ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ມີສະມະນະພຣາມອີກບາງພວກ ຊຶ່ງປະຕິຍານຕົນ ວ່າເປັນຜູ້ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ, ແຕ່ສະມະນະພຣາມເຫຼົ່ານັ້ນ ຫາໄດ້ບັນຍັຕການຮອບຮູ້ ຊຶ່ງອຸປາທານທັງປວງໂດຍຊອບບໍ່ ຄືເຂົາບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງກາມຸປາທານ ແລະບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງ ທິຕຖຸປາທານ, ແຕ່ບໍ່ບັນຍັຕການຮອບຮູ້ ຊຶ່ງສີລັບພະຕຸປາທານ ແລະບໍ່ບັນຍັຕການຮອບຮູ້ ຊຶ່ງອັຕຕະວາທຸປາທານ. ຂໍ້ນັ້ນເພາະເຫຕໃດ ? ເພາະວ່າສະມະນະພຣາມເຫຼົ່ານັ້ນ ຍ່ອມບໍ່ຮູ້ຈັກຖານະ (ອຸປາທານ) ທັງສອງ (ນອກນັ້ນ) ເຫຼົ່ານີ້ ຕາມທີ່ເປັນຈິງ ເພາະເຫຕນັ້ນສະມະນະພຣາມເຫຼົ່ານັ້ນ ທັງທີ່ປະຕິຍານຕົນ ວ່າເປັນຜູ້ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ ກໍຫາໄດ້ບັນຍັຕການຮອບຮູ້ ຊຶ່ງອຸປາທານທັງປວງໂດຍຊອບບໍ່
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໒໑
ຄືເຂົາບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງກາມຸປາທານ ແລະບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງທິຕຖຸປາທານ, ແຕ່ບໍ່ອາດບັນຍັຕການຮອບຮູ້ ຊຶ່ງສີລັບພະຕຸປາທານ ແລະບໍ່ອາດບັນຍັຕການຮອບຮູ້ ຊຶ່ງອັຕຕະວາທຸປາທານ.
ພິກຂຸ ທ. ! ມີສະມະນະພຣາມອີກບາງພວກ ຊຶ່ງປະຕິຍານຕົນ ວ່າເປັນຜູ້ ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ, ແຕ່ສະມະນະພຣາມເຫຼົ່ານັ້ນ ຫາໄດ້ບັນຍັຕການຮອບຮູ້ ຊຶ່ງອຸປາທານທັງປວງໂດຍຊອບບໍ່ ຄື ເຂົາບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງກາມຸປາທານ, ບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງທິຕຖຸປາທານ, ແລະບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງສີລັບພະຕຸປາທານ; ແຕ່ບໍ່ອາດບັນຍັຕການຮອບຮູ້ຊຶ່ງອັຕຕະວາທຸປາທານ. ຂໍ້ນັ້ນເພາະເຫຕໃດ ? ເພາະວ່າສະມະນະພຣາມເຫຼົ່ານັ້ນ ຍ່ອມບໍ່ຮູ້ຈັກຖານະ (ອຸປາທານ) ໜຶ່ງ ອັນນີ້ ຕາມທີ່ເປັນຈິງ ເພາະເຫຕນັ້ນສະມະນະພຣາມເຫຼົ່ານັ້ນ ທັງທີ່ປະຕິຍານຕົນ ວ່າເປັນຜູ້ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ ກໍຫາໄດ້ບັນຍັຕການຮອບຮູ້ ຊຶ່ງອຸປາທານທັງປວງໂດຍຊອບບໍ່ ຄືເຂົາບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງກາມຸປາທານ, ບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງທິຕຖຸປາທານ, ແລະບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງສີລັບພະຕຸປາທານ; ແຕ່ບໍ່ອາດບັນຍັຕການຮອບຮູ້ ຊຶ່ງອັຕຕາວາທຸປາທານ ແລ.
- ມູ. ມ. ໑໒/໑໓໒/໑໕໖.
ຕອນ ໒ ວ່າດ້ວຍເບັນຈະຂັນທ໌ໂດຍສະຫຼຸບ
ເບັນຈະຂັນທ໌ ເປັນສິ່ງທີ່ຄວນຮອບຮູ້
ພິກຂຸ ທ. ! ເຮົາຈະສະແດງສິ່ງທັງຫຼາຍ ຊຶ່ງເປັນສິ່ງທີ່ຄວນຮອບຮູ້.... ພວກເຈົ້າທັງຫຼາຍ ຈົ່ງຟັງຂໍ້ນັ້ນ.
໒໒໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ສິ່ງທັງຫຼາຍຊຶ່ງເປັນສິ່ງທີ່ຄວນຮອບຮູ້ ເປັນແນວໃດໜໍ ?
ພິກຂຸ ທ. ! ຮູບ ເປັນສິ່ງທີ່ຄວນຮອບຮູ້, ເວທະນາ ເປັນສິ່ງທີ່ຄວນຮອບຮູ້, ສັນຍາ ເປັນສິ່ງທີ່ຄວນຮອບຮູ້, ສັງຂາຣທັງຫຼາຍ ເປັນສິ່ງທີ່ຄວນຮອບຮູ້, ແລະ ວິນຍານ ເປັນສິ່ງທີ່ຄວນຮອບຮູ້.
ພິກຂຸ ທ. ! ສິ່ງທັງຫຼາຍເຫຼົ່ານີ້ ເອີ້ນວ່າ ສິ່ງທີ່ຄວນຮອບຮູ້ ແລ.
- ຂັນທະ. ສັງ. ໑໗/໓໓/໕໔.
ມູນຖານແຫ່ງການບັນຍັຕເບັນຈະຂັນທ໌ (ແຕ່ລະຂັນທ໌)
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອັນໃດເປັນເຫຕປັຈຈັຍ ເພື່ອການບັນຍັຕຮູບຂັນທ໌ ເວທະນາຂັນທ໌ ສັນຍາຂັນທ໌ ສັງຂາຣຂັນທ໌ ແລະວິນຍານຂັນທ໌ໜໍ ? ຂ້ານ້ອຍ !”
ພິກຂຸ ! ມະຫາພູຕະ (ທາຕ) ສີ່ຢ່າງ ເປັນເຫຕເປັນປັຈຈັຍ ເພື່ອການບັນຍັຕຮູບຂັນທ໌;
ພິກຂຸ ! ຜັສສະ (ການປະຈວບພໍ້ແຫ່ງ ອາຍະຕະນະພາຍໃນ ແລະພາຍນອກແລະວິນຍານ) ເປັນເຫຕເປັນປັຈຈັຍ ເພື່ອການບັນຍັຕ ເວທະນາຂັນທ໌;
ພິກຂຸ ! ຜັສສະ ເປັນເຫຕເປັນປັຈຈັຍ ເພື່ອການບັນຍັຕ ສັນຍາຂັນທ໌;
ພິກຂຸ ! ຜັສສະເປັນເຫຕເປັນປັຈຈັຍ ເພື່ອການບັນຍັຕ ສັງຂາຣຂັນທ໌;
ພິກຂຸ ! ນາມຮູບແລ ເປັນເຫຕເປັນປັຈຈັຍ ເພື່ອການບັນຍັຕ ວິນຍານຂັນທ໌.
- ອຸປຣິ. ມ. ໑໔/໑໐໒/໑໒໔.
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໒໓
ເບັນຈະຂັນທ໌ ເປັນບ່ອນທີ່ບັນຍັຕກົດແຫ່ງສັງຂະຕະ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໔໑໕, ໔໓໘, ໔໔໒, ໔໔໘, ໕໐໒, ໘໐໕/ ໃນພຸ.ໂອ.ໜ້າ ໓໙໙, ໔໖໒/ ໃນປະຕິຈຈ.ໂອ. ໜ້າ ໑໕, ໖໕໕)








