ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເພາະສະນັ້ນ ບຸຄຄົລ ຄວນເປັນຜູ້ມີສະຕິທຸກເມື່ອ, ຄວນເວັ້ນຂາດຈາກກາມ, ລະກາມແລ້ວ ຍ່ອມຂ້າມໂອຄະເສຍໄດ້ ດຸດດັ່ງບຸຄຄົລ ອຸດຢາເຮືອດີແລ້ວ ກໍຍ່ອມຂ້າມໄປເຖິງຝັ່ງນັ້ນ (ນິພພານ) ໄດ້ສະນັ້ນ ແລ.
- ສຸຕຕະ. ຂຸ. ໒໕/໔໘໔/໔໐໘.
ລັກສະນະແຫ່ງພະວະຕັນຫາ
ພິກຂຸ ທ. ! ພະວະໂຢຄະ (ການປະກອບຢູ່ດ້ວຍພົບ) ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນໂລກນີ້ ຍ່ອມບໍ່ຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງຄວາມກໍ່ຂຶ້ນແຫ່ງພົບທັງຫຼາຍ ຊຶ່ງຄວາມດັບໄປແຫ່ງພົບທັງຫຼາຍ ຊຶ່ງສະເໜ່ແຫ່ງພົບທັງຫຼາຍ
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໑໓
ຊຶ່ງໂທດແຫ່ງພົບທັງຫຼາຍ ແລະ ຊຶ່ງອຸບາຍເຄື່ອງອອກພົ້ນໄປໄດ້ຈາກພົບທັງຫຼາຍ. ພິກຂຸ ທ. ! ເມື່ອເຂົາບໍ່ຮູ້ຢູ່ເຊັ່ນນັ້ນ, ຄວາມກໍາໜັດໃນພົບ ຄວາມເພີດເພີນໃນພົບ ຄວາມສະເໜ່ຫາໃນພົບ ຄວາມສະຢົບໃນພົບ ຄວາມຫິວກະຫາຍໃນພົບ ຄວາມຮ້ອນເອົ້າເພາະພົບ ຄວາມເມົາມົວໃນພົບ ແລະພະວະຕັນຫາໃນພົບທັງຫຼາຍ ຍ່ອມນອນເນື່ອງຢູ່ໃນບຸຄຄົລນັ້ນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ພະວະໂຢຄະ (ການປະກອບຢູ່ດ້ວຍພົບ), ດັ່ງນີ້ ແລ.
- ຈຕຸກກະ. ອັງ. ໒໑/໑໓/໑໐.
ປັຈຈັຍແຫ່ງພະວະຕັນຫາ
ພິກຂຸ ທ. ! ທີ່ສຸດໃນເບື້ອງຕົ້ນ ຂອງພະວະຕັນຫາ ຍ່ອມບໍ່ປາກົດ; ກ່ອນແຕ່ນີ້ ພະວະຕັນຫາບໍ່ໄດ້ມີ; ແຕ່ວ່າພະວະຕັນຫາ ຫາກໍມີຕໍ່ພາຍຫຼັງ. ພິກຂຸ ທ. ! ຄໍາກ່າວເຊັ່ນນີ້ແຫຼະ ເປັນຄໍາທີ່ໃຜໆຄວນກ່າວ ແລະຄວນກ່າວດ້ວຍວ່າ “ພະວະຕັນຫາ ຍ່ອມປາກົດ ເພາະມີສິ່ງນີ້ ສິ່ງນີ້ ເປັນປັຈຈັຍ” ດັ່ງນີ້.
ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນພະວະຕັນຫານັ້ນ ກໍເປັນທັມມະຊາດ ມີອາຫາຣ ຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣກໍບໍ່. ກໍອັນໃດໜໍ ເປັນອາຫາຣຂອງພະວະຕັນຫາ ? ຄໍາຕອບ ຍ່ອມມີວ່າ “ອະວິຊຊາ ເປັນອາຫາຣຂອງພະວະຕັນຫາ” ດັ່ງນີ້.
ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນ ອະວິຊຊາ ກໍເປັນທັມມະຊາດມີອາຫາຣຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣກໍບໍ່. ກໍອັນໃດໜໍ ເປັນອາຫາຣຂອງ ອະວິຊຊາ ? ຄໍາຕອບຍ່ອມມີວ່າ “ນິວະຣະທັງຫຼາຍ ໕ ປະການ ເປັນອາຫາຣຂອງ ອະວິຊຊາ” ດັ່ງນີ້.
໓໑໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນນິວອນທັງຫຼາຍ ໕ ປະການ ກໍເປັນທັມມະຊາດມີອາຫາຣ ຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣກໍບໍ່. ກໍອັນໃດໜໍ ເປັນອາຫາຣຂອງນິວອນທັງຫຼາຍ ໕ ປະການ ? ຄໍາຕອບຍ່ອມມີວ່າ “ທຸຈະຣິຕ ທັງຫຼາຍ ໓ ປະການ” ດັ່ງນີ້.
......ຯລຯ........ ......ຯລຯ........
ການບໍ່ສັງລວມອິນຊີບໍລິບູນແລ້ວ ຍ່ອມເຮັດທຸຈະຣິຕ ໓ ປະການໃຫ້ບໍລິບູນ;
ທຸຈະຣິຕ ໓ ປະການບໍລິບູນແລ້ວ ຍ່ອມເຮັດນິວອນ ໕ ປະການໃຫ້ບໍລິບູນ;
ນິວອນ ໕ ປະການບໍລິບູນແລ້ວ ຍ່ອມເຮັດ ອະວິຊຊາ ໃຫ້ບໍຣິບູນ;
ອະວິຊຊາ ບໍຣິບູນແລ້ວ ຍ່ອມເຮັດ ພະວະຕັນຫາ ໃຫ້ບໍລິບູນ.
ພິກຂຸ ທ. ! ອາຫາຣແຫ່ງ ພະວະຕັນຫານີ້ ຍ່ອມມີໄດ້ດ້ວຍອາການດັ່ງນີ້ແລະ ບໍລິບູນແລ້ວດ້ວຍອາການດັ່ງນີ້.
- ທສກ. ອັງ. ໒໔/໑໒໔/໖໒.
ວິພາກແຫ່ງພະວະຕັນຫາຮ້ອຍແປດ
ພິກຂຸ ທ. ! ເຮົາຈະສະແດງແກ່ພວກເຈົ້າ ເຖິງເລື່ອງ ຕັນຫາ ອັນມີທັມມະຊາດ ເໝືອນຕາໜ່າງ (ແຫຫຼືມອງ) ເປັນເຄື່ອງດັກສັຕ ມີທັມມະຊາດໄຫຼນອງ ແຜ່ກວ້າງເປັນເຄື່ອງເກາະກ່ຽວຂອງສັຕ, ຊຶ່ງດ້ວຍຕັນຫານັ້ນເອງ ສັຕໂລກນີ້ ຖືກປົກຄຸມ ຫຸ້ມຫໍ່ໄວ້ ຖືກເຮັດໃຫ້ຫຍຸ້ງຂອດ ເໝືອນດ້າຍຫຍຸ້ງ ປະສານກັນສັບສົນ ດຸດດັ່ງຮັງນົກ ນຸງນັງເໝືອນທົ່ງຫຍ້າມຸນຊະ ແລະປັບພະຊະ ຈຶ່ງບໍ່ຂ້າມພົ້ນອະບາຍ ທຸຄະຕິ ວິນິບາຕ ແລະສັງສາຣະວັຕໄປໄດ້. ພວກເຈົ້າ ຈົ່ງຟັງຂໍ້ຄວາມນັ້ນ ຕັ້ງໃນໃຈໃຫ້ສຳເລັດປະໂຍຊນ໌ ເຮົາຈະກ່າວບັດນີ້.
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໑໕
ຄັນພິກຂຸທັງຫຼາຍເຫຼົ່ານັ້ນ ທູນສະໜອງຮັບພຣະພຸດທະດຳລັດແລ້ວ, ພຣະຜູ້ມີພຣະພາຄເຈົ້າຈຶ່ງໄດ້ຕຣັດພຣະພຸດທະວະຈະນະນີ້ ວ່າ :-








