ອະຣິຍະສັຈພາກຕົ້ນ

ໜ້າ/ 382

ໝູ່ສັຕ ປະເຊີນໜ້າດ້ວຍຕັນຫາ (ເຄື່ອງໃຫ້ເກີດຄວາມສະດຸ້ງ) ຍ່ອມກະສັບກະສ່າຍ ເໝືອນກະຕ່າຍ ທີ່ຖືກບ້ວງ (ແຮ້ວ) ປະເຊີນໜ້ານາຍພານ ກະສັບກະສ່າຍຢູ່ສະນັ້ນ. ສັຕຜູ້ຂ້ອງແລ້ວດ້ວຍສັນໂຍຊນ໌ ກໍເຂົ້າເຖິງຄວາມທຸກຂ໌ ຢູ່ເລື້ອຍໄປຕະຫຼອດກາລະດົນນານ ແລ.

- ທ. ຂຸ. ໒໕/໖໐/໓໔.

ສັກກາຢະສະມຸທະຢະໄວພົດແຫ່ງຕັນຫາ

ພິກຂຸ ທ. ! ສັກກກາຍສະມຸທະຢະ ເປັນແນວໃດໜໍ ? ຕັນຫາ ນີ້ໃດ ອັນເປັນເຄື່ອງເຮັດໃຫ້ມີການເກີດອີກ ປະກອບຢູ່ດ້ວຍຄວາມກໍາໜັດ ດ້ວຍອໍານາດຄວາມເພີນ ເຮັດໃຫ້ເພີນຢ່າງຍິ່ງໃນອາຣົມນັ້ນໆ; ໄດ້ແກ່ ກາມະຕັນຫາ ພະວະຕັນຫາວິພະວະຕັນຫາ. ພິກຂຸ ທ. ! ນີ້ ເຮົາກ່າວວ່າ ສັກກາຢະສະມຸທັຍ.

- ຂັນທ. ສັງ. ໑໗/໑໙໔/໒໘໖.

(ໃນສູຕອື່ນ ແທນທີ່ຈະຕຣັດວ່າ ສັກກາຢະສະມຸທັຍ ແຕ່ຕຣັດເອີ້ນວ່າ ສັກກາຢະສະມຸທັຍຢັນຕະ ກໍມີ.

- ໑໗/໑໙໒/໒໗໖).

໒໘໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເຈົ້າຢອງຫົວຂອງສັຕໂລກ

“ໂລກ ຖືກອັນໃດ ຊັກ(ຈູງ)ນໍາໄປ ? ໂລກ ຖືກອັນໃດແກ່ດຶງໄປຮອບໆ ? ສັຕໂລກທັງໝົດ ຕົກຢູ່ໃນອໍານາດຂອງສິ່ງໆດຽວກັນ ນັ້ນຄືອັນໃດ ?”

ໂລກ ຖືກຕັນຫາ ຊັກ(ຈູງ)ນໍາໄປ, ໂລກ ຖືກຕັນຫາແກ່ດຶງໄປຮອບໆ. ສັຕໂລກທັງໝົດ ຕົກຢູ່ໃນອໍານາດຂອງສິ່ງໆດຽວ ສິ່ງນັ້ນ ຄື ຕັນຫາ.

- ສະຄາ. ສັງ. ໑໕/໕໔/໑໘໒-໑໘໓.

ສັນໂຍຊນ໌ຢ່າງເອກ

ພິກຂຸ ທ. ! ເຮົາບໍ່ມອງເຫັນສັນໂຍຊນ໌ອື່ນ ແມ່ນແຕ່ເຍື່ອງດຽວ ຊຶ່ງເມື່ອສັຕທັງຫຼາຍປະກອບແລ້ວ ຍ່ອມແລ່ນໄປ ຍ່ອມທ່ອງທ່ຽວໄປ ໃນວັຕຕະສົງສາຣຕະຫຼອດກາລະດົນນານ ເຊັ່ນນີ້ ເໝືອນເຊັ່ນ ຕັນຫາສັນໂຍຊນ໌ ນີ້. ພິກຂຸ ທ. ! ເພາະວ່າສັຕທັງຫຼາຍ ທີ່ປະກອບດ້ວຍຕັນຫາສັນໂຍຊນ໌ແລ້ວ ຍ່ອມແລ່ນໄປ ຍ່ອມທ່ອງທ່ຽວໄປ ໃນວັຕຕະສົງສາຣ ຕະຫຼອດກາລະດົນນານ ໂດຍແທ້ຈິງ ແລ.

- ອິຕິວຸ. ຂຸ. ໒໕/໒໓໖/໑໙໓.

ເຄື່ອງຈູງໄປສູ່ຄວາມເປັນພົບ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພຣະອົງຄ໌ຕຣັດຢູ່ວ່າ ‘ເຄື່ອງນຳໄປສູ່ພົບ໑ ເຄື່ອງນຳໄປສູ່ພົບ’ ດັ່ງນີ້, ກໍເຄື່ອງນຳໄປສູ່ພົບ ເປັນແນວໃດ ? ຂ້ານ້ອຍ ! ແລະຄວາມດັບບໍ່ເຫຼືອຂອງເຄື່ອງນຳໄປສູ່ພົບນັ້ນ ເປັນແນວໃດໜໍ ຂ້ານ້ອຍ ?”

໑. ອັຕຖະກະຖາ ແກ້ຄວາມວ່າ ‘ພະວະເນຕຕິ’ ຊຶ່ງໃນບ່ອນນີ້ແປວ່າ ‘ເຄື່ອງນຳໄປສູ່ພົບ’ ວ່າ ‘ພະວະຣັຊຊຸ’

ຊຶ່ງໝາຍເຖິງເຊືອກ ຫຼືບ້ວງ ທີ່ຈະຈູງສັຕໄປສູ່ພົບ.

ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໒໘໓

ຣາທະ ! ສັນທະ (ຄວາມພໍໃຈ) ກໍດີ ຣາຄະ (ຄວາມກໍາໜັດ) ກໍດີ ນັນທິ (ຄວາມເພີນ) ກໍດີ ຕັນຫາກໍດີ ແລະອຸປາຍະ (ກິເລສເປັນເຫຕເຂົ້າໄປສູ່ພົບ) ແລະອຸປາທານ ອັນເປັນເຄື່ອງຕັ້ງທັບ ເຄື່ອງເຂົ້າໄປອາໄສ ແລະເຄື່ອງນອນເນື່ອງແຫ່ງຈິຕກໍດີ ໃດໆໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ; ກິເລສເຫຼົ່ານີ້ນີ້ ເຮົາເອີ້ນວ່າ ‘ເຄື່ອງນຳໄປສູ່ພົບ.’ ຄວາມດັບບໍ່ເຫຼືອຂອງເຄື່ອງນຳໄປສູ່ພົບ ມີໄດ້ ເພາະຄວາມດັບບໍ່ເຫຼືອຂອງກິເລສ ມີສັນທະຣາຄະເປັນຕົ້ນ ເຫຼົ່ານັ້ນເອງ.

- ຂັນທະ. ສັງ. ໑໗/໒໓໓/໓໖໘.

ພືດຂອງພົບ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພຣະຜູ້ມີພຣະພາຄເຈົ້າ ກ່າວຢູ່ວ່າ ‘ພົບ ພົບ’ ດັ່ງນີ້. ພົບຍ່ອມມີໄດ້ ດ້ວຍເຫຕພຽງເທົ່າໃດໜໍ ? ຂ້ານ້ອຍ !”

ອານົນທ໌ ! ຖ້າກັມມີກາມະທາຕຸ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ. ກາມະພົບ ຈະຍ່ອມປາກົດ ໄດ້ແລຫຼື ?

“ຫາບໍ່ໄດ້ ຂ້ານ້ອຍ !”

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມ ຈຶ່ງເປັນຜືນນາ, ວິນຍານ ເປັນເມັດພືດ, ຕັນຫາ ເປັນຢາງ (ສໍາລັບຫຼໍ່ລ້ຽງເຊື້ອງອກ) ຂອງພືດ. ວິນຍານ ຂອງສັຕທັງຫຼາຍ ມີ ອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກພັນ ຕັ້ງຢູ່ແລ້ວ ດ້ວຍທາຕຊັ້ນຕໍ່າ (ກາມະທາຕຸ), ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້.

໒໘໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອານົນທ໌ ! ຖ້າກັມມີ ຣູປະທາຕຸ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ, ຣູປະພົບຈະຍ່ອມປາກົດ ໄດ້ແລຫຼື ?

“ຫາບໍ່ໄດ້ ຂ້ານ້ອຍ !”

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ