ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ອຸປາທານ ສີ່ຢ່າງເຫຼົ່ານີ້ ມີອັນໃດ ເປັນເຫຕໃຫ້ເກີດ ? ມີອັນໃດເປັນເຄື່ອງກໍ່ໃຫ້ເກີດ ? ມີອັນໃດ ເປັນເຄື່ອງກໍາເນີດ ? ແລະມີອັນໃດ ເປັນແດນເກີດໜໍ ?
ພິກຂຸ ທ. ! ອຸປາທານສີ່ ເຫຼົ່ານີ້ ມີຕັນຫາ ເປັນເຫຕໃຫ້ເກີດ, ມີຕັນຫາ ເປັນເຄື່ອງກໍ່ໃຫ້ເກີດ ມີຕັນຫາ ເປັນເຄື່ອງກໍາເນີດ, ແລະມີຕັນຫາ ເປັນແດນເກີດ.
ພິກຂຸ ທ. ! ກໍຕັນຫາ ນີ້ໜໍມີອັນໃດ ເປັນເຫຕໃຫ້ເກີດ ? ມີອັນໃດເປັນເຄື່ອງກໍ່ໃຫ້ເກີດ ? ມີອັນໃດເປັນເຄື່ອງກໍາເນີດ ? ແລະມີອັນໃດເປັນແດນເກີດ ?
ພິກຂຸ ທ. ! ຕັນຫານີ້ ມີເວທະນາເປັນເຫຕໃຫ້ເກີດ, ມີເວທະນາ ເປັນເຄື່ອງກໍ່ໃຫ້ເກີດ, ມີເວທະນາ ເປັນເຄື່ອງກໍາເນີດ, ແລະມີເວທະນາ ເປັນແດນເກີດແລ.
- ມູ. ມ. ໑໒/໑໓໔/໑໕໘.
[ຂໍ້ສັງເກດ : ໂດຍປົກກະຕິ ຄໍາວ່າອຸປະທິ ຈະຖືກໃຫ້ຄວາມໝາຍກັນໄປຫຼາຍແບບ ແຕ່ເມື່ອພິຈາຣະນາ ໑. ຄໍາຕຣັດເຖິງສາເຫຕການເກີດ ຂອງອຸປະທິ ແລະອຸປາທານແລ້ວ ຕ່າງກໍມີເຫຕເກີດມາຈາກສິ່ງດຽວກັນ ຄືຕັນຫາ ຈຶ່ງຄວນແປ ທັງອຸປະທິແລະອຸປາທານ ໃຫ້ມີຄວາມໝາຍດັ່ງດຽວກັນ ໒. ເບິ່ງໜ້າ ໓໖໘ ປະກອບເພາະເປັນຕົວຢ່າງ ຂອງອຸປະທິ ທີ່ກິນຄວາມໝາຍກ້ວາງກວ່າອະວິຊຊາ ຊຶ່ງຄວນໝາຍເຖິງຄວາມພໍໃຈໃນ ສົມມຸດທັງລະບົບ ຫຼືສັງຂະຕະທັມ.]
ບ່ອນເກີດແຫ່ງອາຫາຣ
ພິກຂຸ ທ. ! ອາຫາຣສີ່ຢ່າງເຫຼົ່ານີ້ມີຢູ່ ເພື່ອຄວາມຕັ້ງຢູ່ໄດ້ຂອງສັຕຜູ້ເກີດແລ້ວ ແດ່ ເພື່ອອະນຸເຄາະສັຕຜູ້ກໍາລັງສະແຫວງຫາທີ່ເກີດ(ສັມພະເວສີ)* ແດ່. ອາຫາຣສີ່ຢ່າງອັນໃດໜໍ ? ສີ່ຢ່າງຄື : ອາຫາຣທີໜຶ່ງຄືຄໍາເຂົ້າ ຫຽາບກໍຕາມລະອຽດກໍຕາມ, ອາຫາຣທີສອງຄືຜັສສະ, ອາຫາຣທີສາມຄືມະໂນສັນເຈຕະນາ (ມະໂນກັມ), ອາຫາຣທີສີ່ຄືວິນຍານ; ພິກຂຸ ທ. ! ອາຫາຣສີ່ຢ່າງເຫຼົ່ານີ້ແລມີຢູ່ ເພື່ອຄວາມຕັ້ງຢູ່ໄດ້ຂອງສັຕຜູ້ເກີດແລ້ວແດ່ ເພື່ອອະນຸເຄາະສັຕຜູ້ກໍາລັງສະແຫວງຫາທີ່ເກີດແດ່.
* ເບິ່ງໜ້າ ໓໕໒ ຫຍໍ້ໜ້າ ໒ ຄືຄໍາຕອບທີ່ໃຊ້ທຽບຄຽງຄວາມໝາຍຂອງສັມພະເວສີສັຕໂດຍຫຼັກພຸດທະວະຈະນະ
໒໘໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ກໍອາຫາຣສີ່ຢ່າງເຫຼົ່ານີ້ ມີອັນໃດ ເປັນເຫຕໃຫ້ເກີດ (ນິທານ) ? ມີອັນໃດເປັນເຄື່ອງກໍ່ໃຫ້ເກີດ (ສະມຸທັຍ) ? ມີອັນໃດເປັນເຄື່ອງກໍາເນີດ (ຊາຕິກະ) ແລະມີອັນໃດ ເປັນແດນກີດ (ພົບ) ພິກຂຸ ທ. ! ອາຫາຣສີ່ຢ່າງເຫຼົ່ານີ້ ມີຕັນຫາ ເປັນເຫຕໃຫ້ເກີດ, ມີຕັນຫາ ເປັນເຄື່ອງກໍ່ໃຫ້ເກີດ, ມີຕັນຫາ ເປັນເຄື່ອງກໍາເນີດ, ແລະມີຕັນຫາ ເປັນແດນເກີດ ແລ.
- ນິທານ. ສັງ. ໑໖/໑໔/໒໘-໒໙.
ຕັນຫາໂດຍວິພາກແຫ່ງອາຣົມຫົກຢ່າງ
ພິກຂຸ ທ. ! ຕັນຫາ ເປັນແນວໃດໜໍ ?
ພິກຂຸ ທ. ! ໝູ່ແຫ່ງຕັນຫາຫົກຢ່າງເຫຼົ່ານີ້ ຄື ຕັນຫາໃນຮູບ, ຕັນຫາໃນສຽງ,ຕັນຫາໃນກິ່ນ, ຕັນຫາໃນຣົສ, ຕັນຫາໃນໂຜຕຖັພພະ, ແລະຕັນຫາໃນທັມມາຣົມ.
ພິກຂຸ ທ. ! ນີ້ ເອີ້ນວ່າ ຕັນຫາ.
- ນິທານ. ສັງ. ໑໖/໓/໑໐.
ພົບໂດຍວິພາກສາມຢ່າງ
ພິກຂຸ ທ. ! ພົບ ເປັນແນວໃດໜໍ ?
ພິກຂຸ ທ. ! ພົບ ມີສາມຢ່າງ ເຫຼົ່ານີ້ ຄື :-
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໒໘໙
໑. ກາມະພົບ ພົບມີກາມ;
໒. ຣູປະພົບ ພົບມີຮູບ;
໓. ອະຣູປະພົບ ພົບບໍ່ມີຮູບ.
ພິກຂຸ ທ. ! ນີ້ ເອີ້ນວ່າ ພົບ.
- ນິທານ. ສັງ. ໑໖/໓/໘.
ຕັນຫາໂດຍວິພາກສາມຢ່າງ
ພິກຂຸ ທ. ! ຕັນຫາມີສາມຢ່າງ ເຫຼົ່ານີ້, ສາມຢ່າງເຫຼົ່າໃດໜໍ ? ສາມຢ່າງຄື :-
໑. ກາມະຕັນຫາ ຕັນຫາໃນກາມ;
໒. ພະວະຕັນຫາ ຕັນຫາໃນຄວາມມີຄວາມເປັນ;
໓. ວິພະວະຕັນຫາ ຕັນຫາໃນຄວາມບໍ່ມີບໍ່ເປັນ.
ພິກຂຸ ທ. ! ເຫຼົ່ານີ້ແລ ຄື ຕັນຫາສາມຢ່າງ.໑
- ມຫາວາຣ. ສັງ. ໑໙/໘໖/໓໒໙.
໑. ຕັນຫາສາມ ຄື ກາມະຕັນຫາ ພະວະຕັນຫາ ວິພະວະຕັນຫາ.
ກາມະຕັນຫາ ເປັນແນວໃດ ? ຄື ຣາຄະສາຣາຄະຯລຯ ສາຣາຄະແຫ່ງຈິຕ ທີ່ປະກອບດ້ວຍກາມະທາຕຸ: ນີ້ ເອີ້ນວ່າ ກາມະຕັນຫາ.
ພະວະຕັນຫາ ເປັນແນວໃດ ? ຄືຣາຄະສາຣາຄະ ຯລຯ ສາຣາຄະແຫ່ງຈິຕ ທີ່ປະກອບດ້ວຍພະວະທິຕຖິນີ້ ເອີ້ນວ່າ ພະວະຕັນຫາ.
ວິພະວະຕັນຫາ ເປັນແນວໃດ ? ຄືຣາຄະສາຣາຄະຯລຯ ສາຣາຄະແຫ່ງຈິຕ ທີ່ປະກອບດ້ວຍອຸສເສທະທິຕຖິນີ້ ເອີ້ນວ່າ ວິພະວະຕັນຫາ. - ນັຍ ວິພັງຄ. ອະພິທັມ ໓໕/໔໙໕/໙໓໓-໔.
໒໙໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ








