ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ສັນຍາ ເປັນສິ່ງຊຶ່ງແຕກສະຫຼາຍໄດ້, ສ່ວນທັມເປັນບ່ອນທີ່ດັບບໍ່ເຫຼືອ ເປັນບ່ອນທີ່ສະງົບລະງັບ ແລະເປັນບ່ອນທີ່ເຂົ້າໄປຕັ້ງຢູ່ບໍ່ໄດ້ຂອງສັນຍານັ້ນ, ນັ້ນຄືສິ່ງຊຶ່ງແຕກສະຫຼາຍບໍ່ໄດ້;
ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນສິ່ງຊຶ່ງແຕກສະຫຼາຍໄດ້, ສ່ວນທັມເປັນບ່ອນທີ່ດັບບໍ່ເຫຼືອ ເປັນບ່ອນທີ່ສະງົບລະງັບ ແລະເປັນບ່ອນທີ່ເຂົ້າໄປຕັ້ງຢູ່ບໍ່ໄດ້ຂອງສັງຂາຣທັງຫຼາຍເຫຼົ່ານັ້ນ, ນັ້ນຄື ສິ່ງຊຶ່ງແຕກສະຫຼາຍບໍ່ໄດ້;
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໓໓
ພິກຂຸ ທ. ! ວິນຍານ ເປັນສິ່ງຊຶ່ງແຕກສະຫຼາຍໄດ້, ສ່ວນທັມເປັນບ່ອນທີ່ດັບບໍ່ເຫຼືອ ເປັນບ່ອນທີ່ສະຫງົບລະງັບ ແລະເປັນບ່ອນທີ່ເຂົ້າໄປຕັ້ງຢູ່ບໍ່ໄດ້ຂອງວິນຍານນັ້ນ, ນັ້ນຄືສິ່ງຊຶ່ງແຕກສະຫຼາຍບໍ່ໄດ້ ; ດັ່ງນີ້ແລ.
- ຂັນທະ. ສັງ. ໑໗/໔໐/໗໐.
ເບັນຈະຂັນທ໌ບໍ່ທ່ຽງ
ພິກຂຸ ທ. ! ຮູບ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ ;
ພິກຂຸ ທ. ! ເວທະນາ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ ;
ພິກຂຸ ທ. ! ສັນຍາ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ ;
ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ ;
ພິກຂຸ ທ. ! ວິນຍານ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ ແລ.
- ຂັນທະ. ສັງ. ໑໗/໒໘໑/໔໗໘.
໒໓໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ສະມຸທະຢະທັມ ສະມຸທະຢະທັມ’ (ມີຄວາມກໍ່ຂຶ້ນ ເປັນທັມມະດາ) ດັ່ງນີ້, ກໍສະມຸທະຢະທັມນັ້ນ ເປັນແນວໃດໜໍ ? ຂ້ານ້ອຍ !”
ຣາທະ ! ຮູບ ເປັນສະມຸທະຢະທັມ, ເວທະນາ ເປັນສະມຸທະຢະທັມ, ສັນຍາ ເປັນສະມຸທະຢະທັມ, ສັງຂາຣທັງຫຼາຍ ເປັນສະມຸທະຢະທັມ, ແລະວິນຍານ ເປັນສະມຸທະຢະທັມ ແລ.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ວະຢະທັມ ວະຢະທັມ’ (ມີຄວາມເສື່ອມເປັນທັມມະດາ)’ ດັ່ງນີ້, ກໍວະຢະທັມນັ້ນ ເປັນແນວໃດໜໍ ? ຂ້ານ້ອຍ !”
ຣາທະ ! ຮູບ ເປັນວະຢະທັມ, ເວທະນາ ເປັນວະຢະທັມ, ສັນຍາ ເປັນວະຢະທັມ, ສັງຂາຣທັງຫຼາຍ ເປັນວະຢະທັມ, ແລະວິນຍານ ເປັນວະຢະທັມ ແລ.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ 'ນິໂຣທະທັມ, ນິໂຣທະທັມ’ (ມີຄວາມດັບເປັນທັມມະດາ)’ ດັ່ງນີ້, ກໍນິໂຣທະທັມນັ້ນ ເປັນແນວໃດໜໍ ? ຂ້ານ້ອຍ !”
ຣາທະ ! ຮູບ ເປັນນິໂຣທະທັມ, ເວທະນາ ເປັນນິໂຣທະທັມ, ສັນຍາ ເປັນນິໂຣທະທັມ, ສັງຂາຣທັງຫຼາຍ ເປັນນິໂຣທະທັມ, ແລະວິນຍານ ເປັນນິໂຣທະທັມ ແລ.
- ຂັນທະ. ສັງ. ໑໗/໒໔໑-໒/໓໘໗,໓໘໖,໓໘໘.
ພິກຂຸ ທ. ! ຮູບ ບໍ່ທ່ຽງ, ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌, ສິ່ງໃດເປັນທຸກຂ໌ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນດ້ວຍປັນຍາອັນຊອບຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ), ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ), ນັ້ນບໍ່ແມ່ນໂຕຕົນຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້ ;
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໓໕
ພິກຂຸ ທ. ! ເວທະນາ ບໍ່ທ່ຽງ, ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນດ້ວຍປັນຍາອັນຊອບຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ), ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ), ນັ້ນບໍ່ແມ່ນໂຕຕົນຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້;
ພິກຂຸ ທ. ! ສັນຍາ ບໍ່ທ່ຽງ, ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນດ້ວຍປັນຍາອັນຊອບຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້;








