ອະຣິຍະສັຈພາກຕົ້ນ

ໜ້າ/ 382

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ປູຣະນະກັດສະປະ ໄດ້ກ່າວເຊັ່ນນີ້ວ່າ ‘ເຫຕບໍ່ມີ ປັຈຈັຍບໍ່ມີເພື່ອຄວາມເສົ້າໝອງຂອງສັຕທັງຫຼາຍ, ສັຕທັງຫຼາຍຈະເສົ້າໝອງໂດຍບໍ່ມີເຫຕ ບໍ່ມີປັຈຈັຍ; ແລະເຫຕບໍ່ມີ ປັຈຈັຍບໍ່ມີ ເພື່ອຄວາມບໍຣິສຸດ ຂອງສັຕທັງຫຼາຍ, ສັຕທັງຫຼາຍຍ່ອມບໍຣິສຸດໄດ້ ໂດຍບໍ່ມີເຫຕ ບໍ່ມີປັຈຈັຍ’ ດັ່ງນີ້; ໃນເລື່ອງນີ້ ພຣະຜູ້ມີພຣະພາຄເຈົ້າ ກ່າວແນວໃດ ? ຂ້ານ້ອຍ !”

ມະຫະລິ ! ເຫຕມີ ປັຈຈັຍມີ ເພື່ອຄວາມເສົ້າໝອງ ຂອງສັຕທັງຫຼາຍ, ສັຕທັງຫຼາຍຈະເສົ້າໝອງ ເພາະມີເຫຕ ມີປັຈຈັຍ ; ມະຫະລິ ! ແລະເຫຕມີ ປັຈຈັຍມີເພື່ອຄວາມບໍຣິສຸດ ຂອງສັຕທັງຫຼາຍ, ສັຕທັງຫຼາຍ ຍ່ອມບໍຣິສຸດໄດ້ ເພາະມີເຫຕມີປັຈຈັຍ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເຫຕປັຈຈັຍເພື່ອຄວາມເສົ້າໝອງ ຂອງສັຕທັງຫຼາຍ ເປັນແນວໃດ ? ແລະສັຕທັງຫຼາຍ ຈະເສົ້າໝອງ ເພາະມີເຫຕ ມີປັຈຈັຍແນວໃດໜໍ ? ຂ້ານ້ອຍ !”

ມະຫະລິ ! ຖ້າຫາກຮູບກໍດີ ເວທະນາກໍດີ ສັນຍາກໍດີ ສັງຂາຣທັງຫຼາຍກໍດີ ແລະວິນຍານກໍດີ ເຫຼົ່ານີ້ ຈະໄດ້ເປັນທຸກຂ໌ໂດຍຝ່າຍດຽວ ອັນທຸກຂ໌ຕາມສະໜອງຢັ່ງລົງສູ່ຄວາມທຸກຂ໌ ບໍ່ຢັ່ງລົງສູ່ຄວາມສຸຂເສຍເລີຍແລ້ວ, ສັຕທັງຫຼາຍກໍຈະບໍ່ກໍາໜັດ ຍິນດີແທ້ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານເຫຼົ່ານີ້. ມະຫະລິ ! ແຕ່ເພາະເຫຕທີ່ (ຕາມຄວາມຮູ້ສຶກຂອງສັຕຜູ້ຍັງບໍ່ຮູ້ຕາມເປັນຈິງ) ຮູບກໍດີ ເວທະນາກໍດີ ສັນຍາກໍດີ ສັງຂາຣທັງຫຼາຍກໍດີ ແລະວິນຍານກໍດີ ຍັງນໍາມາຊຶ່ງຄວາມສຸຂ ອັນສຸຂຕາມສະໜອງ ຢັ່ງລົງສູ່ຄວາມສຸຂ ບໍ່ຢັ່ງລົງສູ່ຄວາມທຸກຂ໌ກໍມີຢູ່,

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໓໑

ສັຕທັງຫຼາຍຈຶ່ງກໍາໜັດຍິນດີຍິ່ງແທ້ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ. ເພາະຄວາມກໍາໜັດຍິນດີ ຈຶ່ງພົວພັນຢູ່ໃນມັນ ເພາະຄວາມພົວພັນຈຶ່ງເສົ້າໝອງຮອບດ້ານ. ມະຫະລິ ! ສິ່ງເຫຼົ່ານີ້ແຫຼະ ເປັນເຫຕເປັນປັຈຈັຍ ເພື່ອຄວາມເສົ້າໝອງ ຂອງສັຕທັງຫຼາຍ, ສັຕທັງຫຼາຍຍ່ອມເສົ້າໝອງ ເພາະມີເຫຕ ມີປັຈຈັຍ ໂດຍລັກສະນະເຊັ່ນນີ້.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍເຫຕປັຈຈັຍ ເພື່ອຄວາມບໍຣິສຸດ ຂອງສັຕທັງຫຼາຍ ເປັນແນວໃດ ? ແລະສັຕທັງຫຼາຍ ຍ່ອມບໍຣິສຸດໄດ້ ເພາະມີເຫຕ ມີປັຈຈັຍແນວໃດໜໍ ? ຂ້ານ້ອຍ !”

ມະຫະລິ ! ຖ້າຫາກຮູບກໍດີ ເວທະນາກໍດີ ສັນຍາກໍດີ ສັງຂາຣທັງຫຼາຍກໍດີ ແລະວິນຍານກໍດີ ເຫຼົ່ານີ້ຈະໄດ້ມີສຸຂໂດຍຝ່າຍດຽວ ອັນສຸຂຕາມສະໜອງ ຢັ່ງລົງສູ່ຄວາມສຸຂ ບໍ່ຢັ່ງລົງສູ່ຄວາມທຸກຂ໌ເສຍເລີຍແລ້ວ, ສັຕທັງຫຼາຍ ກໍຈະບໍ່ເບື່ອໜ່າຍ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ ເຫຼົ່ານີ້. ມະຫະລິ ! ແຕ່ເພາະເຫຕທີ່ ຮູບກໍດີ ເວທະນາກໍດີ ສັນຍາກໍດີ ສັງຂາຣທັງຫຼາຍກໍດີ ແລະວິນຍານກໍດີ ເປັນທຸກຂ໌ ອັນທຸກຂ໌ຕາມສະໜອງ ຢັ່ງລົງສູ່ຄວາມທຸກຂ໌ ບໍ່ຢັ່ງລົງສູ່ຄວາມສຸຂກໍມີຢູ່, ສັຕທັງຫຼາຍ ຈຶ່ງເບື່ອໜ່າຍ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ. ເມື່ອເບື່ອໜ່າຍ ຍ່ອມຄາຍກໍາໜັດ ເພາະຄາຍກໍາໜັດ ຍ່ອມບໍຣິສຸດໄດ້. ມະຫະລິ ! ສິ່ງເຫຼົ່ານີ້ແຫຼະ ເປັນເຫຕ ເປັນປັຈຈັຍ ເພື່ອຄວາມບໍຣິສຸດ ຂອງສັຕທັງຫຼາຍ, ສັຕທັງຫຼາຍ ຍ່ອມບໍຣິສຸດໄດ້ເພາະມີເຫຕ ມີປັຈຈັຍ ໂດຍລັກສະນະເຊັ່ນນີ້ ແລ.

- ຂັນທ໌. ສັງ. ໑໗/໘໕,໘໗/໑໓໑,໑໓໒.

໒໓໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເບັນຈະຂັນທ໌ ເປັນທັມຝ່າຍທີ່ແຕກສະຫຼາຍໄດ້

ພິກຂຸ ທ. ! ເຮົາຈະສະແດງ ສິ່ງຊຶ່ງແຕກສະຫຼາຍໄດ້ ແລະສິ່ງຊຶ່ງແຕກສະຫຼາຍບໍ່ໄດ້, ພວກເຈົ້າທັງຫຼາຍ ຈົ່ງຟັງຂໍ້ນັ້ນ.

ພິກຂຸ ທ. ! ສິ່ງຊຶ່ງແຕກສະຫຼາຍໄດ້ ເປັນແນວໃດ ? ແລະສິ່ງຊຶ່ງແຕກສະຫຼາຍບໍ່ໄດ້ ເປັນແນວໃດໜໍ ?

ພິກຂຸ ທ. ! ຮູບ ເປັນສິ່ງຊຶ່ງແຕກສະຫຼາຍໄດ້, ສ່ວນທັມເປັນບ່ອນທີ່ດັບບໍ່ເຫຼືອເປັນບ່ອນທີ່ສະງົບລະງັບ ແລະເປັນບ່ອນທີ່ເຂົ້າໄປຕັ້ງຢູ່ບໍ່ໄດ້ຂອງຮູບນັ້ນ, ນັ້ນຄື ສິ່ງຊຶ່ງແຕກສະຫຼາຍບໍ່ໄດ້;

ພິກຂຸ ທ. ! ເວທະນາ ເປັນສິ່ງຊຶ່ງແຕກສະຫຼາຍໄດ້, ສ່ວນທັມເປັນບ່ອນທີ່ດັບບໍ່ເຫຼືອ ເປັນບ່ອນທີ່ສະງົບລະງັບ ແລະເປັນບ່ອນທີ່ເຂົ້າໄປຕັ້ງຢູ່ບໍ່ໄດ້ຂອງເວທະນານັ້ນ, ນັ້ນຄື ສິ່ງຊຶ່ງແຕກສະຫຼາຍບໍ່ໄດ້;

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ