ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ສັງຂາຣທັງຫຼາຍ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມ ຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ, ສັງຂາຣທັງຫຼາຍທັງປວງເຫຼົ່ານັ້ນ ອັນໃຜໆ ຕ້ອງເຫັນດ້ວຍປັນຍາອັນຊອບ ຕາມທີ່ເປັນຈິງເຊັ່ນນີ້ວ່າ ‘ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ’ ດັ່ງນີ້.

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໔໓

ພິກຂຸ ທ. ! ວິນຍານ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼື ປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ, ວິນຍານທັງປວງນັ້ນ ອັນໃຜໆ ຕ້ອງເຫັນດ້ວຍປັນຍາອັນຊອບ ຕາມທີ່ເປັນຈິງເຊັ່ນນີ້ວ່າ ‘ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ), ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ), ນັ້ນບໍ່ແມ່ນຕົວຕົນຂອງເຮົາ (ນະ ເມໂສ ອັຕຕາ)’ ດັ່ງນີ້ ແລ.

- ຂັນທ. ສັງ. ໑໗/໘໒-໘໔/໑໒໗-໑໒໙.

ສິ່ງໃດບໍ່ແມ່ນຂອງເຮົາ

ພິກຂຸ ທ. ! ເພາະສະນັ້ນ ໃນກໍລະນີນີ້, ສິ່ງໃດບໍ່ແມ່ນຂອງພວກເຈົ້າ, ພວກເຈົ້າ ຈົ່ງລະສິ່ງນັ້ນເສຍ, ສິ່ງນັ້ນ ອັນພວກເຈົ້າລະໄດ້ແລ້ວ ຈະເປັນໄປເພື່ອປະໂຍຊນ໌ສຸຂ ແກ່ພວກເຈົ້າເອງ ຕະຫຼອດກາລດົນນານ. ພິກຂຸ ທ. ! ກໍສິ່ງໃດໜໍ ບໍ່ແມ່ນຂອງພວກເຈົ້າ ?

ພິກຂຸ ທ. ! ຮູບ ບໍ່ແມ່ນຂອງພວກເຈົ້າ, ພວກເຈົ້າຈົ່ງລະຮູບນັ້ນເສຍ; ຮູບນັ້ນ ອັນພວກເຈົ້າລະໄດ້ແລ້ວ ຈະເປັນໄປເພື່ອປະໂຍຊນ໌ສຸຂແກ່ພວກເຈົ້າເອງ ຕະຫຼອດກາລະດົນນານ.

ພິກຂຸ ທ. ! ເວທະນາ ບໍ່ແມ່ນຂອງພວກເຈົ້າ, ພວກເຈົ້າຈົ່ງລະເວທະນານັ້ນເສຍ; ເວທະນານັ້ນ ອັນພວກເຈົ້າລະໄດ້ແລ້ວ ຈະເປັນໄປເພື່ອປະໂຍຊນ໌ສຸຂແກ່ພວກເຈົ້າເອງ ຕະຫຼອດກາລະດົນນານ.

ພິກຂຸ ທ. ! ສັນຍາ ບໍ່ແມ່ນຂອງພວກເຈົ້າ, ພວກເຈົ້າຈົ່ງລະສັນຍານັ້ນເສຍ; ສັນຍານັ້ນ ອັນພວກເຈົ້າລະໄດ້ແລ້ວ ຈະເປັນໄປເພື່ອປະໂຍຊນ໌ສຸຂແກ່ພວກເຈົ້າເອງ ຕະຫຼອດກາລະດົນນານ.

໒໔໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ສັງຂາຣທັງຫຼາຍ ບໍ່ແມ່ນຂອງພວກເຈົ້າ, ພວກເຈົ້າຈົ່ງລະສັງຂາຣທັງຫຼາຍເຫຼົ່ານັ້ນເສຍ; ສັງຂາຣທັງຫຼາຍເຫຼົ່ານັ້ນ ອັນພວກເຈົ້າລະໄດ້ແລ້ວ ຈະເປັນໄປເພື່ອປະໂຍຊນ໌ສຸຂແກ່ພວກເຈົ້າເອງ ຕະຫຼອດກາລະດົນນານ.

ພິກຂຸ ທ. ! ວິນຍານ ບໍ່ແມ່ນຂອງພວກເຈົ້າ, ພວກເຈົ້າຈົ່ງລະວິນຍານນັ້ນເສຍ; ວິນຍານນັ້ນ ອັນພວກເຈົ້າລະໄດ້ແລ້ວ ຈະເປັນໄປເພື່ອປະໂຍຊນ໌ສຸຂແກ່ພວກເຈົ້າເອງ ຕະຫຼອດກາລະດົນນານ.

ພິກຂຸ ທ. ! ພວກເຈົ້າ ຈະສຳຄັນຄວາມຂໍ້ນີ້ ວ່າແນວໃດ ? ຄື ຂໍ້ທີ່ຫຍ້າ ຕົ້ນໄມ້ ກິ່ງໄມ້ ແລະໃບໄມ້ໃດໆ ມີຢູ່ໃນເຊຕະວັນນີ້, ເມື່ອຄົນເຂົາຂົນເອົາມັນໄປ ກໍຕາມ ເຜົາເສຍກໍຕາມ ຫຼືເຮັດຕາມຄວາມຕ້ອງການ ເຍື່ອງໃດເຍື່ອງໜຶ່ງກໍຕາມ; ພວກເຈົ້າ ເຄີຍເກີດຄວາມຄິດເຊັ່ນນີ້ ແດ່ບໍວ່າ “ຄົນເຂົາຂົນເອົາເຮົາໄປແດ່ ເຂົາເຜົາເຮົາແດ່ ເຂົາເຮັດແກ່ເຮົາຕາມຄວາມປາຖນາຂອງເຂົາແດ່” ດັ່ງນີ້ ?

“ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !” ຂໍ້ນັ້ນ ເພາະເຫຕໃດໜໍ ? “ເພາະເຫຕວ່າ ນັ້ນຫາກແມ່ນເປັນໂຕຕົນ ຫຼືຂອງເນື່ອງດ້ວຍໂຕຕົນຂອງພວກຂ້ານ້ອຍ ກໍບໍ່ແມ່ນ ຂ້ານ້ອຍ !”

ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ, ຄື ສິ່ງໃດບໍ່ແມ່ນຂອງພວກເຈົ້າ, ພວກເຈົ້າຈົ່ງລະສິ່ງນັ້ນເສຍ; ສິ່ງນັ້ນ ອັນພວກເຈົ້າລະໄດ້ແລ້ວ ຈະເປັນໄປເພື່ອປະໂຍຊນ໌ສຸຂ ແກ່ພວກເຈົ້າເອງ ຕະຫຼອດກາລະດົນນານ ແລ.

- ມູ. ມ. ໑໒/໒໗໙/໒໘໗.

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໔໕

ເຫຕປັຈຈັຍຂອງເບັນຈະຂັນທ໌ກໍເປັນອະນັຕຕາ

ພິກຂຸ ທ. ! ຮູບ ເປັນອະນັຕຕາ. ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງຮູບ ກໍເປັນອະນັຕຕາ, ຮູບ ທີ່ເກີດຈາກເຫຕປັຈຈັຍ ອັນເປັນອະນັຕຕາ ແລ້ວຈະເປັນອັຕຕາ ໄດ້ແນວໃດ;

ພິກຂຸ ທ. ! ເວທະນາ ເປັນອະນັຕຕາ. ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງເວທະນາ ກໍເປັນອະນັຕຕາ, ເວທະນາ ທີ່ເກີດຈາກເຫຕປັຈຈັຍອັນເປັນອະນັຕຕາ ແລ້ວຈະເປັນອັຕຕາ ໄດ້ແນວໃດ;

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ