ອະຣິຍະສັຈພາກຕົ້ນ
ໜ້າ/ 382
ລັກສະນະແຫ່ງກາມະຕັນຫາ
ພິກຂຸ ທ. ! ກາມະໂຢຄະ (ການປະກອບຢູ່ດ້ວຍກາມ) ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນໃນໂລກນີ້ ຍ່ອມບໍ່ຮູ້ແຈ່ມແຈ້ງ ຕາມທີ່ເປັນຈິງ ຊຶ່ງຄວາມກໍ່ຂຶ້ນແຫ່ງ ກາມທັງຫຼາຍ ຊຶ່ງຄວາມດັບໄປແຫ່ງກາມທັງຫຼາຍ ຊຶ່ງສະເໜ່ແຫ່ງກາມທັງຫຼາຍ ຊຶ່ງໂທດແຫ່ງກາມທັງຫຼາຍ ແລະຊຶ່ງອຸບາຍເຄື່ອງອອກພົ້ນໄປໄດ້ຈາກກາມທັງຫຼາຍ. ພິກຂຸ ທ. ! ເມື່ອເຂົາບໍ່ຮູ້ຢູ່ເຍື່ອງນັ້ນ, ຄວາມກໍາໜັດໃນກາມ ຄວາມເພີນໃນກາມ ຄວາມສະເໜ່ຫາໃນກາມ ຄວາມສະຢົບໃນກາມ ຄວາມຢາກໃນກາມ ຄວາມຮ້ອນເອົ້າເພາະກາມ ຄວາມໝົກໝຸ້ນໃນກາມ ແລະກາມະຕັນຫາໃນກາມທັງຫຼາຍ ຍ່ອມນອນອາໄສຢູ່ ໃນບຸຄຄົລນັ້ນ. ພິກຂຸ ທ. ! ນີ້ ເຮົາເອີ້ນວ່າ ກາມະໂຍຄະ, ດັ່ງນີ້ແລ.
- ຈຕຸກກະ. ອັງ. ໒໑/໑໓/໑໐.
ກາມະຄຸນຫ້າ ຄືບ້ວງມາຣ
ພິກຂຸ ທ. ! ກາມະຄຸນ ມີຫ້າຢ່າງເຫຼົ່ານີ້. ຫ້າຢ່າງເຫຼົ່ານີ້ ຄືຫຍັງໜໍ ? ຫ້າຢ່າງຄືຮູບທີ່ເຫັນດ້ວຍຕາ, ສຽງທີ່ຟັງດ້ວຍຫູ, ກິ່ນທີ່ດົມດ້ວຍດັງ, ຣົສທີ່ສໍາຜັດດ້ວຍລີ້ນ, ແລະໂຜຕຖັພພະທີ່ສໍາຜັດດ້ວຍກາຍ, ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມຢາກ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ. ພິກຂຸ ທ. ! ເຫຼົ່ານີ້ແລ ຄື ກາມະຄຸນຫ້າຢ່າງ.
ພິກຂຸ ທ. ! ສະມະນະຫຼືພຣາມ ພວກໃດພວກໜຶ່ງ ຕິດອົກຕິດໃຈ ສະຢົບຢູ່ ໝົກໝຸ້ນຢູ່ ໃນກາມະຄຸນຫ້າຢ່າງເຫຼົ່ານີ້ແລ້ວ ກໍບໍ່ສາມາດມອງເຫັນສ່ວນທີ່ເປັນໂທດ ບໍ່ເປັນຜູ້ຮູ້ແຈ່ມແຈ້ງ ໃນອຸບາຍເປັນເຄື່ອງອອກພົ້ນໄປໄດ້ຈາກທຸກຂ໌ ຕັ້ງການບໍລິໂພກກາມະຄຸນທັງຫ້ານັ້ນຢູ່;
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໒໙໑
ສະມະນະຫຼືພຣາມພວກນັ້ນ ອັນຄົນທັງຫຼາຍຈົ່ງເຂົ້າໃຈເຖີ້ນວ່າ ເປັນຜູ້ຈະເຖິງຄວາມວິນາດ ຈິບຫາຍ ແລ້ວແຕ່ມາຣຜູ້ໃຈບາບ ຕ້ອງການເຮັດຕາມລໍາພັງໃຈເຍື່ອງໃດ.
ພິກຂຸ ທ. ! ປຽບໄດ້ເໝືອນດັ່ງສັຕປ່າ ໂຕທີ່ຖືກບ້ວງ ນອນຈົມຢູ່ໃນບ້ວງ. ເມື່ອນາຍພານມາເຖິງເຂົ້າ, ມັນຈະໜີໄປບໍ່ພົ້ນເລີຍເຊັ່ນໃດ; ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່ານັ້ນ ກໍເຊັ່ນນັ້ນເໝືອນກັນ, ພວກເຂົາພາກັນຕິດອົກຕິດໃຈ ໝົກໝຸ້ນຢູ່ໃນກາມະຄຸນທັງຫ້າຢ່າງເຫຼົ່ານັ້ນແລ້ວ ກໍບໍ່ສາມາດມອງເຫັນ ສ່ວນທີ່ເປັນໂທດ ບໍ່ເປັນຜູ້ຮູ້ແຈ່ມແຈ້ງ ໃນອຸບາຍເປັນເຄື່ອງອອກພົ້ນໄປໄດ້ຈາກທຸກຂ໌ ປະກອບການບໍລິໂພກກາມະຄຸນທັງຫ້ານັ້ນຢູ່; ສະມະນະຫຼືພຣາມພວກນັ້ນ ອັນຄົນທັງຫຼາຍຈົ່ງເຂົ້າໃຈເຖີ້ນວ່າ ເປັນຜູ້ຈະເຖິງຄວາມວິນາດ ຈິບຫາຍ ແລ້ວແຕ່ ມາຣ ຜູ້ໃຈບາບຕ້ອງການເຮັດຕາມລໍາພັງໃຈເຍື່ອງໃດ ແລ.
- ມູ. ມ. ໑໒/໓໓໓/໓໒໗-໘.
ກາມເປັນເຄື່ອງຜູກມັດ
ເຄື່ອງຜູກມັດອັນໃດ ເກີດແຕ່ເຫຼັກ ເກີດແຕ່ໄມ້ ແລະເກີດແຕ່ຫຍ້າປັບພະຊະກໍຕາມ, ຜູ້ມີປັນຍາທັງຫຼາຍ ບໍ່ກ່າວເຄື່ອງຜູກມັດອັນນັ້ນ ວ່າ ເປັນເຄື່ອງຜູກມັດອັນໝັ້ນຄົງເລີຍ.
ສ່ວນຄວາມຍິນດີຂອງບຸຄຄົລ ຜູ້ຍິນດີແລ້ວໃນຕຸ້ມຫູ ແກ້ວມະນີເປັນຕົ້ນດ້ວຍ ແລະຄວາມຕິດໃຈໃນບຸຕ ແລະພັນຍາດ້ວຍ, ຜູ້ມີປັນຍາທັງຫຼາຍ ກ່າວຄວາມຍິນດີ ແລະຄວາມຕິດໃຈອັນນັ້ນ ວ່າເປັນເຄື່ອງຜູກມັດອັນໝັ້ນຄົງ ທີ່ຈະລາກດຶງສັຕ ລົງສູ່ທີ່ຕໍ່າໄດ້ໂດຍແທ້ ຊຶ່ງຜູກໄວ້ຫຼົມໆ ແຕ່ແກ້ໄດ້ຍາກແລ.
- ສຄາ. ສງ. ໑໕/໑໑໒/໓໕໓.
໒໙໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ກາມເປັນມາຍາ
ພິກຂຸ ທ. ! ກາມທັງຫຼາຍ ເປັນຂອງບໍ່ທ່ຽງ ເປັນຂອງເປົ່າໆ ເປັນຂອງບໍ່ຈິງເປັນສິ່ງຫຼອກຫຼວງໃຫ້ຫຼົງເປັນທັມມະດາ. ພິກຂຸ ທ. ! ກາມນັ້ນ ເປັນເໝືອນສິ່ງທີ່ສ້າງແລ້ວດ້ວຍມາຍາ ເປັນບ່ອນພໍ່າເພີ້ຫາຂອງຄົນພາລ, ໄດ້ແກ່ກາມ ແລະສັນຍາໃນກາມ ທັງທີ່ເປັນໄປໃນພົບປັຈຈຸບັນນີ້ ແລະທີ່ເປັນໄປໃນພົບເບື້ອງໜ້າ. ກາມ ແລະສັນຍາໃນກາມທັງສອງຢ່າງນັ້ນ ເປັນອານາຈັກຂອງມາຣ ເປັນວິໄສຂອງມາຣ ເປັນເຫຍື່ອລໍ້ຂອງມາຣ ແລະເປັນບ່ອນທ່ຽວຫາອາຫາຣຂອງມາຣ. ຈິຕອັນເປັນບາບອະກຸສົລ ເປັນອະພິຊຊາກໍດີ ພະຍາບາດກໍດີ ແລະສາຣັມພະ (ການແຂ່ງດີ) ກໍດີເຫຼົ່ານີ້ ຍ່ອມເປັນໄປໃນອານາຈັກຂອງມາຣນັ້ນ. ອັນໜຶ່ງ ອະກຸສົລທັມເຫຼົ່ານັ້ນ ຍ່ອມມີຂຶ້ນ ເພື່ອເປັນອັນຕະລາຍ ແກ່ພຣະອະຣິຍະສາວົກ ຜູ້ຕາມສຶກສາຢູ່ໃນທັມວິນັຍນີ້ໄດ້ ໂດຍແທ້ ແລ.








