ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເຮົາຈະສະແດງ ສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັນໂຍຊນ໌ (ສັນໂຍຊະນິຍະທັມມະ) ແລະໂຕສັນໂຍຊນ໌. ພວກເຈົ້າທັງຫຼາຍ ຈົ່ງຟັງຂໍ້ນັ້ນ.
ພິກຂຸ ທ. ! ສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັນໂຍຊນ໌ ເປັນແນວໃດ ? ແລະ ໂຕສັນໂຍຊນ໌ ເປັນແນວໃດໜໍ ?
ພິກຂຸ ທ. ! ຮູບ (ກາຍ) ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັນໂຍຊນ໌. ສັນທະຣາຄະ(ຄວາມກໍາໜັດເພາະພໍໃຈ) ໃດ ເຂົ້າໄປມີຢູ່ໃນຮູບນັ້ນ ສັນທະຣາຄະນັ້ນ ຄືໂຕສັນໂຍຊນ໌ໃນຮູບນັ້ນ;
໒໒໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ເວທະນາ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັນໂຍຊນ໌, ສັນທະຣາຄະໃດເຂົ້າໄປມີຢູ່ ໃນເວທະນານັ້ນ ສັນທະຣາຄະນັ້ນ ຄືໂຕສັນໂຍຊນ໌ ໃນເວທະນານັ້ນ;
ພິກຂຸ ທ. ! ສັນຍາ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັນໂຍຊນ໌, ສັນທະຣາຄະໃດ ເຂົ້າໄປມີຢູ່ ໃນສັນຍານັ້ນ ສັນທະຣາຄະນັ້ນ ຄືໂຕສັນໂຍຊນ໌ ໃນສັນຍານັ້ນ;
ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັນໂຍຊນ໌, ສັນທະຣາຄະໃດເຂົ້າໄປມີຢູ່ ໃນສັງຂາຣທັງຫຼາຍເຫຼົ່ານັ້ນ ສັນທະຣາຄະນັ້ນ ຄືໂຕສັນໂຍຊນ໌ ໃນສັງຂາຣທັງຫຼາຍເຫຼົ່ານັ້ນ;
ພິກຂຸ ທ. ! ວິນຍານ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັນໂຍຊນ໌, ສັນທະຣາຄະໃດເຂົ້າໄປມີຢູ່ໃນວິນຍານນັ້ນ ສັນທະຣາຄະນັ້ນ ຄືໂຕສັນໂຍຊນ໌ ໃນວິນຍານນັ້ນ.
ພິກຂຸ ທ. ! ຂັນທ໌ເຫຼົ່ານີ້ ເອີ້ນວ່າ ສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັນໂຍຊນ໌; ສັນທະຣາຄະ ນີ້ ເອີ້ນວ່າ ໂຕສັນໂຍຊນ໌ ແລ.
- ຂັນທະ. ສັງ. ໑໗/໒໐໒/໓໐໘.
(ໃນສູຕອື່ນ ຊົງສະແດງສັນໂຍຊະນິຍະທັມ ດ້ວຍອາຍະຕະນະພາຍໃນຫົກ (໑໘/໑໑໐/໑໕໙) ແລະອາຍະຕະນະພາຍນອກຫົກ (໑໘/໑໓໕/໑໘໙).
ຄວາມລັບຂອງເບັນຈະຂັນທ໌
ພິກຂຸ ທ. ! ຖ້າຫາກ ອັສສາທະ (ສະເໜ່) ຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂາຣທັງຫຼາຍກໍດີ ແລະຂອງວິນຍານກໍດີເຫຼົ່ານີ້ ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ກໍາໜັດຍິນດີຍິ່ງ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານເຫຼົ່ານີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ ອັສສາທະຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂາຣທັງຫຼາຍກໍດີ
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໒໙
ແລະຂອງວິນຍານກໍດີ ມີຢູ່, ສັຕທັງຫຼາຍຈຶ່ງກໍາໜັດຍິນດີຍິ່ງແທ້ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ.
ພິກຂຸ ທ. ! ຖ້າຫາກ ອາທີນົບ (ໂທດ) ຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂາຣທັງຫຼາຍກໍດີ ແລະຂອງວິນຍານກໍດີ ເຫຼົ່ານີ້ ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ເບື່ອໜ່າຍ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານເຫຼົ່ານີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ ອາທີນົບຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂາຣທັງຫຼາຍກໍດີ ແລະຂອງວິນຍານກໍດີ ມີຢູ່, ສັຕທັງຫຼາຍ ຈຶ່ງເບື່ອໜ່າຍ ໃນຮູບ ໃນເວທະນາ ໃນສັນຍາໃນສັງຂາຣທັງຫຼາຍ ແລະໃນວິນຍານ.
ພິກຂຸ ທ. ! ຖ້າຫາກ ນິສສະຣະນະ (ອຸບາຍເຄື່ອງອອກພົ້ນໄປໄດ້) ຈາກຮູບກໍດີ ຈາກເວທະນາກໍດີ ຈາກສັນຍາກໍດີ ຈາກສັງຂາຣທັງຫຼາຍກໍດີ ແລະຈາກວິນຍານກໍດີ ເຫຼົ່ານີ້ ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ອອກພົ້ນໄປໄດ້ ຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣທັງຫຼາຍ ແລະຈາກວິນຍານເຫຼົ່ານີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ ນິສສະຣະນະ ຈາກຮູບກໍດີ ຈາກເວທະນາກໍດີ ຈາກສັນຍາກໍດີ ຈາກສັງຂາຣທັງຫຼາຍກໍດີ ແລະຈາກວິນຍານກໍດີມີຢູ່, ສັຕທັງຫຼາຍຈຶ່ງອອກພົ້ນໄປໄດ້ຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣທັງຫຼາຍ ແລະຈາກວິນຍານ, ດັ່ງນີ້ແລ.
- ຂັນທະ. ສັງ. ໑໗/໓໗/໖໒.
໒໓໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເບັນຈະຂັນທ໌ເນື່ອງດ້ວຍປັຈຈັຍແຫ່ງຄວາມເສົ້າໝອງແລະບໍຣິສຸດ








