ອະຣິຍະສັຈພາກຕົ້ນ
ໜ້າ/ 382
ທ່ຽວສະແຫວງຫາໝາກໄມ້ຢູ່ ເຂົາເຂົ້າໄປຍັງປ່ານັ້ນແລ້ວ ພົບຕົ້ນໄມ້ຕົ້ນນັ້ນແລ້ວຄິດວ່າ “ຕົ້ນໄມ້ນີ ມີໝາກເປັນຕາຢາກກິນດ້ວຍ ດົກດ້ວຍ ສ່ວນໝາກທີ່ຫຼົ່ນຢູ່ຕາມພື້ນດິນບໍ່ມີເລີຍ ແລະເຮົາກໍຮູ້ຈັກວິທີຂຶ້ນຕົ້ນໄມ້ຢູ່, ຖ້າຈັ່ງໃດ ເຮົາຂຶ້ນສູ່ຕົ້ນໄມ້ນີ້ແລ້ວ ຈະຍ່ອມກິນໝາກໄມ້ຕາມຄວາມພໍໃຈດ້ວຍ ຈະຍ່ອມຫໍ່ໃຫ້ເຕັມດ້ວຍ” ດັ່ງນີ້ແລ້ວ ເຂົາກໍຂຶ້ນສູ່ຕົ້ນໄມ້ນັ້ນ ເກັບກິນຕາມຄວາມພໍໃຈດ້ວຍ ຫໍ່ຈົນເຕັມພົກດ້ວຍ. ໃນລໍາດັບນັ້ນເອງ ບຸຣຸສຄົນທີສອງ ຊຶ່ງເປັນຜູ້ຕ້ອງການດ້ວຍໝາກໄມ້ ທ່ຽວສະແຫວງຫາໝາກໄມ້ເຊັ່ນດຽວກັນ ຖືຂວານຄົມຜ່ານມາບ່ອນນັ້ນ, ເຂົາເຂົ້າໄປຍັງປ່ານັ້ນແລ້ວ ກໍພົບຕົ້ນໄມ້ຕົ້ນດຽວນັ້ນ ຊຶ່ງມີໝາກຫຼາຍ ໜ້າຢາກກິນດ້ວຍ ດົກດ້ວຍ, ເຂົາຈຶ່ງຄິດວ່າ “ຕົ້ນໄມ້ນີ້ມີໝາກຫຼາຍ ໜ້າຢາກກິນດ້ວຍ ດົກດ້ວຍ ສ່ວນໜ່ວຍທີ່ຫຼົ່ນຢູ່ຕາມພື້ນດິນ ບໍ່ມີເລີຍ ແລະເຮົາກໍບໍ່ຮູ້ຈັກວິທີຂຶ້ນຕົ້ນໄມ້, ຖ້າຈັ່ງໃດ ເຮົາຈະຕັດ ປໍ້າຕົ້ນມັນລົງແລ້ວ ຈະຍ່ອມກິນໝາກມັນຕາມຄວາມພໍໃຈດ້ວຍ ຈະຍ່ອມຫໍ່ໃຫ້ເຕັມດ້ວຍ” ດັ່ງນີ້ແລ້ວ ເຂົາຈຶ່ງຕັດ ປໍ້າຕົ້ນໄມ້ນັ້ນທີ່ລໍາຕົ້ນ.
ຄະຫະບໍດີ ! ທ່ານຈະສໍາຄັນ ຄວາມຂໍ້ນັ້ນວ່າແນວໃດ ? ບຸຣຸສ ຜູ້ຂຶ້ນຢູ່ເທິງຕົ້ນໄມ້ຄົນທໍາອິດ, ຖ້າເຂົາ ບໍ່ຮີບລົງມາໂດຍໄວເຊັ່ນໃດ, ເມື່ອຕົ້ນໄມ້ນັ້ນລົ້ມລົງ, ເຂົາກໍຈະຕ້ອງມືຫັກແດ່ ຕີນຫັກແດ່ ຫຼືອະໄວຍະວະໃຫຍ່ ສ່ວນໃດສ່ວນໜຶ່ງຫັກແດ່ໂດຍແທ້. ບຸຣຸສຜູ້ນັ້ນ ກໍຈະເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍເພາະຂໍ້ນັ້ນ ເປັນເຫຕບໍ່ແມ່ນຫຼື ?
“ເຊັ່ນນັ້ນ ຂ້ານ້ອຍ !”
ຄະຫະບໍດີ ! ດ້ວຍເຫຕນີ້ແຫຼະ ສາວົກຂອງພຣະອະຣິຍະເຈົ້າ ຍ່ອມພິຈາຣະນາເຫັນໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າ ຕຣັສແລ້ວວ່າມີອຸປະມາດ້ວຍໝາກໄມ້ ເປັນສິ່ງທີ່ໃຫ້ເກີດແຫ່ງທຸກຂ໌ຫຼາຍ ເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະມີໂທດຢ່າງຍິ່ງ” ດັ່ງນີ້, ຄັນເຫັນກາມນັ້ນດ້ວຍປັນຍາອັນຊອບ ຕາມທີ່ເປັນຈິງ ເຊັ່ນນີ້ແລ້ວ
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໐໗
ກໍເວັ້ນເສຍໂດຍເດັດຂາດ ຊຶ່ງຄວາມເພັ່ງມີປະການຕ່າງໆ ອັນອາໄສອາຣົມຕ່າງໆ (ກາມະຄຸນຫ້າ), ແລ້ວຈະເຣີນ ຊຶ່ງຄວາມເພັ່ງອັນດຽວ ອັນອາໄສອາຣົມອັນດຽວ (ເຊັ່ນຈະເຣີນອຸເປກຂາ ທີ່ເປັນອົງຄ໌ຂອງຈະຕຸຕຖະຊານ) ອັນເປັນທີ່ດັບສະນິດ ບໍ່ມີສ່ວນເຫຼືອຂອງອຸປາທານ ອັນມີຢູ່ໃນເຫຍື່ອໂລກ ໂດຍປະການທັງປວງ ແລ.
- ມ. ມ. ໑໓/໔໔/໕໓.
ລາຍລະອຽດທີ່ຄວນສຶກສາກ່ຽວກັບກາມ
(ເລື່ອງຄວນເບິ່ງປະກອບໃນ ອະຣິຍະ.ໂອ. ປາຍໜ້າ ໑໑໙໖ ແລະ ໃນປະຕິຈຈ.ໂອ. ໜ້າ ໓໒໔)
ພິກຂຸ ທ. ! ທີ່ເຮົາກ່າວວ່າ “ກາມ ນິທານສາພາວະແຫ່ງກາມ ເວມັຕຕະຕາແຫ່ງກາມ ວິບາກແຫ່ງກາມ ນິໂຣດແຫ່ງກາມ ປະຕິປະທາໃຫ້ເຖິງຊຶ່ງນິໂຣດແຫ່ງກາມ ເປັນສິ່ງທີ່ຄວນຮູ້ແຈ້ງ” ນັ້ນເຮົາກ່າວໝາຍເຖິງກາມເຍື່ອງໃດກັນໜໍ ? ພິກຂຸ ທ. ! ກາມະຄຸນ ໕ ຢ່າງເຫຼົ່ານີ້ ຄື ຮູບ ທັງຫຼາຍ ອັນຈະຍ່ອມຮູ້ແຈ້ງໄດ້ດ້ວຍຈັກຂຸ....ສຽງ ທັງຫຼາຍ ອັນຈະຍ່ອມຮູ້ແຈ້ງໄດ້ດ້ວຍໂສຕະ....ກິ່ນ ທັງຫຼາຍ ອັນຈະຍ່ອມຮູ້ແຈ້ງໄດ້ດ້ວຍຄານະ.... ຣົສ ທັງຫຼາຍ ອັນຈະຍ່ອມຮູ້ແຈ້ງໄດ້ດ້ວຍຊິວຫາ....ໂຜດຖັບພະ ທັງຫຼາຍ ອັນຈະຍ່ອມຮູ້ແຈ້ງໄດ້ດ້ວຍກາຍ ອັນເປັນສິ່ງທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະອັນໜ້າຮັກ ເປັນທີ່ເຂົ້າໄປຕັ້ງອາໄສແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດມີຢູ່, ພິກຂຸ ທ. ! ອາຣົມ ໕ ຢ່າງເຫຼົ່ານີ້ ຫາກແມ່ນກາມກໍບໍ່; ຫ້າຢ່າງເຫຼົ່ານີ້ ເອີ້ນກັນ ໃນອະຣິຍະວິນັຍວ່າ ກາມະຄຸນ.
(ຄາຖາຈໍາກັດຄວາມຕອນນີ້)
ຄວາມກໍາໜັດ ໄປຕາມອໍານາດຄວາມຕຶກຕອງ (ສັງກັປປະຣາຄະ)
ນັ້ນແຫຼະຄື ກາມ ຂອງຄົນເຮົາ; ອາຣົມອັນວິຈິຕທັງຫຼາຍ ໃນໂລກ
ນັ້ນຫາກແມ່ນກາມກໍບໍ່; ຄວາມກໍາໜັດໄປຕາມອໍານາດຄວາມຕຶກຕອງ
ນັ້ນແຫຼະ ຄື ກາມຂອງຄົນເຮົາ; ອາຣົມອັນວິຈິຕ ກໍມີຢູ່ໃນໂລກ
໓໐໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຕາມປະສາຂອງມັນເທົ່ານັ້ນ; ດັ່ງນັ້ນ ຜູ້ມີປັນຍາ ຈຶ່ງນໍາອອກເສຍຊຶ່ງ
ສັນທະ ໃນອາຣົມ ອັນວິຈິຕເຫຼົ່ານັ້ນ ດັ່ງນີ້.
ພິກຂຸ ທ. ! ນິທານສັມພະວະ (ເຫຕເປັນແດນເກີດ) ແຫ່ງກາມ ເປັນແນວໃດໜໍ ?








