ອະຣິຍະສັຈພາກຕົ້ນ

ໜ້າ/ 382

ອານົນທ໌ ! ຖ້າຄົນທັງຫຼາຍ ຈະຍ່ອມຖາມເຈົ້າເຊັ່ນນີ້ວ່າ “ທ່ານອານົນທ໌ ! ກົດແຫ່ງຄວາມບັງເກີດຂຶ້ນກໍດີ ກົດແຫ່ງຄວາມເສື່ອມໄປກໍດີ ກົດແຫ່ງຄວາມປ່ຽນໄປເປັນຢ່າງອື່ນຈາກທີ່ເປັນຢູ່ແລ້ວກໍດີ ໄດ້ຖືກບັນຍັຕແລ້ວ ຈະຖືກບັນຍັຕ ແລະຍ່ອມຖືກບັນຍັຕຢູ່ ແກ່ທັມເຫຼົ່າໃດໜໍ ?” ດັ່ງນີ້. ອານົນທ໌ ! ເຈົ້າ ຖືກຖາມເຊັ່ນນີ້ແລ້ວ ຈະຕອບເຂົາວ່າແນວໃດ ?

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຖ້າຄົນທັງຫຼາຍ ຈະຍ່ອມຖາມຂ້ານ້ອຍເຊັ່ນນັ້ນແລ້ວ ຂ້ານ້ອຍຈະຕອບແກ່ເຂົາດັ່ງນີ້ວ່າ ‘ຜູ້ມີອາຍຸ ! ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານເຫຼົ່າໃດລ່ວງລັບໄປແລ້ວ ດັບໄປແລ້ວ ແປປ່ຽນໄປແລ້ວ; ກົດແຫ່ງຄວາມບັງເກີດຂຶ້ນກໍດີ ກົດແຫ່ງຄວາມເສື່ອມໄປກໍດີ ກົດແຫ່ງຄວາມປ່ຽນໄປເປັນຢ່າງອື່ນ ຈາກທີ່ເປັນຢູ່ແລ້ວກໍດີ ໄດ້ຖືກບັນຍັຕແລ້ວແກ່ໝູ່ແຫ່ງທັມເຫຼົ່ານັ້ນ. ຜູ້ມີອາຍຸ ! ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານເຫຼົ່າໃດ ຍັງບໍ່ເກີດ ຍັງບໍ່ປາກົດ; ກົດແຫ່ງຄວາມບັງເກີດຂຶ້ນກໍດີ ກົດແຫ່ງຄວາມເສື່ອມໄປກໍດີ ກົດແຫ່ງຄວາມປ່ຽນໄປເປັນຢ່າງອື່ນ ຈາກທີ່ເປັນຢູ່ແລ້ວກໍດີ ຈະຖືກບັນຍັຕແກ່ໝູ່ແຫ່ງທັມເຫຼົ່າ ນັ້ນ, ຜູ້ມີອາຍຸ ! ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານເຫຼົ່າໃດ ເປັນສິ່ງເກີດຢູ່ແລ້ວ ປາກົດຢູ່ແລ້ວ; ກົດແຫ່ງຄວາມບັງເກີດຂຶ້ນກໍດີ ກົດແຫ່ງຄວາມເສື່ອມໄປກໍດີ ກົດແຫ່ງຄວາມປ່ຽນໄປເປັນຢ່າງອື່ນ ຈາກທີ່ເປັນຢູ່ແລ້ວກໍດີ ຍ່ອມຖືກບັນຍັຕຢູ່ ແກ່ໝູ່ແຫ່ງທັມເຫຼົ່ານັ້ນ.’ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍເມື່ອຖືກຖາມເຊັ່ນນັ້ນ ຈະຍ່ອມຕອບແກ່ເຂົາດັ່ງນີ້.”

ຖືກແລ້ວ ອານົນທ໌ ! ຖືກແລ້ວ ອານົນທ໌ ! ຮູບ ເວທະນາ ສັນຍາ ສັງຂາຣ ແລະ ວິນຍານ ເຫຼົ່າໃດ ລ່ວງລັບໄປແລ້ວ ດັບໄປແລ້ວ ແປປ່ຽນໄປແລ້ວ; ກົດແຫ່ງຄວາມບັງເກີດຂຶ້ນກໍດີ ກົດແຫ່ງຄວາມເສື່ອມໄປກໍດີ ກົດແຫ່ງຄວາມປ່ຽນໄປເປັນຢ່າງອື່ນ ຈາກທີ່ເປັນຢູ່ແລ້ວກໍດີ ໄດ້ຖືກບັນຍັຕແລ້ວແກ່ໝູ່ແຫ່ງທັມເຫຼົ່ານັ້ນ. ອານົນທ໌ ! ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ເຫຼົ່າໃດ ຍັງບໍ່ເກີດ ຍັງບໍ່ປາກົດ;

໒໒໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ກົດແຫ່ງຄວາມບັງເກີດຂຶ້ນກໍດີ ກົດແຫ່ງຄວາມເສື່ອມໄປກໍດີ ກົດແຫ່ງຄວາມປ່ຽນໄປເປັນຢ່າງອື່ນ ຈາກທີ່ເປັນຢູ່ແລ້ວກໍດີ ຈະຖືກບັນຍັຕແກ່ໝູ່ແຫ່ງທັມເຫຼົ່ານັ້ນ. ອານົນທ໌ ! ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານເຫຼົ່າໃດ ເປັນສິ່ງເກີດຢູ່ແລ້ວ ປາກົດຢູ່ແລ້ວ; ກົດແຫ່ງຄວາມບັງເກີດຂຶ້ນກໍດີ ກົດແຫ່ງຄວາມເສື່ອມໄປກໍດີ ກົດແຫ່ງຄວາມປ່ຽນໄປເປັນຢ່າງອື່ນ ຈາກທີ່ເປັນຢູ່ແລ້ວກໍດີ ຍ່ອມຖືກບັນຍັຕຢູ່ແກ່ໝູ່ແຫ່ງທັມເຫຼົ່ານັ້ນ. ອານົນທ໌ ! ເຈົ້າເມື່ອຖືກຖາມເຊັ່ນນັ້ນແລ້ວ ຈົ່ງຕອບແກ່ເຂົາດັ່ງນີ້ເຖີ້ນ.

- ຂັນທະ. ສັງ. ໑໗/໔໗-໔໙/໘໑-໘໒.

ການຖືກຢຽບຫຍາມ (ຂາຍ) ໜ້າເພາະອະນຸສະຢະໃນເບັນຈະຂັນທ໌

ຖືກແລ້ວ ພິກຂຸ ! ຖືກແລ້ວ ພິກຂຸ ! ພິກຂຸ ! ເຈົ້າ ເຂົ້າໃຈເນື້ອຄວາມແຫ່ງຄໍາທີ່ເຮົາກ່າວໂດຍຫຍໍ້ (ວ່າຖ້າມີອະນຸສັຍ ໃນສິ່ງໃດ ຈະຖືກຢຽບຫຍາມ (ຂາຍ) ໜ້າເພາະສິ່ງນັ້ນ), ໄດ້ໂດຍພິສະດານ ຢ່າງຖືກຕ້ອງແລ້ວ.

ພິກຂຸ ! ຖ້າບຸຄຄົລ ມີຈິຕເຂົ້າໄປມີອະນຸສັຍ ໃນ ຮູບ, ເຂົາຍ່ອມຖືກຢຽບຫຍາມ (ຂາຍ) ໜ້າເພາະອະນຸສັຍ ຊຶ່ງເຂົ້າໄປມີໃນຮູບນັ້ນ;໑

ພິກຂຸ! ຖ້າບຸຄຄົລ ມີຈິຕເຂົ້າໄປມີອະນຸສັຍ ໃນເວທະນາ, ເຂົາຍ່ອມຖືກຢຽບຫຍາມ (ຂາຍ) ໜ້າ ເພາະອະນຸສັຍ ຊຶ່ງເຂົ້າໄປມີໃນເວທະນານັ້ນ;

ພິກຂຸ ! ຖ້າບຸຄຄົລ ມີຈິຕເຂົ້າໄປມີອະນຸສັຍ ໃນສັນຍາ, ເຂົາຍ່ອມຖືກຢຽບຫຍາມ (ຂາຍ) ໜ້າເພາະອະນຸສັຍ ຊຶ່ງເຂົ້າໄປມີໃນສັນຍານັ້ນ;

໑. ອະນຸສັຍ ໃນບ່ອນນີ້ໄດ້ແກ່ ກາມະຣາຄານຸສັຍ ປະຕິຄານຸສັຍ ແລະອະວິຊຊານຸສັຍເປັນຕົ້ນ, ແລະ

ເຂົາຈະຖືກຢຽບຫຍາມ(ຂາຍ)ໜ້າວ່າ ເປັນຄົນກໍາໜັດແລ້ວ ດ້ວຍກາມະຣາຄານຸສັຍ, ຫຼືເປັນຄົນໂກດແລ້ວ

ດ້ວຍປະຕິຄານຸສັຍ, ຫຼືວ່າເປັນຄົນຫຼົງແລ້ວ ດ້ວຍອະວິຊຊານຸສັຍ ໃນເພາະຮູບເປັນຕົ້ນດັ່ງນີ້.

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໒໕

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ