ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ສັນຍາ ເປັນອະນັຕຕາ. ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງສັນຍາ ກໍເປັນອະນັຕຕາ, ສັນຍາ ທີ່ເກີດຈາກເຫຕປັຈຈັຍ ອັນເປັນອະນັຕຕາ ແລ້ວຈະເປັນອັຕຕາ ໄດ້ແນວໃດ;

ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນອະນັຕຕາ. ເຖິງແມ່ນເຫຕແມ່ນປັຈຈັຍເພື່ອການບັງເກີດຂຶ້ນຂອງສັງຂາຣທັງຫຼາຍ ກໍເປັນອະນັຕຕາ, ສັງຂາຣ ທີ່ເກີດຈາກເຫຕປັຈຈັຍ ອັນເປັນອະນັຕຕາ ແລ້ວຈະເປັນອັຕຕາ ໄດ້ແນວໃດ;

ພິກຂຸ ທ. ! ວິນຍານ ເປັນອະນັຕຕາ. ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງວິນຍານ ກໍເປັນອະນັຕຕາ, ວິນຍານ ທີ່ເກີດຈາກເຫຕປັຈຈັຍ ອັນເປັນອະນັຕຕາ ແລ້ວຈະເປັນອັຕຕາ ໄດ້ແນວໃດ ແລ.

- ຂັນທະ. ສັງ. ໑໗/໓໐/໔໗.

໒໔໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເບັນຈະຂັນທ໌ເປັນພາຣະທີ່ໜັກ

ພິກຂຸ ທ. ! ເຮົາຈະສະແດງພາຣະ (ຂອງໜັກ)....ແກ່ພວກເຈົ້າ. ເຈົ້າທັງຫຼາຍຈົ່ງຟັງຂໍ້ນັ້ນ.

ພິກຂຸ ທ. ! ອັນໃດໜໍ ເປັນຂອງໜັກ ? ພິກຂຸ ທ. ! ອຸປາທານຂັນທ໌ທັງຫ້າ ນັ້ນແຫຼະ ເຮົາກ່າວວ່າ ເປັນຂອງໜັກ. ຫ້າຢ່າງເຫຼົ່າໃດໜໍ ? ຫ້າຢ່າງຄື ຂັນທ໌ອັນເປັນທີ່ຕັ້ງ ແຫ່ງຄວາມຢຶດໝັ້ນຄື ຮູບ, ຂັນທ໌ອັນເປັນທີ່ຕັ້ງ ແຫ່ງຄວາມຢຶດໝັ້ນຄືເວທະນາ, ຂັນທ໌ອັນເປັນທີ່ຕັ້ງ ແຫ່ງຄວາມຢຶດໝັ້ນຄື ສັນຍາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ສັງຂາຣ, ແລະຂັນທ໌ອັນເປັນທີ່ຕັ້ງ ແຫ່ງຄວາມຢຶດໝັ້ນຄື ວິນຍານ.

ພິກຂຸ ທ. ! ນີ້ ເຮົາເອີ້ນວ່າ ຂອງໜັກ ແລ.

- ຂັນທະ. ສັງ. ໑໗/໓໒/໔໙.

ເບັນຈະຂັນທ໌ເປັນທັງຜູ້ຂ້າ ແລະຜູ້ຕາຍ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ມາຣ ມາຣ’ ດັ່ງນີ້, ເຂົາກ່າວກັນວ່າ ‘ມາຣ’ ເຊັ່ນນີ້ ມີຄວາມໝາຍພຽງໃດ ຂ້ານ້ອຍ ?”

ຣາທະ ! ເມື່ອ (ຄວາມຢຶດຖືໃນ) ຮູບ ມີຢູ່, ມາຣກໍຈະມີ ຜູ້ໃຫ້ຕາຍກໍຈະມີ ຫຼືຜູ້ຕາຍ ກໍຈະມີ.

ຣາທະ ! ເມື່ອ (ຄວາມຢຶດຖືໃນ) ເວທະນາ ມີຢູ່, ມາຣກໍຈະມີ ຜູ້ໃຫ້ຕາຍກໍຈະມີ ຫຼືຜູ້ຕາຍກໍຈະມີ.

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໔໗

ຣາທະ ! ເມື່ອ (ຄວາມຢຶດຖືໃນ) ສັນຍາ ມີຢູ່, ມາຣກໍຈະມີ ຜູ້ໃຫ້ຕາຍກໍຈະມີ ຫຼືຜູ້ຕາຍກໍຈະມີ.

ຣາທະ ! ເມື່ອ (ຄວາມຢຶດຖືໃນ) ສັງຂາຣທັງຫຼາຍ ມີຢູ່, ມາຣກໍຈະມີ ຜູ້ໃຫ້ຕາຍກໍຈະມີ ຫຼືຜູ້ຕາຍກໍຈະມີ.

ຣາທະ ! ເມື່ອ (ຄວາມຢຶດຖືໃນ) ວິນຍານ ມີຢູ່, ມາຣກໍຈະມີ ຜູ້ໃຫ້ຕາຍກໍຈະມີ ຫຼືຜູ້ຕາຍກໍຈະມີ.

ຣາທະ ! ເພາະສະນັ້ນ ໃນກໍລະນີນີ້ ເຈົ້າຈົ່ງເຫັນຮູບກໍດີ ເວທະນາກໍດີສັນຍາກໍດີ ສັງຂາຣທັງຫຼາຍກໍດີ ແລະວິນຍານກໍດີ ວ່າເປັນມາຣ, ວ່າເປັນຜູ້ໃຫ້ຕາຍ, ວ່າຜູ້ຕາຍ, ວ່າໂຣຄາ, ວ່າຫົວຝີ, ວ່າລູກສອນ, ວ່າທຸກຂ໌, ແລະວ່າທຸກຂ໌ທີ່ເກີດແລ້ວ, ບຸຄຄົລເຫຼົ່າໃດ ເຫັນຂັນທ໌ທັງຫ້າ ໃນລັກສະນະເຊັ່ນນີ້ ບຸຄຄົລເຊັ່ນນັ້ນຊື່ວ່າ ເຫັນຢູ່ໂດຍຊອບ (ຖືກຕ້ອງ) ແລ.

- ຂັນທະ. ສັງ. ໑໗/໒໓໑/໓໖໖.

ເບັນຈະຂັນທ໌ ເປັນກອງຖ່ານໄຟແດງຂີ້ເຖົ່າປົກ

ພິກຂຸ ທ. ! ຮູບ ເປັນກອງຖ່ານໄຟແດງຂີ້ເຖົ່າຖົມ໑ ເວທະນາ ເປັນກອງຖ່ານໄຟແດງຂີ້ເຖົ່າຖົມ, ສັນຍາ ເປັນກອງຖ່ານໄຟແດງຂີ້ເຖົ່າຖົມ, ສັງຂາຣທັງຫຼາຍ ເປັນກອງຖ່ານໄຟແດງຂີ້ເຖົ່າຖົມ, ແລະ ວິນຍານ ເປັນກອງຖ່ານໄຟແດງຂີ້ເຖົ່າຖົມ.

ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າ ຜູ້ໄດ້ຍິນໄດ້ຟັງ ເມື່ອເຫັນຢູ່ເຊັ່ນນີ້ ຍ່ອມເບື່ອໜ່າຍແມ່ນແຕ່ ໃນຮູບ, ຍ່ອມເບື່ອໜ່າຍແມ່ນແຕ່ ໃນເວທະນາ,

໑. ຖ່ານໄຟແດງຂີ້ເຖົ່າຖົມ ຄືຖ່ານທີ່ຕິດໄຟ ທີ່ຊຸກເຊື່ອງຢູ່ໃຕ້ຂີ້ເຖົ່າຮ້ອນ.

໒໔໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຍ່ອມເບື່ອໜ່າຍແມ່ນແຕ່ ໃນສັນຍາ, ຍ່ອມເບື່ອໜ່າຍແມ່ນແຕ່ ໃນສັງຂາຣທັງຫຼາຍ, ແລະຍ່ອມເບື່ອແມ່ນແຕ່ ໃນວິນຍານ ແລ.

- ຂັນທະ. ສັງ. ໑໗/໒໑໗/໓໓໔.

ເບັນຈະຂັນທ໌ ເປັນເຄື່ອງຜູກມັດຮັດສັຕ

ພິກຂຸ ທ. ! ໃນໂລກນີ້ປຸຖຸຊົນ ຜູ້ບໍ່ໄດ້ຍິນໄດ້ຟັງ ບໍ່ໄດ້ເຫັນເຫຼົ່າພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ເຫັນເຫຼົ່າສັຕບຸຣຸສ ບໍ່ສະຫຼາດໃນທັມຂອງສັຕບຸຣຸສ ບໍ່ຖືກແນະນໍາໃນທັມຂອງສັຕບຸຣຸສ :-

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ