ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເພື່ອຈະປົກປິດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕຂອງເຂົາ ເຂົາຕັ້ງຄວາມປາຖະໜາລາມົກ ປາຖະໜາບໍ່ໃຫ້ໃຜຮູ້ຈັກເຂົາ ດໍາຣິບໍ່ໃຫ້ໃຜຮູ້ຈັກເຂົາເວົ້າຈາເພື່ອບໍ່ໃຫ້ໃຜຮູ້ຈັກເຂົາ ຂົນຂວາຍທຸກເຍື່ອງເພື່ອບໍ່ໃຫ້ໃຜຮູ້ຈັກເຂົາ, ເຮົາກ່າວ ການປົກປິດຄວາມທຸຈະຣິຕເຊັ່ນນີ້ ຂອງເຂົານີ້ ວ່າເປັນ ດອກເບ້ຍທີ່ເຂົາຕ້ອງໃຊ້.
ເພື່ອນສະພຣົມມະຈາຣີ ຜູ້ມີສີລເປັນທີ່ຮັກ ພາກັນກ່າວປາຣົບເຂົາ ດັ່ງນີ້ວ່າ “ທ່ານຜູ້ມີອາຍຸນີ້ ເຮັດອັນໃດໆ (ໜ້າໜ່າຍເປັນຕາຊັງ) ເຊັ່ນນີ້ ມີປົກກະຕິປະພຶດກະທຳອັນໃດໆ (ໜ້າໜ່າຍເປັນຕາຊັງ) ເຊັ່ນນີ້”, ເຮົາກ່າວ ການຖືກກ່າວວ່າດັ່ງນີ້ ນີ້ ວ່າເປັນການຖືກທວງໜີ້.
ເຂົາຈະໄປຢູ່ປ່າກໍຕາມ ຢູ່ເຫງົ້າໄມ້ກໍຕາມ ຢູ່ເຮືອນວ່າງກໍຕາມ ອະກຸສົລວິຕົກ ອັນລາມົກ ປະກອບຢູ່ດ້ວຍຄວາມຮ້ອນໃຈ ຍ່ອມເກີດຂຶ້ນປຸ້ມລຸມຈິຕໃຈເຂົາ, ເຮົາກ່າວ ອາການດັ່ງນີ້ ນີ້ ວ່າເປັນ ການຖືກຕິດຕາມເພື່ອທວງໜີ້.
ພິກຂຸ ທ. ! ຄົນຈົນຊະນິດນີ້ ຄັນປະພຶດກາຢະ-ວະຈີ-ມະໂນທຸຈະຣິຕແລ້ວ ພາຍຫຼັງແຕ່ການຕາຍ ເພາະການແຕກທຳລາຍແຫ່ງກາຍ ຍ່ອມ ຖືກັກຂັງ ຢູ່ ໃນນະຣົກແດ່ ໃນກໍາເນີດເດຣັດສານແດ່.
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໗໓
ພິກຂຸ ທ. ! ເຮົາບໍ່ມອງເຫັນ ການກັກຂັງອື່ນ ແມ່ນແຕ່ເຍື່ອງດຽວ ທີ່ທາຣຸນເຊັ່ນນີ້ ເຈັບປວດເຊັ່ນນີ້ ເປັນອັນຕະລາຍເຊັ່ນນີ້ ຕໍ່ການບັນລຸໂຢຄັກເຂມະທັມ ອັນບໍ່ມີທັມອື່ນຍິ່ງກວ່າ ເໝືອນການຖືກກັກຂັງ ໃນນະຣົກ ຫຼື ໃນກໍາເນີດເດຣັດສານເຊັ່ນນີ້. (ເລື່ອງຄວນເບິ່ງປະກອບໃນອະຣິຍ.ໂອ. ປາຍ. ໜ້າ ໑໐໗໙, ໑໐໘໗)
(ຄາຖາເພີ່ມຕື່ມທ້າຍພຣະສູຕ)
ຄວາມຍາກຈົນ ແລະການກູ້ໜີ້ ທ່ານກ່າວວ່າ ເປັນຄວາມທຸກຂ໌ໃນໂລກ. ຄົນຈົນ ກູ້ໜີ້ມາລ້ຽງຊີວິຕ ຍ່ອມເດືອດຮ້ອນ ເພາະເຈົ້າໜີ້ຕິດຕາມແດ່ ເພາະຖືກຈັບກຸມແດ່. ການຖືກຈັບກຸມນັ້ນ ເປັນຄວາມທຸກຂ໌ ຂອງຄົນບູຊາການໄດ້ກາມ.
ເຖິງແມ່ນ ໃນອະຣິຍະວິນັຍນີ້ ກໍເໝືອນກັນ : ຜູ້ໃດບໍ່ມີສັດທາ ບໍ່ມີຫິຣິ ບໍ່ມີໂອຕຕັບປະ ສັ່ງສົມແຕ່ບາບກັມ ປະພຶດກາຢະທຸຈະຣິຕ-ວະຈີທຸຈະຣິຕ-ມະໂນທຸຈະຣິຕ ປົກປິດຢູ່ ດ້ວຍການປະພຶດທາງກາຍ ທາງວາຈາ ທາງຈິຕ ເພື່ອບໍ່ໃຫ້ຜູ້ໃດຮູ້ຈັກເຂົາ, ຜູ້ນັ້ນພອກພູນບາບກັມຢູ່ເນື່ອງນິດ ໃນບ່ອນນັ້ນໆ.
ຄົນຊົ່ວສ້າງບາບກັມ ຮູ້ສຶກແຕ່ກັມຊົ່ວຂອງຕົນ ເໝືອນຄົນຍາກຈົນ ກູ້ໜີ້ມາບໍລິໂພກຢູ່ ຍ່ອມເດືອດຮ້ອນ.
ຄວາມຄິດໄຝ່ຕຶກ ທີ່ເກີດຈາກວິບປະຕິສານ ອັນເປັນເຄື່ອງທໍຣະມານໃຈ ຍ່ອມຕິດຕາມເຂົາ ທັງໃນບ້ານ ແລະໃນປ່າ.
ຄົນຊົ່ວສ້າງບາບກັມ ຮູ້ສຶກແຕ່ກັມຊົ່ວຂອງຕົນ ໄປສູ່ກໍາເນີດເດຣັດສານບາງຢ່າງ ຫຼືວ່າຖືກກັກຂັງຢູ່ໃນນະຣົກ. ການຖືກກັກຂັງນັ້ນ ເປັນທຸກຂ໌ ຊະນິດທີ່ທີຣະຊົນ ບໍ່ເຄີຍພົບເລີຍ....
- ສັກກ. ອັງ. ໒໒/໓໙໒/໓໑໖.
໒໗໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ທຸກຂະອະຣິຢະສັຈຈະເປັນສິ່ງທີ່ຄວນຮອບຮູ້
ພິກຂຸ ທ. ! ອະຣິຍະສັຈຈ໌ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື :- ທຸກຂະອະຣິຢະສັຈຈະ ທຸກຂະສະມຸທະຢະອະຣິຢະສັຈຈະ ທຸກຂະນິໂຣທະອະຣິຍະສັຈຈ໌ ແລະ ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌. ພິກຂຸ ທ. ! ເຫຼົ່ານີ້ແລຄື ອະຣິຍະສັຈຈ໌ ສີ່ຢ່າງ.
ພິກຂຸ ທ. ! ໃນບັນດາ ອະຣິຍະສັຈຈ໌ສີ່ຢ່າງເຫຼົ່ານີ້, ອະຣິຍະສັຈຈ໌ ທີ່ໃຜໆຄວນຮອບຮູ້ມີຢູ່.....ພິກຂຸ ທ. ! ອະຣິຍະສັຈຈ໌ ທີ່ໃຜໆຄວນຮອບຮູ້ ເປັນແນວໃດໜໍ ? ພິກຂຸ ທ. ! ອະຣິຍະສັຈຈ໌ທີ່ໃຜໆຄວນຮອບຮູ້ນັ້ນ ໄດ້ແກ່ ອະຣິຍະສັຈຈ໌ຄື ທຸກຂ໌. ....
ພິກຂຸ ທ. ! ເພາະສະນັ້ນ ໃນກໍລະນີນີ້ ພວກເຈົ້າທັງຫຼາຍ ຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມທີ່ເປັນຈິງວ່າ ‘ທຸກຂ໌ເປັນເຊັ່ນນີ້ໆ....’ ດັ່ງນີ້ ເຖີ້ນ.
- ມຫາວາຣ. ສັງ. ໑໙/໕໔໖/໑໗໐໙.
ນິດເທສະ ໓
ວ່າດ້ວຍຫຼັກເລັກນ້ອຍກ່ຽວກັບຄວາມທຸກຂ໌
ຈົບ
ພາກ ໑
ວ່າດ້ວຍ ທຸກຂະອະຣິຢະສັຈຈະ ຄວາມຈິງອັນປະເສີດຄືທຸກຂ໌
ຈົບ
໒໗໕
ຄໍາຊີ້ຊວນວິງວອນ
---------------------------------
ພິກຂຸ ທ. ! ໂຢຄະກັມ ອັນເຈົ້າຕ້ອງປະພຶດ ເພື່ອໃຫ້ຮູ້ວ່າ
“ນີ້ທຸກຂ໌ ນີ້ເຫຕໃຫ້ເກີດແຫ່ງທຸກຂ໌ ນີ້ຄວາມດັບສະນິດແຫ່ງທຸກຂ໌
ນີ້ທາງໃຫ້ເຖິງຄວາມດັບສະນິດແຫ່ງທຸກຂ໌.”








