ອະຣິຍະສັຈພາກຕົ້ນ
ໜ້າ/ 382
- ອຸປຣິ. ມ. ໑໔/໗໔/໘໑.
ບໍ່ມີຄວາມເຢັນໃນກາມ
ມາຄັນທິຍາ ! ທ່ານຈະສໍາຄັນ ຄວາມຂໍ້ນີ້ວ່າແນວໃດ ຄືທ່ານເຄີຍໄດ້ເຫັນ ຫຼືເຄີຍໄດ້ຟັງແດ່ບໍ ບໍ່ວ່າພຣະຣາຊາກໍດີ ອາມາດຜູ້ໃຫຍ່ຂອງພຣະຣາຊາກໍດີ ຜູ້ເອີບອີ່ມ ພຽບພ້ອມດ້ວຍກາມະຄຸນ ໕ ທີ່ເຂົາໝົກໝຸ້ນຢູ່, ຍັງລະກາມຕັນຫາບໍ່ໄດ້ ຍັງບັນເທົາຄວາມຮ້ອນເອົ້າເພາະກາມບໍ່ໄດ້ແລ້ວ ຈະເປັນຜູ້ປາສະຈາກຄວາມກະຫາຍ ມີຈິຕອັນສະງົບເຢັນຢູ່ທີ່ພາຍໃນ ໃນອະດີຕກໍຕາມ ກໍາລັງຢູ່ໃນປັຈຈຸບັນກໍຕາມ ຫຼືຈະຢູ່ໃນອະນາຄົຕກໍຕາມ ນັ້ນ ມີຢູ່ແດ່ບໍ ?”
“ຂໍ້ນັ້ນ ບໍ່ເຄີຍມີເລີຍ ທ່ານໂຄດົມ !”
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໒໙໓
ມາຄັນທິຍາ ! ຖືກແລ້ວ, ເຖິງແມ່ນເຮົາເອງ ກໍບໍ່ເຄີຍໄດ້ເຫັນ ບໍ່ເຄີຍໄດ້ຟັງເຊັ່ນນັ້ນມາເລີຍ ວ່າພຣະຣາຊາກໍດີ ອາມາດຜູ້ໃຫຍ່ຂອງພຣະຣາຊາກໍດີ ຜູ້ເອີບອີ່ມ ພຽບພ້ອມດ້ວຍກາມະຄຸນ ໕ ທີ່ເຂົາໝົກໝຸ້ນຢູ່ ຍັງລະກາມຕັນຫາບໍ່ໄດ້ ຍັງບັນເທົາຄວາມຮ້ອນເອົ້າເພາະກາມບໍ່ໄດ້ແລ້ວ ຈະເປັນຜູ້ປາສະຈາກຄວາມກະຫາຍ ມີຈິຕອັນສະງົບເຢັນຢູ່ທີ່ພາຍໃນ ໃນອະດີຕກໍຕາມ ກໍາລັງຢູ່ໃນປັຈຈຸບັນກໍຕາມ ຫຼືຈະຢູ່ໃນອະນາຄົຕກໍຕາມ ດັ່ງນີ້ ແລ.
- ມ. ມ. ໑໓/໒໘໐/໒໘໖.
ຄົນກ່າວຄໍາຂີ້ຕົວະ ເພາະກາມ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຜູ້ຂ້ານັ່ງແລ້ວ ໃນທີ່ວິນິດໄສອັຕຖະຄະດີນັ້ນແຫຼະ ໄດ້ເຫັນພວກກະສັດມະຫາສານແດ່ ພວກພຣາມມະຫາສານແດ່ ພວກຄະຫະບໍດີມະຫາສານແດ່ ຊຶ່ງເປັນຜູ້ມັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີເງິນຄໍາພຽງພໍ ມີອຸປະກອນໃນການຫາຊັບຫຼວງຫຼາຍພາຍມາກ ມີເຂົ້າເປືອກ ເປັນຫຼັກຊັບຢູ່ມາກຫຼາຍ ປະກອບການກ່າວຄໍາຂີ້ຕົວະ ທັງທີ່ຮູ້ວ່າເປັນຄໍາຂີ້ຕົວະ ເພາະກາມເປັນເຫຕ ເພາະກາມເປັນຕົ້ນເຫຕ ເພາະກາມເປັນເຄື່ອງເຮັດໃຫ້ເວົ້າອອກມາ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຄິດ ໄດ້ເກີດຂຶ້ນແກ່ຜູ້ຂ້າວ່າ ‘ບັດນີ້ພໍແລ້ວ ໃນການວິນິດໄສອັຕຖະຄະດີ, ບັດນີ້ ພັດທະຣະມຸຂະ (ວິດູດະພະ) ຈະປາກົດໂຕ ໃນການວິນິດໄສອັຕຖະຄະດີສືບຕໍ່ໄປ’ ດັ່ງນີ້.”
ມະຫາຣາຊະ ! ຂໍ້ນັ້ນ ເປັນເຊັ່ນນັ້ນ, ມະຫາຣາຊະ ! ຂໍ້ນັ້ນ ເປັນເຊັ່ນນັ້ນ; ມະຫາຣາຊະ ! ຄືຂໍ້ທີ່ພວກກະສັດມະຫາສານແດ່ ພວກພຣາມມະຫາສານແດ່ ພວກຄະຫະບໍດີມະຫາສານແດ່ ຊຶ່ງເປັນຜູ້ມັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີຄຳເງິນພຽງພໍ ມີອຸປະກອນໃນການຫາຊັບມາກຫຼາຍ ມີເຂົ້າເປືອກເປັນຫຼັກຊັບຢູ່ຫຼວງຫຼາຍພາຍມາກ ປະກອບການກ່າວຄໍາຂີ້ຕົວະ ທັງທີ່ຮູ້ວ່າເປັນຄໍາຂີ້ຕົວະ ເພາະກາມເປັນເຫຕ ເພາະກາມເປັນຕົ້ນເຫຕ ເພາະກາມເປັນເຄື່ອງເຮັດໃຫ້ເວົ້າອອກມາ. ການປະພຶດເຊັ່ນນີ້ ຂອງຄົນເຫຼົ່ານັ້ນ ຈະເປັນໄປເພື່ອຄວາມທຸກຂ໌ ອັນບໍ່ເປັນປະໂຍຊນ໌ເກື້ອກູນ ຕະຫຼອດກາລະອັນດົນນານ;
໒໙໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຄັນຕຣັດດັ່ງນີ້ແລ້ວ ໄດ້ຕຣັດຕໍ່ໄປ ຊຶ່ງເປັນຄໍາຮ້ອຍກອງວ່າ :-
“ຜູ້ຍ້ອມຕິດຢູ່ໃນການບໍຣິໂພກກາມ ພົວພັນ ໝົກໝຸ້ນຢູ່ໃນກາມທັງຫຼາຍ ຍ່ອມບໍ່ມີຄວາມຮູ້ສຶກຄວາມລະຫຼວມໂຕຂອງຕົນ ເໝືອນດັ່ງມັດສະຢາຊາດ (ປາ) ຕົກເຂົ້າສູ່ເຄື່ອງດັກ ສະນັ້ນ. ຄວາມເດືອດຮ້ອນ ຍ່ອມມີແກ່ເຂົາໃນພາຍຫຼັງ ເພາະວ່າ ຜົລ ທີ່ເຂົາສ້າງໄວ້ ເປັນຄວາມຊົ່ວ” ດັ່ງນີ້ ແລ.
- ສະຄາ. ສັງ. ໑໕/໑໐໗/໓໔໓-໓໔໕.
ອິດທິພົນຂອງກາມ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຄິດໃນກໍລະນີເຊັ່ນນີ້ ໄດ້ເກີດຂຶ້ນແລ້ວແກ່ຂ້ານ້ອຍ ຜູ້ໄປສູ່ທີ່ຫຼີກງຽບວ່າ ‘ສັຕເຫຼົ່າໃດ ໄດ້ໂພຄະອັນມະຫາສານແລ້ວ ບໍ່ເມົາຢູ່ດ້ວຍ ບໍ່ຫຼົງຢູ່ດ້ວຍ ບໍ່ເຖິງຄວາມຍິນດີ ໃນກາມທັງຫຼາຍດ້ວຍ ແລະບໍ່ປະຕິບັຕຜິດໃນສັຕທັງຫຼາຍດ້ວຍ, ສັຕເຫຼົ່ານັ້ນ ມີໜ້ອຍແທ້ໃນໂລກ. ອັນທີ່ຈິງສັຕເຫຼົ່າໃດ ໄດ້ໂພຄະອັນມະຫາສານແລ້ວ ເມົາຢູ່ດ້ວຍ ຫຼົງຢູ່ດ້ວຍ ເຖິງຄວາມຍິນດີໃນກາມທັງຫຼາຍດ້ວຍ ແລະປະຕິບັຕຜິດໃນສັຕທັງຫຼາຍດ້ວຍ, ສັຕເຫຼົ່ານັ້ນ ມີຢູ່ຫຼາຍໃນໂລກ’ ດັ່ງນີ້.”








