ອະຣິຍະສັຈພາກຕົ້ນ

ໜ້າ/ 382

ມະຫາຣາຊະ ! ຂໍ້ນັ້ນ ເປັນເຊັ່ນນັ້ນ, ມະຫາຣາຊະ ! ຂໍ້ນັ້ນ ເປັນເຊັ່ນນັ້ນ; ມະຫາຣາຊະ ! ຄືຂໍ້ທີ່ສັຕເຫຼົ່າໃດ ໄດ້ໂພຄະອັນມະຫາສານແລ້ວ ບໍ່ເມົາຢູ່ດ້ວຍ ບໍ່ຫຼົງຢູ່ດ້ວຍ ບໍ່ເຖິງຄວາມຍິນດີໃນກາມທັງຫຼາຍດ້ວຍ ແລະບໍ່ປະຕິບັຕຜິດໃນສັຕທັງຫຼາຍດ້ວຍ, ສັຕເຫຼົ່ານັ້ນ ມີໜ້ອຍແທ້ໃນໂລກ. ອັນທີ່ຈິງ ສັຕເຫຼົ່າໃດ ໄດ້ໂພຄະອັນມະຫາສານແລ້ວ ເມົາຢູ່ດ້ວຍ ຫຼົງຢູ່ດ້ວຍ ເຖິງຄວາມຍິນດີໃນກາມທັງຫຼາຍດ້ວຍ ແລະປະຕິບັຕຜິດໃນສັຕທັງຫຼາຍດ້ວຍ, ສັຕເຫຼົ່ານັ້ນ ມີຢູ່ຫຼາຍໃນໂລກ;

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໒໙໕

ຄັນຕຣັດດັ່ງນີ້ແລ້ວ ໄດ້ຕຣັດຕໍ່ໄປ ຊຶ່ງເປັນຂໍ້ຄວາມຮ້ອຍກອງວ່າ :-

“ຜູ້ຍ້ອມຕິດຢູ່ໃນການບໍລິໂພກກາມ ພົວພັນ ໝົກໝຸ້ນຢູ່ໃນກາມທັງຫຼາຍ ຍ່ອມບໍ່ຮູ້ສຶກຄວາມລະຫຼວມໂຕຂອງຕົນ ເໝືອນສັຕ (ປ່າ) ຫຼືນົກ ຕົກເຂົ້າສູ່ເຄື່ອງດັກ ສະນັ້ນ. ຄວາມເດືອດຮ້ອນ ຍ່ອມມີແກ່ເຂົາໃນກາລພາຍຫຼັງ ເພາະວ່າ ຜົລ ທີ່ເຂົາສ້າງໄວ້ເປັນຂອງຊົ່ວ” ດັ່ງນີ້ ແລ.

- ສະຄາ. ສັງ. ໑໕/໑໐໖/໓໔໐-໓໔໒.

ເຂົ້າໄປຫາຄວາມຕາຍເພາະກາມ

ເຊົ້າມື້ໜຶ່ງ ພຣະຜູ້ມີພຣະພາຄເຈົ້າໄດ້ນຸ່ງຫົ່ມຈີວອນ ຖືບາຕເຂົ້າໄປບິນທະບາຕໃນເມືອງສາວັຕຖີ, ພຣະພຸດທະອົງຄ໌ ໄດ້ຊົງເຫັນໝູ່ມະນຸສສ໌ໃນເມືອງສາວັຕຖີເຫຼົ່ານັ້ນ ຊຶ່ງກໍາລັງຂ້ອງກ່ຽວ ຕິດພັນຢູ່ກັບກາມ ກໍາໜັດໃນກາມ ໝົກໝຸ້ນຢູ່ໃນກາມ ເປັນຢູ່ໂດຍສ່ວນຫຼາຍ, ຈຶ່ງຊົງເປັ່ງພຣະອຸທານນີ້ວ່າ :-

“ສັຕທັງຫຼາຍ ຜູ້ມືດບອດ ເພາະອໍານາດແຫ່ງກາມ ຖືກຕັນຫາ ເປັນດັ່ງແຮ້ວເຄື່ອງດັກສັຕ ຢຶດຄຸມໄວ້ ຖືກເຄື່ອງມຸງຄື ຕັນຫາ ປິດບັງໄວ້ ຖືກໝູ່ມາຣ ຊຶ່ງເປັນ ເໝືອນພວກພ້ອງຂອງຜູ້ປະມາດກັກຂັງໂຕໄວ້ ຍ່ອມໄປສູ່ຊະຣາ ແລະມໍຣະນະ ເໝືອນປາເຂົ້າໄປສູ່ປາກແຫ່ງເຄື່ອງດັກ ຫຼືເໝືອນລູກງົວທີ່ຍັງດື່ມນົມເຂົ້າໄປຫາແມ່ ສະນັ້ນ” ດັ່ງນີ້ ແລ.

- ອຸ. ຂຸ. ໒໕/໒໐໐/໑໕໐.

໒໙໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຄວາມເພີນເປັນແດນເກີດແຫ່ງທຸກຂ໌

ປຸນນະ ! ຮູບທີ່ເຫັນດ້ວຍຕາກໍດີ, ສຽງທີ່ຟັງດ້ວຍຫູກໍດີ, ກິ່ນທີ່ດົມດ້ວຍດັງກໍດີ, ຣົສທີ່ສັມຜັດດ້ວຍລີ້ນກໍດີ, ໂຜຕຖັພພະທີ່ສັມຜັສດ້ວຍກາຍກໍດີ, ແລະທັມມາຣົມທີ່ຮູ້ແຈ້ງດ້ວຍໃຈກໍດີ, ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດໃຈມີຢູ່. ຖ້າພິກຂຸ ຍ່ອມເພີດເພີນ ຍ່ອມພໍ່າສັນເສີນ ຍ່ອມເມົາໝົກຢູ່ຊຶ່ງອາຣົມ ມີຮູບເປັນຕົ້ນນັ້ນແລ້ວ. ເມື່ອພິກຂຸນັ້ນ ເພີດເພີນ ພໍ່າສັນເສີນ ເມົາໝົກຢູ່ຊຶ່ງອາຣົມມີຮູບເປັນຕົ້ນນັ້ນຢູ່, ນັນທິ (ຄວາມເພີນ) ຍ່ອມບັງເກີດຂຶ້ນ. ເຮົາກ່າວວ່າ ເພາະຄວາມເພີນເປັນສະມຸທັຍ (ເຄື່ອງກໍ່ຂຶ້ນ) ຈຶ່ງເກີດມີທຸກຂະສະມຸທັຍ (ຄວາມກໍ່ຂຶ້ນແຫ່ງທຸກຂ໌), ດັ່ງນີ້ແລ.

- ອຸປຣິ. ມ. ໑໔/໔໘໑/໗໕໕.

ເພີນຢູ່ກັບອາຍະຕະນະພາຍໃນເທົ່າກັບເພີນຢູ່ໃນທຸກຂ໌

ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ໃນຈັກຂຸ, ຜູ້ນັ້ນ ເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌ ຜູ້ນັ້ນຍ່ອມ ບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ໃນໂສຕະ, ຜູ້ນັ້ນ ເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງ ທີ່ເປັນທຸກຂ໌. ຜູ້ນັ້ນຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໒໙໗

ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ໃນຄານະ, ຜູ້ນັ້ນ ເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງ ທີ່ເປັນທຸກຜູ້ນັ້ນຍ່ອມ ບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ໃນຊິວຫາ, ຜູ້ນັ້ນ ເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງ ທີ່ເປັນທຸກຂ໌ ຜູ້ນັ້ນຍ່ອມ ບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ