ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ! ຖ້າບຸຄຄົລ ມີຈິຕເຂົ້າໄປມີອະນຸສັຍ ໃນສັງຂາຣທັງຫຼາຍ, ເຂົາຍ່ອມຖືກຢຽບຫຍາມ (ຂາຍ) ໜ້າເພາະອະນຸສັຍ ຊຶ່ງເຂົ້າໄປມີໃນສັງຂາຣທັງຫຼາຍນັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕເຂົ້າໄປມີອະນຸສັຍ ໃນວິນຍານ, ເຂົາຍ່ອມຖືກຢຽບຫຍາມ (ຂາຍ) ໜ້າ ເພາະອະນຸສັຍ ຊຶ່ງເຂົ້າໄປມີ ໃນວິນຍານນັ້ນ.

(ປະຕິປັກຂະນັຍ)

ພິກຂຸ ! ຖ້າບຸຄຄົລ ມີຈິຕບໍ່ເຂົ້າໄປມີອະນຸສັຍ ໃນ ຮູບ, ເຂົາຍ່ອມບໍ່ຖືກຢຽບຫຍາມ (ຂາຍ) ໜ້າເພາະອະນຸສັຍ ຊຶ່ງເຂົ້າໄປມີໃນ ຮູບ ນັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕບໍ່ເຂົ້າໄປອະນຸສັຍ ໃນ ເວທະນາ, ເຂົາຍ່ອມບໍ່ຖືກ ຢຽບຫຍາມ (ຂາຍ) ໜ້າ ເພາະອະນຸສັຍ ຊຶ່ງເຂົ້າໄປມີໃນ ເວທະນາ ນັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕບໍ່ເຂົ້າໄປອະນຸສັຍ ໃນ ສັນຍາ, ເຂົາຍ່ອມບໍ່ຖືກຢຽບຫຍາມ(ຂາຍ)ໜ້າ ເພາະອະນຸສັຍ ຊຶ່ງເຂົ້າໄປມີໃນ ສັນຍາ ນັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕບໍ່ເຂົ້າໄປມີອະນຸສັຍ ໃນ ສັງຂາຣທັງຫຼາຍ, ເຂົາຍ່ອມບໍ່ຖືກຢຽບຫຍາມ(ຂາຍ)ໜ້າ ເພາະອະນຸສັຍ ຊຶ່ງເຂົ້າໄປມີໃນ ສັງຂາຣທັງຫຼາຍ ນັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕບໍ່ເຂົ້າໄປມີອະນຸສັຍ ໃນ ວິນຍານ, ເຂົາຍ່ອມບໍ່ຖືກຢຽບຫຍາມ (ຂາຍ) ໜ້າ ເພາະອະນຸສັຍ ຊຶ່ງເຂົ້າໄປມີໃນ ວິນຍານ ນັ້ນເລີຍ.

ພິກຂຸ ! ເນື້ອຄວາມ ແຫ່ງພາສິຕ ອັນເຮົາກ່າວແລ້ວໂດຍຫຍໍ້ນີ້ ໃຜໆຈົ່ງເຫັນໂດຍພິສະດານ ດັ່ງນີ້ເຖີ້ນ.

- ຂັນທະ. ສັງ. ໑໗/໔໔/໗໕.

໒໒໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ການຖືກຢຽບຫຍາມ (ຂາຍ) ໜ້າ ເພາະຕາຍຕາມເບັນຈະຂັນທ໌

ຖືກແລ້ວ ພິກຂຸ ! ຖືກແລ້ວ ພິກຂຸ ! ເຈົ້າ ເຂົ້າໃຈເນື້ອໃນໃຈຄວາມ ແຫ່ງຄໍາທີ່ເຮົາກ່າວໂດຍຫຍໍ້ (ວ່າຖ້າມີອະນຸສັຍ ໃນສິ່ງໃດ ຍ່ອມຕາຍໄປຕາມສິ່ງນັ້ນ; ຕາຍຕາມສິ່ງໃດໄປຍ່ອມຖືກຢຽບຫຍາມ (ຂາຍ) ໜ້າເພາະສິ່ງນັ້ນ), ໄດ້ໂດຍພິສະດານຢ່າງຖືກຕ້ອງແລ້ວ.

ພິກຂຸ ! ຖ້າບຸຄຄົລມີຈິຕເຂົ້າໄປມີອະນຸສັຍ (ຢຶດຖືເຄີຍຊິນ)ໃນ ຮູບ, ເຂົາຍ່ອມຕາຍໄປຕາມຮູບນັ້ນ, ຕາຍຕາມສິ່ງໃດໄປ, ເຂົາຍ່ອມຖືກຢຽບຫຍາມ(ຂາຍ)ໜ້າເພາະສິ່ງນັ້ນ;

ພິກຂຸ ! ຖ້າບຸຄຄົລມີຈິຕເຂົ້າໄປມີອະນຸສັຍ ໃນ ເວທະນາ, ເຂົາຍ່ອມຕາຍໄປຕາມ ເວທະນານັ້ນ ຕາຍຕາມສິ່ງໃດໄປ ເຂົາຍ່ອມຖືກຢຽບຫຍາມ(ຂາຍ)ໜ້າເພາະສິ່ງນັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕເຂົ້າໄປມີອະນຸສັຍ ໃນ ສັນຍາ, ເຂົາຍ່ອມຕາຍໄປຕາມ ສັນຍານັ້ນ, ຕາຍຕາມສິ່ງໃດໄປ, ເຂົາຍ່ອມຖືກຢຽບຫຍາມ(ຂາຍ)ໜ້າ ເພາະສິ່ງນັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕເຂົ້າໄປມີອະນຸສັຍ ໃນ ສັງຂາຣທັງຫຼາຍ, ເຂົາຍ່ອມຕາຍໄປຕາມສັງຂາຣນັ້ນ, ຕາຍຕາມສິ່ງໃດໄປ, ເຂົາຍ່ອມຖືກຢຽບຫຍາມ (ຂາຍ) ໜ້າເພາະສິ່ງນັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕເຂົ້າໄປມີອະນຸສັຍ ໃນ ວິນຍານ, ເຂົາຍ່ອມຕາຍໄປຕາມ ວິນຍານນັ້ນ, ຕາຍຕາມສິ່ງໃດໄປ, ເຂົາຍ່ອມຖືກຢຽບຫຽາມ(ຂາຍ)ໜ້າເພາະສິ່ງນັ້ນ.

(ປະຕິປັກຂະນັຍ)

ພິກຂຸ ! ຖ້າບຸຄຄົລ ມີຈິຕບໍ່ເຂົ້າໄປມີອະນຸສັຍ ໃນ ຮູບ, ເຂົາຍ່ອມບໍ່ຕາຍໄປຕາມຮູບນັ້ນ, ບໍ່ຕາຍຕາມສິ່ງໃດໄປ, ເຂົາຍ່ອມບໍ່ຖືກຢຽບຫຍາມ (ຂາຍ) ໜ້າເພາະສິ່ງນັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕບໍ່ເຂົ້າໄປມີອະນຸສັຍ ໃນ ເວທະນາ, ເຂົາຍ່ອມບໍ່ຕາຍໄປຕາມເວທະນານັ້ນ, ບໍ່ຕາຍຕາມສິ່ງໃດໄປ, ເຂົາຍ່ອມບໍ່ຖືກຢຽບຫຍາມ (ຂາຍ) ໜ້າ ເພາະສິ່ງນັ້ນ;

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໒໗

ພິກຂຸ ! ຖ້າບຸຄຄົລ ມີຈິຕບໍ່ເຂົ້າໄປມີອະນຸສັຍ ໃນ ສັນຍາ, ເຂົາຍ່ອມບໍ່ຕາຍໄປຕາມສັນຍານັ້ນ, ບໍ່ຕາຍຕາມສິ່ງໃດໄປ, ເຂົາຍ່ອມບໍ່ຖືກຢຽບຫຍາມ (ຂາຍ) ໜ້າເພາະສິ່ງນັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕບໍ່ເຂົ້າໄປມີອະນຸສັຍ ໃນ ສັງຂາຣທັງຫຼາຍ, ເຂົາຍ່ອມບໍ່ຕາຍໄປຕາມສັງຂາຣນັ້ນ, ບໍ່ຕາຍຕາມສິ່ງໃດໄປ, ເຂົາຍ່ອມບໍ່ຖືກຢຽບຫຍາມ (ຂາຍ) ໜ້າເພາະສິ່ງນັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕບໍ່ເຂົ້າໄປມີອະນຸສັຍ ໃນ ວິນຍານ, ເຂົາຍ່ອມບໍ່ຕາຍໄປຕາມວິນຍານນັ້ນ, ບໍ່ຕາຍຕາມສິ່ງໃດໄປ, ເຂົາຍ່ອມບໍ່ຖືກຢຽບຫຍາມ (ຂາຍ) ໜ້າເພາະສິ່ງນັ້ນ.

ພິກຂຸ ! ເນື້ອໃນໃຈຄວາມ ແຫ່ງພາສິຕ ອັນເຮົາກ່າວແລ້ວ ໂດຍຫຍໍ້ນີ້ ໃຜໆຈົ່ງເຫັນໂດຍພິສະດານ ດັ່ງນີ້ເຖີ້ນ.

- ຂັນທ. ສັງ. ໑໗/໔໕/໗໘.

ສັນໂຍຊນ໌ແລະທີ່ຕັ້ງແຫ່ງສັນໂຍຊນ໌

(ຄວາມຢຶດຖືຫຼືເຄື່ອງຮ້ອຍຮັດຈິຕ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ