາມນັ້ນ ບໍ່ມີສ່ວນຂອງທັມມາຮົມ ມີແຕ່ສະເພາະອາຍະຕະນະ ໕ ໃນສ່ວນ

ຂອງກາຍເທົ່ານັ້ນ ຫຼືກຸ່ມ ຂອງ ດິນ ນໍ້າ ລົມ ໄຟ

໒. ຂໍ້ຄວາມນີ້ ໃຊ້ໄດ້ທັງພາສາຄົນ ແລະພາສາທັມ: ພາສາຄົນ ກໍຄືເກີດໃໝ່ຫຼັງຈາກຕາຍແລ້ວ ດັ່ງທີ່ຮູ້ກັນຢູ່; ຖ້າເປັນພາສາທັມ ກໍຄືຈິຕທີ່ຄອງອັຕຕາພາບ ປັຈຈຸບັນຂອງເຂົານັ້ນ ເກີດປ່ຽນເປັນບຸນຍ໌ຫຼືບາບຕາມສົມຄວນ ແກ່ອຸປາທານທີ່ເກີດຂຶ້ນຈາກຄວາມໃຄ່ນັ້ນໆ ໂດຍທີ່ຍັງບໍ່ຕ້ອງຕາຍ; ທັງນີ້ກໍເປັນໄປໄດ້ທັງສອງກໍລະນີ ຊຶ່ງຈະເກີດຕໍ່ເນື່ອງກັນ ຖ້າຮ່າງກາຍແຕກດັບ ຂະນະນັ້ນອັຕຕະພາບໃໝ່ຕໍ່ໄປຂອງເຂົາ ກໍຈະເປັນຕາມຈິຕສຸດທ້າຍ ທີ່ພໍໃຈຢູ່ຊຶ່ງອາຣົມໃດ ອັນເປັນສຸຄະຕິ (ບຸນຍ໌ ) ຫຼືທຸຄະຕິ (ອະບຸນຍ໌) ໃນຂະນະນັ້ນນັ້ນເອງ ແຕ່ຖ້າຮ່າງກາຍຍັງບໍ່ແຕກດັບ ຈິຕກໍຈະທຳງານເກີດດັບ ໃນອາຣົມຕ່າງໆ ເປັນວັຕຕະພາຍໃນຈິຕ ຕໍ່ໄປເລື້ອຍໆ.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໐໙

ປະຕິປະທານັ້ນໄດ້ແກ່ ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.

ພິກຂຸ ທ. ! ໃນກາລໃດແລ ອະຣິຍະສາວົກ ຍ່ອມຮູ້ແຈ່ມແຈ້ງ ຊຶ່ງກາມເຊັ່ນນີ້, ຮູ້ແຈ່ມແຈ້ງ ຊຶ່ງນິທານສັມພາວະແຫ່ງກາມເຊັ່ນນີ້, ຮູ້ແຈ່ມແຈ້ງ ຊຶ່ງເວມັຕຈະຕາແຫ່ງກາມເຊັ່ນນີ້, ຮູ້ແຈ່ມແຈ້ງ ຊຶ່ງວິບາກແຫ່ງກາມເຊັ່ນນີ້, ຮູ້ແຈ່ມແຈ້ງ ຊຶ່ງນິໂຣດແຫ່ງກາມເຊັ່ນນີ້, ຮູ້ແຈ່ມແຈ້ງ ຊຶ່ງປະຕິປະທາໃຫ້ເຖິງ ຊຶ່ງນິໂຣດແຫ່ງກາມເຊັ່ນນີ້; ໃນກາລນັ້ນ ອະຣິຍະສາວົກນັ້ນ ຍ່ອມຮູ້ແຈ່ມແຈ້ງ ຊຶ່ງພຣົມມະຈັນຣຍ໌ນີ້ ອັນເປັນເຄື່ອງເຈາະແທງກິເລສ ວ່າເປັນນິໂຣດແຫ່ງກາມ.

- ສັກກ. ອ. ໒໒/໔໕໗-໔໖໐/໓໓໔.

ໄວພົດ (ຄໍາແທນຊື່) ຂອງກາມ

ພິກຂຸ ທ. ! ຄໍາວ່າ ‘ພັຍ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ຄໍາວ່າ ‘ທຸກຂ໌’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ຄໍາວ່າ ‘ໂຣຄາ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ຄໍາວ່າ ‘ຫົວຝີ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ຄໍາວ່າ ‘ລູກສອນ’ ດັ່ງນີ້ນັ້ນເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ຄໍາວ່າ ‘ເຄື່ອງຂ້ອງ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ຄໍາວ່າ ‘ຂີ້ຕົມ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ຄໍາວ່າ ‘ຄັນຄູ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ພັຍ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ .! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ ຈາກພັຍ

໓໑໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລະອະນາຄົຕເບື້ອງໜ້າ, ເພາະສະນັ້ນຄໍາວ່າ ‘ພັຍ’ ຈຶ່ງເປັນຄໍາແທນຊື່ຂອງກາມທັງຫຼາຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ