ອະຣິຍະສັຈພາກຕົ້ນ
ໜ້າ/ 382
ຄະຫະບໍດີ ! ດ້ວຍເຫຕນີ້ແຫຼະ ສາວົກຂອງພຣະອະຣິຍະເຈົ້າ ຍ່ອມພິຈະຣະນາເຫັນໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າຕຣັດແລ້ວວ່າ ມີອຸປະມາດ້ວຍຕ່ອນຊີ້ນ ເປັນສິ່ງທີ່ໃຫ້ເກີດແຫ່ງທຸກຂ໌ຫຼາຍ ເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະມີໂທດຢ່າງຍິ່ງ” ດັ່ງນີ້, ຄັນເຫັນກາມນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ແລ້ວ ກໍເວັ້ນເສຍໂດຍເດັດຂາດ ຊຶ່ງຄວາມເພັ່ງມີປະການຕ່າງໆ ອັນອາໄສອາຣົມຕ່າງໆ (ກາມະຄຸນຫ້າ), ແລ້ວຈະເຣີນຊຶ່ງຄວາມເພັ່ງອັນດຽວ ອັນອາໄສອາຣົມອັນດຽວ (ເຊັ່ນອຸເປກຂາ ທີ່ເປັນອົງຄ໌ຂອງຈະຕຸຕຖະຊານ) ອັນເປັນທີ່ດັບສະນິດ ບໍ່ມີສ່ວນເຫຼືອຂອງອຸປາທານ ອັນມີຢູ່ໃນເຫຍື່ອໂລກ ໂດຍປະການທັງປວງ ແລ.
- ມ. ມ. ໑໓/໔໑/໔໘.
໓໐໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ກາມປຽບທຽບດ້ວຍທວນໄຟທີ່ທວນລົມ
ຄະຫະດໍດີ ! ປຽບເໝືອນບຸຣຸສຜູ້ໜຶ່ງ ຖືເອົາມັດຫຍ້າແຫ້ງ ທີ່ຕິດໄຟໃໝ້ຢູ່ ພາທວນລົມໄປ.
ຄະຫະບໍດີ ! ທ່ານຈະສຳຄັນ ຄວາມຂໍ້ນັ້ນວ່າແນວໃດ ? ຖ້າບຸຣຸສຜູ້ນັ້ນບໍ່ຮີບຖິ້ມທວນໄຟຫຍ້າແຫ້ງນັ້ນເສຍໂດຍໄວເຊັ່ນໃດ, ທວນໄຟນັ້ນກໍຍ່ອມຈະລາມໄໝ້ມື ໄໝ້ແຂນ ຫຼືໄໝ້ອະໄວຍະວະນ້ອຍໃຫຍ່ ສ່ວນໃດສ່ວນໜຶ່ງຂອງບຸຣຸສນັ້ນ, ເຂົາກໍຈະເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍ ເພາະຂໍ້ນັ້ນເປັນເຫຕບໍ່ແມ່ນຫຼື ?
“ເຊັ່ນນັ້ນ ຂ້ານ້ອຍ !”
ຄະຫະດໍດີ ! ດ້ວຍເຫຕນີ້ແຫຼະ ສາວົກຂອງພຣະອະຣິຍະເຈົ້າ ຍ່ອມພິຈາຣະນາເຫັນ ໂດຍແຈ່່ມແຈ້ງດັ່ງນີ້ວ່າ “ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າ ຕຣັດແລ້ວ ວ່າມີອຸປະມາດ້ວຍທວນໄຟຫຍ້າແຫ້ງ ເປັນສິ່ງທີ່ໃຫ້ເກີດແຫ່ງທຸກຂ໌ຫຼາຍ ເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະມີໂທດຢ່າງຍິ່ງ” ດັ່ງນີ້, ຄັນເຫັນກາມນັ້ນດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ແລ້ວ ກໍເວັ້ນເສຍໂດຍເດັດຂາດ ຊຶ່ງຄວາມເພັ່ງມີປະການຕ່າງໆ ອັນອາໄສອາຣົມຕ່າງໆ (ກາມະຄຸນທັງຫ້າ), ແລ້ວຈະເຣີນຊຶ່ງຄວາມເພັ່ງອັນດຽວ ອັນອາໄສອາຣົມອັນດຽວ (ເຊັ່ນອຸເປກຂາ ທີ່ເປັນອົງຄ໌ຂອງຈະຕຸຕຖະຊານ) ອັນເປັນທີ່ດັບສະນິດ ບໍ່ມີສ່ວນເຫຼືອຂອງອຸປາທານ ອັນມີຢູ່ໃນເຫຍື່ອໂລກ ໂດຍປະການທັງປວງ ແລ.
- ມ. ມ. ໑໓/໔໒/໔໙.
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໐໓
ກາມປຽບດ້ວຍຂຸມຖ່ານໄຟ
ຄະຫະດໍດີ ! ປຽບເໝືອນຂຸມຖ່ານໄຟ ເລິກສໍ່າບຸຣຸສໜຶ່ງ ເຕັມດ້ວຍຖ່ານໄຟທີ່ປາສະຈາກແປວໄຟ ແລະປາສະຈາກຄວັນ. ຄັ້ງນັ້ນ ບຸຣຸສຜູ້ໜຶ່ງ ຜູ້ຕ້ອງການເປັນຢູ່ ບໍ່ຢາກຕາຍ ຮັກສຸຂ ໜ່າຍທຸກຂ໌ ມາສູ່ບ່ອນນັ້ນ. ແລະມີບຸຣຸສທີ່ມີກໍາລັງແຮງອີກສອງຄົນ ຈັບບຸຣຸສນັ້ນ ທີ່ແຂນແຕ່ລະຂ້າງ ແລ້ວດຶງລາກພາໄປ ຍັງຂຸມຖ່ານໄຟ.
ຄະຫະດໍດີ ! ທ່ານຈະສຳຄັນຄວາມຂໍ້ນັ້ນວ່າແນວໃດ ? ບຸຣຸສນັ້ນ ຈະບໍ່ບິດໂຕ ດີ້ນໄປທາງນັ້ນທາງນີ້ແດ່ ແລຫຼື ?
“ຫາບໍ່ໄດ້ ຂ້ານ້ອຍ !” ເພາະເຫຕໃດ ? “ເພາະເຫຕວ່າ ບຸຣຸສນັ້ນ ຮູ້ຢູ່ວ່າຖ້າເຮົາຈະຕົກລົງໄປ ສູ່ຂຸມຖ່ານໄຟນີ້ ເຊັ່ນໃດ, ເຮົາກໍຈະເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍ ເພາະຂໍ້ນັ້ນເປັນເຫຕ ຂ້ານ້ອຍ !” ດັ່ງນີ້.
ຄະຫະດໍດີ ! ດ້ວຍເຫຕນີ້ແຫຼະ ສາວົກຂອງພຣະອະຣິຍະເຈົ້າ ຍ່ອມພິຈາຣະນາເຫັນ ໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າຕຣັດແລ້ວ ວ່າມີອຸປະມາດ້ວຍຂຸມຖ່ານໄຟ ເປັນສິ່ງທີ່ໃຫ້ເກີດແຫ່ງທຸກຂ໌ຫຼາຍ ເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະມີໂທດຢ່າງຍິ່ງ” ດັ່ງນີ້. ຄັນເຫັນກາມນັ້ນ ດ້ວຍປັນຍາອັນຖືກຕ້ອງ ຕາມທີ່ເປັນຈິງເຊັ່ນນີ້ແລ້ວ ກໍເວັ້ນເສຍໂດຍເດັດຂາດ ຊຶ່ງຄວາມເພັ່ງມີປະການຕ່າງໆ ອັນອາໄສອາຣົມຕ່າງໆ (ກາມະຄຸນທັງຫ້າ) ແລ້ວຈະເຣີນ ຊຶ່ງຄວາມເພັ່ງອັນດຽວ ອັນອາໄສອາຣົມອັນດຽວ (ເຊັ່ນອຸເປກຂາ ທີ່ເປັນອົງຄ໌ຂອງຈະຕຸຕຖະຊານ) ອັນເປັນທີ່ດັບສະນິດ ບໍ່ມີສ່ວນເຫຼືອຂອງອຸປາທານ ອັນມີຢູ່ໃນເຫຍື່ອໂລກ ໂດຍປະການທັງປວງ ແລ.
- ມ. ມ. ໑໓/໔໓/໕໐.
໓໐໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ກາມປຽບດ້ວຍຂອງໃນຄວາມຝັນ








