ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເທສິຕັງ ໂວ ມະຢາ ນິບພານັງ ເທສິໂຕ ນິພພານະຄາມິມັກໂຄ
ນິພພານ ເຮົາໄດ້ສະແດງແລ້ວ,
ທາງໃຫ້ເຖິງນິພພານ ເຮົາກໍໄດ້ສະແດງແລ້ວ ແກ່ເຈົ້າທັງຫຼາຍ.
ກິດໃດ ທີ່ສາສະດາ ຜູ້ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ
ອາໄສຄວາມເອັນດູແລ້ວ ຈະຕ້ອງເຮັດ ແກ່ສາວົກທັງຫຼາຍ,
ກິດນັ້ນ ເຮົາໄດ້ເຮັດແລ້ວ ແກ່ພວກເຈົ້າ.
ນັ້ນເຫງົ້າໄມ້; ນັ້ນເຮືອນວ່າງ.
ພວກເຈົ້າ ຈົ່ງພຽນເຜົາກິເລສ, ຢ່າໄດ້ປະມາດ,
ຢ່າເປັນຜູ້ທີ່ຕ້ອງຮ້ອນໃຈ ໃນພາຍຫລັງເລີຍ.
ອະຢັງ ໂວ ອັມຫາກັງ ອະນຸສາສະນີ
ນີ້ແຫຼະ ວາຈາເຄື່ອງກ່າວພໍ່າສອນຂອງເຮົາ ແກ່ເຈົ້າທັງຫຼາຍ.
(ມະຫາວາຣະ. ສັງ. - ສະລາ. ສັງ.)
໒໗໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
໒໗໗
ພາກ ໒
ວ່າດ້ວຍ
ສະມຸທະຢະອະຣິຢະສັຈຈະ
ຄວາມຈິງອັນປະເສີດຄືເຫຕໃຫ້ເກີດແຫ່ງທຸກຂ໌
໒໗໘
ພາກ ໒
ມີເລື່ອງ :- ນິດເທສະ ໔ ວ່າດ້ວຍລັກສະນະແຫ່ງຕັນຫາ ໔໑ ເລື່ອງ
ນິດເທສະ ໕ ວ່າດ້ວຍທີ່ເກີດ ແລະການເກີດແຫ່ງຕັນຫາ ໕ ເລື່ອງ
ນິດເທສະ ໖ ວ່າດ້ວຍອາການທີ່ຕັນຫາເຮັດໃຫ້ເກີດແຫ່ງທຸກຂ໌ ໓໑ ເລື່ອງ
ນິດເທສະ ໗ ວ່າດ້ວຍທິຕຖິທີ່ກ່ຽວກັບຕັນຫາ ໘ ເລື່ອງ
ນິດເທສະ ໘ ວ່າດ້ວຍກິເລສທັງຫຼາຍ ໃນຖານະສະມຸທັຍ ໑໕ ເລື່ອງ
໒໗໙
ພາກ ໒
ວ່າດ້ວຍ
ສະມຸທະຢະອະຣິຢະສັຈຈະ
ຄວາມຈິງອັນປະເສີດຄືເຫຕໃຫ້ເກີດແຫ່ງທຸກຂ໌
(ມີ ໓ ນິທເທດ)
__________
ອຸດເທສະແຫ່ງສະມຸທະຢະອະຣິຢະສັຈຈະ
ພິກຂຸ ທ. ! ຄວາມຈິງອັນປະເສີດ ຄື ເຫຕໃຫ້ເກີດແຫ່ງທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ຕັນຫານີ້ໃດ ທີ່ເຮັດໃຫ້ມີການເກີດອີກ ອັນປະກອບດ້ວຍຄວາມກໍາໜັດ ເພາະອໍານາດແຫ່ງຄວາມເພີນ ຊຶ່ງມີປົກກະຕິເຮັດໃຫ້ເພີດເພີນ ໃນອາຣົມນັ້ນໆ, ໄດ້ແກ່ ຕັນຫາໃນກາມ ຕັນຫາໃນຄວາມມີຄວາມເປັນ ຕັນຫາໃນຄວາມບໍ່ມີບໍ່ເປັນ; ນີ້ ເອີ້ນວ່າ ຄວາມຈິງອັນປະເສີດ ຄື ເຫຕໃຫ້ເກີດແຫ່ງທຸກຂ໌.
- ມຫາວາຣ. ສັງ. ໑໙/໕໓໔/໑໖໘໐.
໒໘໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ນິດເທສະແຫ່ງສະມຸທະຢະອະຣິຢະສັຈຈະ
-------------------------------------
ນິດເທສະ ໔ ວ່າດ້ວຍລັກສະນະແຫ່ງຕັນຫາ
(ມີ ໔໑ ເລື່ອງ)
ລັກສະນາການແຫ່ງຕັນຫາ
ພິກຂຸ ທ. ! ຕັນຫານີ້(ອັນ)ໃດ ເຮັດໃຫ້ມີການເກີດອີກ ປະກອບດ້ວຍຄວາມກໍາໜັດ ເພາະອໍານາດແຫ່ງຄວາມເພີນ ມີປົກກະຕິເຮັດໃຫ້ເພີດເພີນ ໃນອາຣົມນັ້ນໆ.
- ຂັນທະ. ສັງ. ໑໗/໓໒/໕໑; ແລະ໑໙/໕໒໙/໑໖໖໕.
ຕັນຫາ ຍ່ອມປົກຄຸມບຸຄຄົລ ຜູ້ປະພຶດຕົນ ເປັນຄົນມົວເມົາ ເໝືອນເຄືອມາລຸວາ (ໃບດົກຂຶ້ນປົກຄຸມຕົ້ນໄມ້ຢູ່) ສະນັ້ນ. ເຂົາຜູ້ຖືກຕັນຫາປົກຄຸມແລ້ວ ຍ່ອມເລາະລ່ອງ ໄປສູ່ພົບນ້ອຍ ພົບໃຫຍ່ ເໝືອນລີງຕ້ອງການໝາກໄມ້ ເລາະລ່ອງໄປໃນປ່າ ສະນັ້ນ.
ຕັນຫາ ຊຶ່ງເປັນຂອງລາມົກ ແກວ່ງໄກວໄປໄດ້ທົ່ວໂລກນີ້ ສຸບງວມຜູ້ໃດເຂົ້າແລ້ວ, ຄວາມໂສກທັງຫຼາຍ ຍ່ອມລຸກລາມແກ່ບຸຄຄົລຜູ້ນັ້ນ ເໝືອນຫຍ້າວີຣະນະ໑ ຊຶ່ງງອກງາມ ແຜ່ກ້ວາງອອກໄປໂດຍໄວ ສະນັ້ນ.
ຕົ້ນໄມ້ ເຖິງແມ່ນຖືກຕັດແລ້ວ ແຕ່ເມື່ອຮາກຍັງໝັ້ນຄົງ ບໍ່ມີອັນຕະລາຍ ຍ່ອມງອກງາມຂຶ້ນມາໄດ້ອີກເຊັ່ນໃດ; ຄວາມທຸກຂ໌ນີ້ ກໍເຊັ່ນນັ້ນ, ເມື່ອຕັນຫານຸສັຍ(ຊຶ່ງເປັນຮາກເຫງົ້າຂອງມັນ) ຍັງບໍ່ຖືກຖອນຂຶ້ນແລ້ວ, ມັນຍ່ອມເກີດຂຶ້ນເລື້ອຍໄປ.
໑. ວີຣະນະ ເປັນຊື່ຊຶ່ງໝາຍເຖິງຫຍ້າ ທີ່ຂຶ້ນຮົກ ແຜ່ກ້ວາງໂດຍໄວຊະນິດໜຶ່ງ ຍັງບໍ່ຮູ້ຊື່ໃນ
ພາສາໄທ (ຫຼືລາວ).
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໒໘໑
ຕັນຫາ ຊຶ່ງມີກະແສສາມສິບຫົກສາຍ ມີກໍາລັງແຂງແຮງ ໄຫຼໄປຕາມໃຈຊອບຂອງບຸຄຄົລໃດ ມີຢູ່, ຄວາມດໍາຣິ ຊຶ່ງອາໄສຣາຄະ ມີກະແສອັນໃຫຍ່ຫຼວງ ຍ່ອມພັດພາໄປ ຊຶ່ງບຸຄຄົລນັ້ນ ອັນມີທິຕຖິ(ເຫັນ)ຜິດ ເປັນທັມມະດາ.
ກະແສ (ແຫ່ງຕັນຫາ) ຍ່ອມຫຼັ່ງໄຫຼໄປ ໃນອາຣົມທັງປວງ. ເຄືອໄມ້ (ຄືຕັນຫາ) ປົ່ງຂຶ້ນແລ້ວ ຕັ້ງຢູ່. ທ່ານທັງຫຼາຍ ເຫັນເຄືອໄມ້ນັ້ນເກີດຂຶ້ນແລ້ວ ຈົ່ງຕັດຮາກມັນເສຍ ດ້ວຍປັນຍາ.
ໂສມະນັດສະ ຊຶ່ງເຊື່ອມຊຶມຊ່ານ ແລະມີເຍື່ອໃຍມີຢູ່ແກ່ສັຕ, ສັຕເຫຼົ່ານັ້ນ ຈຶ່ງສະແຫວງສຸຂ ເພາະອາໄສຄວາມຍິນດີ, ສັຕເຫຼົ່ານັ້ນແຫຼະ ເປັນຜູ້ເຂົ້າເຖິງ ຊາດ ແລະຊະຣາ.








