ອະຣິຍະສັຈພາກຕົ້ນ

ໜ້າ/ 382

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມ ຈຶ່ງເປັນຜືນນາ, ວິນຍານ ເປັນເມັດພືດ,ຕັນຫາ ເປັນຢາງ (ສໍາລັບຫຼໍ່ລ້ຽງເຊື້ອງອກ) ຂອງພືດ. ວິນຍານ ຂອງສັຕທັງຫຼາຍ ມີ ອະວິຊຊາ ເປັນເຄື່ອງກັ້ນ ມີຕັນຫາ ເປັນເຄື່ອງຜູກພັນ ຕັ້ງຢູ່ແລ້ວດ້ວຍທາຕຊັ້ນກາງ (ຣູປະທາຕຸ). ການບັງເກີດຂຶ້ນ ໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.

ອານົນທ໌ ! ຖ້າ ກັມ ມີອະຣູປະທາຕຸເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ, ອະຣູປະພົບ ຈະຍ່ອມປາກົດໄດ້ແລຫຼື ?

“ຫາບໍ່ໄດ້ ຂ້ານ້ອຍ !”

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມ ຈຶ່ງເປັນຜືນນາ, ວິນຍານ ເປັນເມັດພືດ,ຕັນຫາ ເປັນຢາງ (ສໍາລັບຫຼໍ່ລ້ຽງເຊື້ອງອກ) ຂອງພືດ. ວິນຍານ ຂອງສັຕທັງຫຼາຍ ມີ ອະວິຊຊາ ເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກພັນ ຕັ້ງຢູ່ແລ້ວດ້ວຍທາຕຊັ້ນປານີຕ (ອະຣູປະທາຕຸ), ການບັງເກີດຂຶ້ນ ໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້.

ອານົນທ໌ ! ພົບ ຍ່ອມມີໄດ້ ດ້ວຍອາການດັ່ງນີ້ ແລ.

- ຕິກ. ອັງ. ໒໐/໒໘໗/໕໑໖.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໒໘໕

ເຫຕໃຫ້ມີການເກີດ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພຣະຜູ້ມີພຣະພາຄເຈົ້າ ກ່າວຢູ່ວ່າ ‘ພົບ-ພົບ’ ດັ່ງນີ້. ພົບ ຍ່ອມມີໄດ້ ດ້ວຍເຫຕພຽງເທົ່າໃດໜໍ ? ຂ້ານ້ອຍ”

ອານົນທ໌ ! ຖ້າກັມມີ ກາມະທາຕຸ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ, ກາມະພົບ ຈະຍ່ອມປາກົດ ໄດ້ແລຫຼື ?

“ຫາບໍ່ໄດ້ ຂ້ານ້ອຍ !”

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມ ຈຶ່ງເປັນຜືນນາ, ວິນຍານ ເປັນເມັດພືດ, ຕັນຫາ ເປັນຢາງ (ສໍາລັບຫຼໍ່ລ້ຽງເຊື້ອງອກ) ຂອງພືດ. ຄວາມເຈຕະນາກໍດີ ຄວາມປາຖນາກໍດີ ຂອງສັຕທັງຫຼາຍ ທີ່ມີ ອະວິຊຊາ ເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກພັນ ຕັ້ງຢູ່ແລ້ວ ດ້ວຍທາຕຊັ້ນຕໍ່າ, ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້.

ອານົນທ໌ ! ຖ້າກັມມີ ຣູປະທາຕຸ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ, ຣູປະພົບຈະຍ່ອມປາກົດ ໄດ້ແລຫຼື ?

“ຫາບໍ່ໄດ້ ຂ້ານ້ອຍ !”

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມ ຈຶ່ງເປັນຜືນນາ, ວິນຍານ ເປັນເມັດພືດ, ຕັນຫາ ເປັນຢາງ (ສໍາລັບຫຼໍ່ລ້ຽງເຊື້ອງອກ) ຂອງພືດ. ຄວາມເຈຕະນາກໍດີ ຄວາມປາຖນາກໍດີ ຂອງສັຕທັງຫຼາຍ ທີ່ມີ ອະວິຊຊາ ເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກພັນ ຕັ້ງຢູ່ແລ້ວ ດ້ວຍທາຕຊັ້ນກາງ, ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.

໒໘໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອານົນທ໌ ! ຖ້າກັມມີ ອະຣູປະທາຕຸ ເປັນວິບາກຈະບໍ່ໄດ້ມີແລ້ວນັ້ນ. ອະຣູປະພົບ ຈະຍ່ອມປາກົດ ໄດ້ແລຫຼື ?

“ຫາບໍ່ໄດ້ ຂ້ານ້ອຍ !”

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມ ຈຶ່ງເປັນຜືນນາ, ວິນຍານເປັນເມັດພືດ, ຕັນຫາ ເປັນຢາງ (ສໍາລັບຫຼໍ່ລ້ຽງເຊື້ອງອກ) ຂອງພືດ. ຄວາມເຈຕະນາກໍດີ ຄວາມປາຖນາກໍດີ ຂອງສັຕທັງຫຼາຍ ທີ່ມີ ອະວິຊຊາ ເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກພັນ ຕັ້ງຢູ່ແລ້ວດ້ວຍທາຕຊັ້ນປານີຕ. ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້.

ອານົນທ໌ ! ພົບຍ່ອມມີໄດ້ ດ້ວຍອາການດັ່ງນີ້ ແລ.

- ຕິກ. ອັງ. ໒໐/໒໘໘/໕໑໗.

ບ່ອນເກີດແຫ່ງອຸປະທິ

ພິກຂຸ ທ. ! ພິກຂຸ ໃນທັມວິນັຍນີ້ ເມື່ອພິຈາຣະນາສືບຕໍ່ໄປ ຍ່ອມພິຈາຣະນາ ເລິກລົງໄປອີກວ່າ “ອຸປະທິນີ້ໜໍ ມີອັນໃດເປັນເຫຕໃຫ້ເກີດ ? ມີອັນໃດເປັນເຄື່ອງກໍ່ໃຫ້ເກີດ ? ມີອັນໃດ ເປັນເຄື່ອງກໍາເນີດ ? ແລະມີອັນໃດເປັນແດນເກີດ ? ເມື່ອອັນໃດມີຢູ່ ອຸປະທິກໍມີຢູ່ ? ເມື່ອອັນໃດບໍ່ມີ ອຸປະທິກໍບໍ່ມີ ?” ດັ່ງນີ້.

ພິກຂຸ ທ. ! ພິກຂຸນັ້ນ ເມື່ອພິຈາຣະນາຢູ່ ຍ່ອມຮູ້ໄດ້ແຈ່ມແຈ້ງ ເຊັ່ນນີ້ວ່າ“ອຸປະທິ ມີຕັນຫາ ເປັນເຫຕໃຫ້ເກີດ, ມີຕັນຫາ ເປັນເຄື່ອງກໍ່ໃຫ້ເກີດ, ມີຕັນຫາ ເປັນເຄື່ອງກໍາເນີດ, ແລະ ມີຕັນຫາ ເປັນແດນເກີດ; ເມື່ອຕັນຫາມີຢູ່ ອຸປະທິກໍມີຢູ່,ເມື່ອຕັນຫາບໍ່ມີ ອຸປະທິກໍບໍ່ມີ, ດັ່ງນີ້ແລ.

- ນິທານ. ສັງ. ໑໖/໑໓໑/໒໕໗.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໒໘໗

ບ່ອນເກີດແຫ່ງອຸປາທານ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ