ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ຜູ້ໃດເພີດເພີນຢູ່ໃນກາຍ, ຜູ້ນັ້ນເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງ ທີ່ເປັນທຸກຂ໌ ຜູ້ນັ້ນຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ໃນມະນະ, ຜູ້ນັ້ນ ເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງ ທີ່ເປັນທຸກຂ໌ ຜູ້ນັ້ນຍ່ອມ ບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້.

- ສະລາ. ສງ. ໑໘/໑໖/໑໙.

(ໃນສູຕຕໍ່ໄປ ໄດ້ຕຣັດເຖິງໃນກໍລະນີ ແຫ່ງອາຍະຕະນະພາຍນອກຫົກ ຊຶ່ງມີຂໍ້ຄວາມເໝືອນໃນກໍລະນີ ແຫ່ງອາຍະຕະນະພາຍໃນ ຂ້າງເທິງນີ້ທຸກປະການ ຕ່າງແຕ່ຊື່ອາຍະຕະນະ).

ຄວາມຊື່ນຫວານກາງກອງທຸກຂ໌

(ຄວາມຫຼອກລວງຂອງກາມ)

ມາຄັນທິຍາ ! ບຸຣຸສໂຣຄາຂີ້ເຮື້ອນ ມີໂຕເປັນບາດແຜ ຖືກໂຕເຊື້ອໂຣຄາເຈາະກັດຢູ່ ໃຊ້ເລັບເກົາບາດແຜຢູ່ ຮົມໂຕຢູ່ທີ່ຂຸມຖ່ານໄຟ. ມາຄັນທິຍາ ! ເຂົາປະພຶດເຊັ່ນນັ້ນຢູ່ພຽງໃດ, ບາດແຜຂອງເຂົາ ກໍຍິ່ງບໍ່ສະອາດ ຍິ່ງມີກິ່ນເໝັນ ແລະ

໒໙໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເປື່ອຍເນົ່າຫຼາຍຍິ່ງຂຶ້ນຢູ່ພຽງນັ້ນ, ຈະມີຄວາມຮູ້ສຶກພໍໃຈ ແລະພົບຄວາມສະບາຍເບົາເນື້ອຢູ່ແດ່ ກໍບ່ອນທີ່ຜົລໄດ້ຮັບຈາກການເກົາ ຫຼືການອົບອຸ່ນເພາະໄຟນັ້ນເປັນເຫຕ ຂໍ້ນີ້ມີອຸປະມາເຊັ່ນໃດ;

ມາຄັນທິຍາ ! ອຸປະໄມ ກໍເຊັ່ນນັ້ນ ຄືສັຕທັງຫຼາຍ ຍັງເປັນຜູ້ບໍ່ປາສະຈາກຄວາມກໍາໜັດໃນກາມທັງຫຼາຍ ຖືກກາມຕັນຫາເຈາະກັດຢູ່ ຖືກຄວາມຮ້ອນເອົ້າເພາະກາມລົນເຜົາຢູ່ ກໍຍັງດື້ເສບກາມທັງຫຼາຍ ຢູ່ນັ້ນເອງ. ມາຄັນທິຍາ ! ເຂົາຍັງປະພຶດເຊັ່ນນັ້ນຢູ່ພຽງໃດ, ກາມະຕັນຫາຂອງສັຕທັງຫຼາຍເຫຼົ່ານັ້ນ ຍ່ອມຈະເຣີນຂຶ້ນດ້ວຍ ເຂົາຖືກຄວາມຮ້ອນເອົ້າ ເພາະກາມລົນເຜົາຢູ່ດ້ວຍ ແລະສັຕເຫຼົ່ານັ້ນ ຈະມີຄວາມຮູ້ສຶກພໍໃຈ ແລະພົບຄວາມສະບາຍເບົາເນື້ອຢູ່ແດ່ ກໍຍ້ອນວ່າສະເໜ່ອັນອາໄສກາມະຄຸນ ໕ ເປັນເຫຕຢູ່ພຽງນັ້ນ ເທົ່ານັ້ນແລ.

- ມ. ມ. ໑໓/໒໗໔/໒໘໕.

ຄວາມຊື່ນຫວານທີ່ບໍ່ຄຸ້ມກັບຄວາມທຸກຂ໌

ພິກຂຸ ທ. ! ອະຣິດທະພິກຂຸຄັນດະວາດິປຸບພະ ກ່າວຕູ່ພວກເຮົາດ້ວຍ ຂຸດຮາກຕົນເອງດ້ວຍ ປະສົບສິ່ງບໍ່ແມ່ນບຸນຢ່າງຫຼວງຫຼາຍດ້ວຍ ເພາະຕົນເອງເຂົ້າໃຈຜິດໃນທັມທີ່ເຮົາສະແດງແລ້ວເຍື່ອງໃດ, ແມ່ນວ່າພວກເຈົ້າທັງຫຼາຍ ກໍເຂົ້າໃຈທັມທີ່ເຮົາສະແດງແລ້ວ ເໝືອນດັ່ງອະຣິດທະພິກຂຸ ນັ້ນຫຼື ? “ຫາບໍ່ໄດ້ຂ້ານ້ອຍ ! ທັມເຫຼົ່າໃດ ອັນພຣະຜູ້ມີພຣະພາຄເຈົ້າຕຣັດແລ້ວ ໂດຍຫຼາຍແງ່ຫຼາຍທາງ ແກ່ພວກຂ້ານ້ອຍທັງຫຼາຍ ວ່າເປັນທັມທີ່ກໍ່ອັນຕະລາຍແກ່ຜູ້ປະຕິບັຕ, ທັມເຫຼົ່ານັ້ນ ກໍສາມາດທີ່ຈະກໍ່ອັນຕະລາຍ ແກ່ຜູ້ປະຕິບັຕໄດ້ແທ້ຈິງ.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໒໙໙

ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າ ຕຣັດແລ້ວວ່າມີຄວາມຊື່ນຫວານໜ້ອຍ ມີທຸກຂ໌ຫຼາຍ ມີເລື່ອງເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະມີໂທດຢ່າງຍິ່ງ ເປັນສິ່ງທີ່ຄວນປຽບທຽບດ້ວຍທ່ອນແຫ່ງກະດູກ, ຄວນປຽບດ້ວຍຕ່ອນຊີ້ນ, ຄວນປຽບດ້ວຍທວນໄຟຂອງຫຍ້າ, ຄວນປຽບດ້ວຍຂຸມຖ່ານໄຟ, ຄວນປຽບດ້ວຍຂອງໃນຄວາມຝັນ, ຄວນປຽບດ້ວຍຂອງຢືມ, ຄວນປຽບດ້ວຍໝາກໄມ້, ຄວນປຽບດ້ວຍຂຽງຟັນຊີ້ນ. ຄວນປຽບດ້ວຍຫອກແລະຫຼາວ, ແລະຄວນປຽບດ້ວຍຫົວງູ, ດັ່ງນີ້”

ພິກຂຸ ທ. ! ຖືກແລ້ວ, ທີ່ພວກເຈົ້າທັງຫຼາຍ ເຂົ້າໃຈທັມທີ່ເຮົາສະແດງແລ້ວເຊັ່ນນັ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ