ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ທັມເຫຼົ່າໃດທີ່ເຮົາກ່າວແລ້ວ ໂດຍຫຼາຍແງ່ຫຼາຍມຸມ ແກ່ພວກເຈົ້າທັງຫຼາຍ ວ່າເປັນທັມ ທີ່ກໍ່ອັນຕະລາຍແກ່ຜູ້ປະຕິບັຕ ທັມເຫຼົ່ານັ້ນ ກໍສາມາດທີ່ຈະກໍ່ອັນຕະລາຍແກ່ຜູ້ປະຕິບັຕໄດ້ຈິງແທ້. ກາມທັງຫຼາຍ ເຮົາກ່າວແລ້ວ ວ່າມີຄວາມຊື່ນຫວານໜ້ອຍ ມີທຸກຂ໌ຫຼາຍ ມີເລື່ອງເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະມີໂທດຢ່າງຍິ່ງເປັນສິ່ງ ທີ່ຄວນປຽບດ້ວຍທ່ອນແຫ່ງກະດູກ, ຄວນປຽບດ້ວຍຕ່ອນຊີ້ນ, ຄວນປຽບດ້ວຍທວນໄຟຂອງຫຍ້າ, ຄວນປຽບດ້ວຍຂຸມຖ່ານໄຟ, ຄວນປຽບດ້ວຍຂອງໃນຄວາມຝັນ, ຄວນປຽບດ້ວຍຂອງຢືມ, ຄວນປຽບດ້ວຍໝາກໄມ້, ຄວນປຽບດ້ວຍຂຽງຟັນຊີ້ນ, ຄວນປຽບດ້ວຍຫອກແລະຫລາວ, ແລະຄວນປຽບດ້ວຍຫົວງູ ສະນັ້ນ. ກໍແຕ່ວ່າ ອະຣິດທະພິກຂຸຄັນດະວາດິປຸບພະນີ້ ເພາະຕົນເອງຖືເອົາທັມທີ່ເຮົາສະແດງແລ້ວຜິດ ຈຶ່ງກ່າວຕູ່ພວກເຮົາດ້ວຍ ຂຸດຮາກຕົນເອງດ້ວຍ ແລະປະສົບສິ່ງບໍ່ແມ່ນບຸນເປັນອັນມາກດ້ວຍ, ຂໍ້ນັ້ນ ຈະເປັນໄປເພື່ອຄວາມທຸກຂ໌ ອັນບໍ່ແມ່ນປະໂຍຊນ໌ ເກື້ອກູນ ຕະຫຼອດກາລະດົນນານ ແກ່ໂມຄະບຸຣຸສ ນັ້ນແລ.

- ມູ. ມ. ໑໒/໒໖໖/໒໗໗.

໓໐໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ກາມປຽບທຽບດ້ວຍທ່ອນກະດູກ

ຄະຫະບໍດີ ! ປຽບເໝືອນໝາທີ່ໝົດກໍາລັງ ເພາະຫິວຫຼາຍ ຈະຍ່ອມເຂົ້າໄປຢືນຊະເງີ້ຢູ່ ໃນບ່ອນທີ່ຂ້າງົວ. ຄົນຂ້າງົວ ຫຼືລູກນ້ອງຂອງເຂົາ ຜູ້ເຊື້ອເຊີນ ກໍຈະຍ່ອມເອົາທ່ອນກະດູກ ທີ່ປາດຊີ້ນອອກໝົດແລ້ວ ບໍ່ມີສ່ວນທີ່ຍັງເປັນເຫຍື່ອອ່ອນເຫຼືອຢູ່ແມ່ນແຕ່ໜ້ອຍດຽວ ພຽງແຕ່ເປື້ອນເລືອດຢູ່ແດ່ ໂຍນໄປໃຫ້ແກ່ໝາໂຕນັ້ນແຫ້ນ.

ຄະຫະບໍດີ ! ທ່ານຈະສໍາຄັນ ຄວາມຂໍ້ນັ້ນວ່າແນວໃດ ? ໝາໂຕນັ້ນ ແຫ້ນທ່ອນກະດູກ ທີ່ປາດຊີ້ນອອກໝົດແລ້ວ ບໍ່ມີສ່ວນທີ່ຍັງເປັນເຫຍື່ອອ່ອນເຫຼືອຢູ່ແມ່ນແຕ່ໜ້ອຍດຽວ ພຽງແຕ່ເປື້ອນເລືອດຢູ່ແດ່ນັ້ນຢູ່, ຈະຍ່ອມບັນເທົາຄວາມໝົດກໍາລັງ ເພາະຫິວຫຼາຍໄດ້ຫຼື ?

“ຫາບໍ່ໄດ້ ຂ້ານ້ອຍ !” ຂໍ້ນັ້ນ ເພາະເຫຕໃດ ? “ເພາະວ່າທ່ອນກະດູກ ທີ່ປາດຊີ້ນອອກໝົດແລ້ວນັ້ນ ບໍ່ມີສ່ວນທີ່ຍັງເປັນເຫຍື່ອອ່ອນເຫຼືອຢູ່ແມ່ນແຕ່ໜ້ອຍດຽວ ພຽງແຕ່ເປື້ອນເລືອດຢູ່ແດ່ເທົ່ານັ້ນ. ໝາໂຕນັ້ນ ກໍຈະໄດ້ຮັບແຕ່ຄວາມເມື່ອຍໃຈ ແລະຄວາມແຄ້ນໃຈໂດຍແທ້ ຂ້ານ້ອຍ !”

ຄະຫະບໍດີ ! ດ້ວຍເຫຕນີ້ແຫຼະ ສາວົກຂອງພຣະອະຣິຍະເຈົ້າ ຍ່ອມພິຈາຣະນາເຫັນໂດຍແຈ່ມແຈ້ງ ດັ່ງນີ້ວ່າ “ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າຕຣັດແລ້ວວ່າ ມີອຸປະມາດ້ວຍທ່ອນກະດູກ ເປັນສິ່ງທີ່ໃຫ້ເກີດແຫ່ງທຸກຂ໌ຫຼາຍ ເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະ ມີໂທດຢ່າງຍິ່ງ” ດັ່ງນີ້, ຄັນເຫັນກາມນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ ແລ້ວກໍເວັ້ນເສຍໂດຍເດັດຂາດ ຊຶ່ງຄວາມເພັ່ງມີປະການຕ່າງໆ ອັນອາໄສອາຣົມຕ່າງໆ (ກາມະຄຸນທັງຫ້າ), ແລ້ວຈະເຣີນຊຶ່ງຄວາມເພັ່ງອັນດຽວ ອັນອາໄສອາຣົມອັນດຽວ (ເຊັ່ນອຸເປກຂາ ທີ່ເປັນອົງຄ໌ຂອງຈະຕຸຕຖະຊານ) ອັນເປັນທີ່ດັບສະນິດ ບໍ່ມີສ່ວນເຫຼືອຂອງອຸປາທານ ອັນມີຢູ່ໃນເຫຍື່ອໂລກ ໂດຍປະການທັງປວງ ແລ.

- ມ.ມ. ໑໓/໔໑/໔໗.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໐໑

ກາມປຽບທຽບດ້ວຍຕ່ອນຊີ້ນຄາປາກ

ຄະຫະບໍດີ ! ປຽບເໝືອນແຮ້ງ ຫຼືແຫຼວ ຫຼືນົກກະຕຸມກໍຕາມ ໂຕໜຶ່ງຄາບຕ່ອນຊີ້ນພາບິນໄປ. ຝຸງແຮ້ງແດ່ ຝຸງແຫຼວແດ່ ຝູງນົກກະຕຸມແດ່ ຕາມສວບ ຕອມສວບ ນົກໂຕນັ້ນ ເພື່ອໃຫ້ຖິ້ມຊີ້ນຕ່ອນນັ້ນ ຍັງນົກໂຕນັ້ນໃຫ້ປ່ອຍ ໃຫ້ຄາຍ.

ຄະຫະບໍດີ ! ທ່ານຈະສຳຄັນ ຄວາມຂໍ້ນັ້ນວ່າແນວໃດ ? ຖ້າແຮ້ງ ຫຼືແຫຼວ ຫຼືນົກກະຕຸມນັ້ນ ບໍ່ຮີບໂຍນຖິ້ມຕ່ອນຊີ້ນນັ້ນເສຍແລ້ວ ມັນກໍຈະເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍ ເພາະຂໍ້ນັ້ນເປັນເຫຕ ບໍ່ແມ່ນຫຼື ?

“ເຊັ່ນນັ້ນ ຂ້ານ້ອຍ !”

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ