ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ມືດເພາະອັນໃດໜໍ ? ເຮົາກ່າວວ່າ “ມືດເພາະຄວາມເກີດ ເພາະ ຄວາມແກ່ ເພາະຄວາມຕາຍ ເພາະຄວາມໂສກ ເພາະຄວາມຮໍ່າໄຮລໍາພັນ ເພາະຄວາມທຸກຂ໌ກາຍ ເພາະຄວາມທຸກຂ໌ໃຈ ແລະເພາະຄວາມຄັບແຄ້ນໃຈ” ດັ່ງນີ້.

(ໃນກໍລະນີ ແຫ່ງໝວດ ຫູ ດັງ ລີ້ນ ກາຍ ແລະໃຈ ກໍໄດ້ຕຣັດເໝືອນກັນກັບ ໃນກໍລະນີແຫ່ງຕາ).

- ສະລາ. ສັງ. ໑໘/໒໕/໓໒.

ພິດລູກສອນແຫ່ງຄວາມທຸກຂ໌ຂອງປຸຖຸຊົນ

ພິກຂຸ ທ. ! ຖານະ ໕ ປະການເຫຼົ່ານີ້ ອັນສະມະນະພຣາມ ເທບ ມາຣ ພຣົມ ຫຼືໃຜໆໃນໂລກ ຍ່ອມບໍ່ໄດ້ຕາມປາຖນາມີຢູ່. ຫ້າປະການເຫຼົ່າໃດໜໍ ? ຫ້າປະການ ຄືສະມະນະພຣາມ ເທບ ມາຣ ພຣົມ ຫຼືໃຜໆໃນໂລກ ບໍ່ອາດໄດ້ຕາມປາຖະໜາວ່າ “ສິ່ງທີ່ມີຄວາມແກ່ເປັນທັມມະດາ ຢ່າແກ່ເລີຍ, ສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາ ຢ່າເຈັບໄຂ້ເລີຍ, ສິ່ງທີ່ມີຄວາມຕາຍເປັນທັມມະດາ ຢ່າຕາຍເລີຍ, ສິ່ງທີ່ມີຄວາມໝົດສິ້ນໄປເປັນທັມມະດາ ຢ່າໝົດສິ້ນໄປເລີຍ, ສິ່ງທີ່ມີຄວາມວິນາດເປັນທັມມະດາ ຢ່າວິນາດເລີຍ” ດັ່ງນີ້.

ພິກຂຸ ທ. ! ສິ່ງທີ່ມີຄວາມແກ່ເປັນທັມມະດາ ກໍຍ່ອມແກ່ສໍາລັບປຸຖຸຊົນ ຜູ້ບໍ່ໄດ້ສະດັບ. ເມື່ອສິ່ງທີ່ມີຄວາມແກ່ເປັນທັມມະດາ ແກ່ແລ້ວ ເຂົາກໍ ບໍ່ພິຈາຣະນາເຫັນໂດຍແຈ່ມແຈ້ງວ່າ “ບໍ່ແມ່ນສິ່ງທີ່ມີຄວາມແກ່ເປັນທັມມະດາ ຈະແກ່ສໍາລັບເຮົາຜູ້ດຽວເທົ່ານັ້ນ,

໒໖໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ໂດຍທີ່ແທ້ແລ້ວ ສິ່ງທີ່ມີຄວາມແກ່ເປັນທັມມະດາ ຍ່ອມແກ່ສໍາລັບສັຕທັງຫຼາຍທັງປວງ ທີ່ມີການມາ ການໄປ ການຈຸຕິ ການອຸບັດ, ກໍເມື່ອສິ່ງທີ່ມີຄວາມແກ່ເປັນທັມມະດາ ແກ່ແລ້ວ ເຮົາຈະມາມົວ ເສົ້າໂສກ ກະວົນກະວາຍ ຮໍ່າໄຮລໍາພັນ ທຸບເອິກຮ້ອງໄຫ້ ເຖິງຄວາມຫຼົງໄຫຼ ເຖິງແມ່ນອາຫາຣກໍບໍ່ຍ່ອຍ ກາຍກໍເສົ້າໝອງ ການງານກໍຢຸດຈຶ້ງ ພວກອະມິຕກໍດີໃຈ ມິຕສະຫາຍກໍເສົ້າໃຈ” ດັ່ງນີ້. ປຸຖຸຊົນນັ້ນ ເມື່ອສິ່ງທີ່ມີຄວາມແກ່ເປັນທັມມະດາ ແກ່ແລ້ວ ຍ່ອມເສົ້າໂສກ ກະວົນກະວາຍ ຮໍ່າໄຮລໍາພັນ ເປັນຜູ້ທຸບເອິກຮ້ອງໄຫ້ ຍ່ອມເຖິງຄວາມຫຼົງໄຫຼ. ພິກຂຸ ທ. ! ເຮົາກ່າວວ່າ ປຸຖຸຊົນ ຜູ້ບໍ່ໄດ້ສະດັບນີ້ ຖືກລູກສອນແຫ່ງຄວາມໂສກ ອັນມີພິດສຽບແທງແລ້ວເຮັດຕົນເອງໃຫ້ເດືອດຮ້ອນຢູ່.

(ໃນກໍລະນີ ແຫ່ງສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາ ມີຄວາມຕາຍເປັນທັມມະດາ ມີຄວາມໝົດສິ້ນໄປເປັນທັມມະດາ ມີຄວາມວິນາດໄປເປັນທັມມະດາ ກໍໄດ້ຕຣັດໄວ້ດ້ວຍຖ້ອຍຄວາມຢ່າງດຽວກັນກັບ ໃນກໍລະນີແຫ່ງ ສິ່ງທີ່ມີຄວາມແກ່ເປັນທັມມະດາ ຂ້າງເທິງນີ້.

ແລະພຣະອົງຄ໌ ຍັງໄດ້ຕຣັດໄວ້ ໃນລັກສະນະທີ່ກົງກັນຂ້າມ ຈາກຂໍ້ຄວາມນີ້ ສໍາລັບອະຣິຍະສາວົກ ຜູ້ໄດ້ສະດັບ.)

- ປັນຈະກະ. ອັງ. ໒໒/໕໙/໔໘.

ສຸຂ-ທຸກຂ໌ເນື່ອງຈາກການມີຢູ່ແຫ່ງຂັນທ໌

ພິກຂຸ ທ. ! ເມື່ອຮູບ ມີຢູ່, ຄວາມຮູ້ສຶກທີ່ເປັນສຸຂ ຫຼືທຸກຂ໌ໃນໃຈ ຍ່ອມເກີດຂຶ້ນ ເພາະອາໄສ ຮູບ;

ພິກຂຸ ທ. ! ເມື່ອເວທະນາ ມີຢູ່, ຄວາມຮູ້ສຶກທີ່ເປັນສຸຂ ຫຼືທຸກຂ໌ໃນໃຈ ຍ່ອມເກີດຂຶ້ນ ເພາະອາໄສ ເວທະນາ ;

ພິກຂຸ ທ. ! ເມື່ອສັນຍາ ມີຢູ່, ຄວາມຮູ້ສຶກທີ່ເປັນສຸຂ ຫຼືທຸກຂ໌ໃນໃຈ ຍ່ອມເກີດຂຶ້ນ ເພາະອາໄສ ສັນຍາ;

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໖໙

ພິກຂຸ ທ. ! ເມື່ອສັງຂາຣທັງຫຼາຍ ມີຢູ່, ຄວາມຮູ້ສຶກທີ່ເປັນສຸຂ ຫຼືທຸກຂ໌ໃນໃຈ ຍ່ອມເກີດຂຶ້ນ ເພາະອາໄສ ສັງຂາຣທັງຫຼາຍ;

ພິກຂຸ ທ. ! ເມື່ອວິນຍານ ມີຢູ່, ຄວາມຮູ້ສຶກທີ່ເປັນສຸຂ ຫຼືທຸກຂ໌ໃນໃຈ ຍ່ອມເກີດຂຶ້ນ ເພາະອາໄສ ວິນຍານ ແລ.

- ຂັນທະ. ສັງ. ໑໗/໒໒໑/໓໔໖.

ປະພຶດພຣົມມະຈັນຣຍ໌ນີ້ເພື່ອຮອບຮູ້ທຸກຂ໌

ພິກຂຸ ທ. ! ຖ້າພວກປະຣິພາຊົກ ຜູ້ຖືລັດທິສາສນາອື່ນ ອາດຈະຖາມພວກເຈົ້າ ເຊັ່ນນີ້ວ່າ “ຜູ້ມີອາຍຸ ! ທ່ານປະພຶດພຣົມມະຈັນຣຍ໌ ໃນພຣະສະມະນະໂຄດົມ ເພື່ອປະໂຍຊນ໌ອັນໃດໜໍ ?” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າ ຖືກຖາມດັ່ງນີ້ແລ້ວ ຈະຕ້ອງຕອບແກ່ພວກປະຣິພາຊົກ ເຫຼົ່ານັ້ນວ່າ “ຜູ້ມີອາຍຸ ! ເຮົາປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄ ເພື່ອຮອບຮູ້ຊຶ່ງທຸກຂ໌” ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ