ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຖ້າພວກປະຣິພາຊົກເຫຼົ່ານັ້ນ ຈະຍ່ອມຖາມຕໍ່ໄປວ່າ “ຜູ້ມີອາຍຸ ! ກໍທຸກຂ໌ ຊຶ່ງທ່ານຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະສະມະນະໂຄດົມເພື່ອຈະຮອບຮູ້ນັ້ນ ເປັນແນວໃດໜໍ ?” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າ ຖືກຖາມເຊັ່ນນີ້ອີກແລ້ວ ຈະຕ້ອງຕອບແກ່ພວກປະຣິພາຊົກເຫຼົ່ານັ້ນ ຕໍ່ໄປວ່າ “ຜູ້ມີອາຍຸ ! ຕາ ເປັນທຸກຂ໌. ເຮົາຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄ ກໍເພື່ອຮອບຮູ້ຕາ ຊຶ່ງເປັນທຸກຂ໌ນັ້ນ. ຮູບ ເປັນທຸກຂ໌. ເຮົາຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄ ກໍເພື່ອຮອບຮູ້ຮູບ ຊຶ່ງເປັນທຸກຂ໌ນັ້ນ. ຄວາມຮູ້ແຈ້ງທາງຕາ ເປັນທຸກຂ໌. ເຮົາຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄ ກໍເພື່ອຮອບຮູ້ຄວາມຮູ້ແຈ້ງທາງຕາ ຊຶ່ງເປັນທຸກຂ໌ນັ້ນ. ສັມຜັສທາງຕາ ເປັນທຸກຂ໌ ເຮົາຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄ ກໍເພື່ອຮອບຮູ້ສັມຜັສທາງຕາ ຊຶ່ງເປັນທຸກຂ໌ນັ້ນ,
໒໗໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເວທະນາທີ່ເກີດຂຶ້ນເພາະສັມຜັສທາງຕາເປັນປັຈຈັຍ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ກໍຕາມ ກໍເປັນທຸກຂ໌. ເຮົາຢູ່ປະພຶດພຣົມມະຈັນຣຍ໌ໃນພຣະຜູ້ມີພຣະພາຄ ກໍເພື່ອຮອບຮູ້ເວທະນາເຊັ່ນນັ້ນ ຊຶ່ງເປັນທຸກຂ໌ນັ້ນ. (ໃນກໍລະນທີ່ກ່ຽວກັບອາຍະຕະນະພາຍໃນ ພາຍນອກ ວິນຍານ ສັມຜັສແລະເວທະນາອີກ ໕ ໝວດນັ້ນ ກໍຕຣັດດັ່ງດຽວກັບໝວດທໍາອິດນີ້). ຜູ້ມີອາຍຸ ! ເຮົາຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄນີ້ ກໍເພື່ອຮອບຮູ້ຊຶ່ງທຸກຂ໌” ດັ່ງນີ້.
ພິກຂຸ ທ. ! ຖ້າພວກເຈົ້າຖືກຖາມເຊັ່ນນີ້ແລ້ວ ຈະຕ້ອງຕອບແກ່ພວກປະຣິພາຊົກ ຜູ້ຖືລັດທິສາສນາອື່ນເຫຼົ່ານັ້ນ ດ້ວຍອາການດັ່ງນີ້ ແລ.
- ສະລາ. ສັງ. ໑໘/໑໗໒/໒໓໘.
ທຸກຂ໌ຊະນິດປາຍ(ຫາງ)ແຖວ
(ຊົງສະແດງໂດຍພາສາຄົນ)
ພິກຂຸ ທ. ! ຄວາມຍາກຈົນ ເປັນທຸກຂ໌ຂອງຄົນ ຜູ້ບໍຣິໂພກກາມໃນໂລກ.
“ເຊັ່ນນັ້ນ ຂ້ານ້ອຍ !”
ພິກຂຸ ທ. ! ຄົນຈົນເຂັນໃຈ ໄຮ້ຊັບສົມບັດ ຍ່ອມກູ້ໜີ້, ການກູ້ໜີ້ນັ້ນ ເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
“ເຊັ່ນນັ້ນ ຂ້ານ້ອຍ !”
ພິກຂຸ ທ. ! ຄົນເຂັນໃຈ ໄຮ້ຊັບສົມບັດ ກູ້ໜີ້ແລ້ວ ຕ້ອງໃຊ້ດອກເບ້ຍ, ການຕ້ອງໃຊ້ດອກເບ້ຍນັ້ນ ເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
“ເຊັ່ນນັ້ນ ຂ້ານ້ອຍ !”
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໗໑
ພິກຂຸ ທ. ! ຄົນເຂັນໃຈໄຮ້ຊັບສົມບັດ ກູ້ໜີ້ແລ້ວຕ້ອງໃຊ້ດອກເບ້ຍ ບໍ່ອາດໃຊ້ດອກເບ້ຍຕາມເວລາ ເຈົ້າໜີ້ກໍທວງ, ການຖືກທວງໜີ້ນັ້ນ ເປັນທຸກຂ໌ຂອງຄົນບໍຣິໂພກ ກາມໃນໂລກ.
“ເຊັ່ນນັ້ນ ຂ້ານ້ອຍ !”
ພິກຂຸ ທ. ! ຄົນຈົນເຂັນໃຈ ໄຮ້ຊັບສົມບັດ ຖືກທວງໜີ້ຢູ່ ບໍ່ອາດຈະໃຊ້ໃຫ້ ເຈົ້າໜີ້ຍ່ອມຕິດຕາມ, ການຖືກຕິດຕາມນັ້ນ ເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
“ເຊັ່່ນນັ້ນ ຂ້ານ້ອຍ !”
ພິກຂຸ ທ. ! ຄົນຈົນເຂັນໃຈ ໄຮ້ຊັບສົມບັດ ຖືກຕິດຕາມຢູ່ ບໍ່ອາດຈະໃຊ້ໃຫ້ເຈົ້າໜີ້ຍ່ອມຈັບກຸມ, ການຖືກຈັບກຸມນັ້ນ ເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
“ເຊັ່ນນັ້ນ ຂ້ານ້ອຍ !”
ພິກຂຸ ທ. ! ຄວາມຍາກຈົນກໍດີ ການກູ້ໜີ້ກໍດີ ການຕ້ອງໃຊ້ດອກເບ້ຍກໍດີ ການຖືກທວງໜີ້ກໍດີ ການຖືກຕິດຕາມກໍດີ ການຖືກຈັບກຸມກໍດີ, ທັງໝົດນີ້ເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
(ຊົງສະແດງໂດຍພາສາທັມ)
ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ : ຄວາມບໍ່ມີສັດທາ - ຫິຣິ - ໂອຕຕັບປະ - ວິຣິຍະ - ປັນຍາ, ໃນກຸສົລທັມມີຢູ່ແກ່ຜູ້ໃດ; ເຮົາກ່າວບຸຄຄົລຜູ້ນັ້ນ ວ່າເປັນ ຄົນຈົນ ເຂັນໃຈໄຮ້ຊັບສົມບັດ ໃນອະຣິຍະວິນັຍ.
໒໗໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ຄົນຈົນຊະນິດນັ້ນ ເມື່ອບໍ່ມີສັດທາ - ຫິຣິ - ໂອຕຕັບປະ - ວິຣິຍະ - ປັນຍາ, ໃນກຸສົລທັມ ເຂົາຍ່ອມປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ, ເຮົາກ່າວການປະພຶດທຸຈະຣິຕ ຂອງເຂົານີ້ວ່າ ເປັນການກູ້ໜີ້.








