ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຄວາມຕົກໃຈຕື່ນຢ້ານ ເພາະອຸປາທານເປັນແນວໃດໜໍ ? ພິກຂຸ ທ. ! ໃນໂລກນີ້ປຸຖຸຊົນ ຜູ້ບໍ່ໄດ້ຍິນໄດ້ຟັງ ບໍ່ໄດ້ເຫັນພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງພຣະອະຣິຍະເຈົ້າ, ບໍ່ໄດ້ເຫັນສັຕບຸຣຸສ ບໍ່ສະຫຼາດໃນທັມຂອງສັຕບຸຣຸສ ບໍ່ຖືກແນະນໍາໃນທັມຂອງສັຕບຸຣຸສ, ເຂົາຍ່ອມຕາມເຫັນຢູ່ເປັນປະຈໍາ ຊຶ່ງຮູບໂດຍຄວາມເປັນຕົນແດ່, ຍ່ອມຕາມເຫັນຢູ່ເປັນປະຈໍາ ຊຶ່ງຕົນວ່າມີຮູບແດ່, ຍ່ອມຕາມເຫັນຢູ່ເປັນປະຈໍາ ຊຶ່ງຮູບວ່າມີຢູ່ໃນຕົນແດ່, ຍ່ອມຕາມເຫັນຢູ່ເປັນປະຈໍາ ຊຶ່ງຕົນວ່າມີຢູ່ໃນຮູບແດ່; ແຕ່ຮູບນັ້ນ ຍ່ອມແປປ່ຽນ ຍ່ອມປ່ຽນເປັນໂດຍປະການອື່ນແກ່ເຂົາ, ວິນຍານຂອງເຂົາ ກໍເປັນວິນຍານທີ່ປ່ຽນແປງ ໄປຕາມຄວາມແປປ່ຽນຂອງຮູບ ເພາະຄວາມແປປ່ຽນຂອງຮູບ ໄດ້ມີໂດຍປະການອື່ນ; (ເມື່ອເປັນເຊັ່ນນັ້ນ) ຄວາມເກີດຂຶ້ນແຫ່ງທັມ ເປັນເຄື່ອງສະດຸ້ງຫວາດສຽວ ອັນເກີດມາຈາກການປ່ຽນແປງໄປຕາມຄວາມແປປ່ຽນຂອງຮູບ ຍ່ອມສຸບງໍາຈິຕຂອງເຂົາຕັ້ງຢູ່; ເພາະຄວາມທີ່ຈິຕຖືກສຸບງໍາ ດ້ວຍທັມເປັນເຄື່ອງສະດຸ້ງຫວາດສຽວ ເຂົາກໍເປັນຜູ້ຫວາດສະດຸ້ງ ຄັບແຄ້ນ ກະວົນກະວາຍ ແລະສະດຸ້ງຫວາດສຽວ ຢູ່ດ້ວຍອຸປາທານ.
(ໃນກໍລະນີ ທີ່ກ່ຽວກັບການຕາມເຫັນ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍໄດ້ຕຣັດໄວ້ ດ້ວຍຂໍ້ຄວາມດັ່ງດຽວກັນກັບ ໃນກໍລະນີແຫ່ງຮູບ).
ພິກຂຸ ທ. ! ຄວາມຕົກໃຈຕື່ນຢ້ານ ເພາະອຸປາທານ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້ ແລ.
- ຂັນທ໌. ສັງ. ໑໗/໒໐/໓໑-໓໒.
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໑໙
ຄວາມຕົກໃຈຕື່ນຢ້ານເພາະອຸປາທານ (ອີກນັຍໜຶ່ງ)
ພິກຂຸ ທ. ! ເຮົາຈະສະແດງ ຄວາມຕົກໃຈຕື່ນຢ້ານເພາະອຸປາທານ....ແກ່ພວກເຈົ້າ. ເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ ຈົ່ງຝຶກໃນໃຈໃຫ້ສໍາເລັດປະໂຍຊນ໌ ເຮົາຈະກ່າວບັດນີ້.
ພິກຂຸ ທ. ! ຄວາມຕົກໃຈຕື່ນຢ້ານເພາະອຸປາທານ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ປຸຖຸຊົນຜູ້ບໍ່ມີການສະດັບ ຍ່ອມຕາມເຫັນຢູ່ເປັນປະຈໍາ ຊຶ່ງຮູບ ວ່າ “ນັ້ນຂອງເຮົາ (ເອຕັງ ມະມະ) ນັ້ນເປັນເຮົາ (ເອໂສຫະມັສສະມິ) ນັ້ນເປັນອັຕຕາຂອງເຮົາ (ເອໂສ ເມ ອັຕຕາ)” ດັ່ງນີ້. ແຕ່ຮູບນັ້ນ ຍ່ອມແປປ່ຽນ ຍ່ອມປ່ຽນເປັນໂດຍປະການອື່ນແກ່ເຂົາ. ເພາະຄວາມແປປ່ຽນ ເປັນໂດຍປະການອື່ນ ແຫ່ງຮູບ ໂສກະປະຣິເທວະທຸກຂະ ໂທມະນັດສະອຸປາຍາສະທັງຫຼາຍ ຍ່ອມເກີດຂຶ້ນ ແກ່ປຸຖຸຊົນນັ້ນ. (ໃນກໍລະນີ ແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຂໍ້ຄວາມ ທີ່ຕຣັດເໝືອນກັບໃນກໍລະນີ ແຫ່ງຮູບ).
ພິກຂຸ ທ. ! ຄວາມຕົກໃຈຕື່ນຢ້ານ ເພາະອຸປາທານ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້ ແລ.
- ຂັນທະ. ສັງ. ໑໗/໒໔/໓໔.
ລັດທິອື່ນບໍ່ຮູ້ຈັກເລື່ອງອັຕຕະວາທຸປາທານ
ພິກຂຸ ທ. ! ອຸປາທານ ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ ຢ່າງຄື ໑.ກາມຸປາທານ ຄວາມຖືໝັ້ນໃນກາມ; ໒. ທິຕຖຸປາທານ ຄວາມຖືໝັ້ນໃນທິຕຖິ;
໒໒໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
໓. ສີລັບພະຕຸປາທານ ຄວາມຖືໝັ້ນໃນສີລະພົດ ; ໔. ອັຕຕະວາທຸປາທານ ຄວາມຖືໝັ້ນໃນວາທະວ່າຕົນ.
ພິກຂຸ ທ. ! ມີສະມະນະພຣາມບາງພວກ ຊຶ່ງປະຕິຍານຕົວ ວ່າເປັນຜູ້ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ, ແຕ່ສະມະນະພຣາມເຫຼົ່ານັ້ນ ຫາໄດ້ບັນຍັຕການຮອບຮູ້ຊຶ່ງອຸປາທານທັງປວງ ໂດຍຊອບບໍ່ ຄື ເຂົາບັນຍັຕໄດ້ແຕ່ການຮອບຮູ້ຊຶ່ງກາມຸປາທານ ແຕ່ບໍ່ບັນຍັຕການຮອບຮູ້ ຊຶ່ງທິຕຖຸປາທານ ບໍ່ບັນຍັຕການຮອບຮູ້ຊຶ່ງສີລັບພະຕຸປາທານ ແລະບໍ່ບັນຍັຕການຮອບຮູ້ ຊຶ່ງອັຕຕະວາທຸປາທານ. ຂໍ້ນັ້ນເພາະເຫຕໃດ ? ເພາະວ່າສະມະນະພຣາມເຫຼົ່ານັ້ນ ຍ່ອມບໍ່ຮູ້ຈັກຖານະ (ອຸປາທານ) ທັງສາມ (ນອກນັ້ນ) ເຫຼົ່ານີ້ ຕາມທີ່ເປັນຈິງ ເພາະເຫຕນັ້ນສະມະນະພຣາມເຫຼົ່ານັ້ນ ທັງທີ່ປະຕິຍານຕົນ ວ່າເປັນຜູ້ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ ກໍຫາໄດ້ບັນຍັຕການຮອບຮູ້ ຊຶ່ງອຸປາທານທັງປວງໂດຍຊອບບໍ່ ຄື ເຂົາບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງກາມຸປາທານ, ແຕ່ບໍ່ບັນຍັຕການຮອບຮູ້ ຊຶ່ງທິຕຖຸປາທານ ບໍ່ບັນຍັຕການຮອບຮູ້ ຊຶ່ງສີລັບພະຕຸປາທານ ແລະບໍ່ບັນຍັຕການຮອບຮູ້ ຊຶ່ງອັຕຕະວາທຸປາທານ.








