ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນ ຄືປຸຖຸຊົນ ຜູ້ບໍ່ໄດ້ຍິນໄດ້ຟັງ ຍ່ອມຕາມເຫັນພ້ອມ (ຄືເຫັນດິ່ງຢູ່ເປັນປະຈໍາ) ຊຶ່ງ ຮູບ ວ່າ “ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນໂຕຕົນຂອງເຮົາ” ດັ່ງນີ້; ຍ່ອມຕາມເຫັນພ້ອມຊຶ່ງ ເວທະນາ ວ່າ “ນັ້ນຂອງເຮົາ (ເອຕັງ ມະມະ) ນັ້ນເປັນເຮົາ (ເອໂສຫະມັສສະມິ) ນັ້ນເປັນໂຕຕົນຂອງເຮົາ (ເອໂສ ເມ ອັຕຕາ)” ດັ່ງນີ້; ຍ່ອມຕາມເຫັນພ້ອມຊຶ່ງ ສັນຍາ ວ່າ “ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນໂຕຕົນຂອງເຮົາ” ດັ່ງນີ້; ຍ່ອມຕາມເຫັນພ້ອມຊຶ່ງ ສັງຂາຣທັງຫຼາຍ ວ່າ “ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນໂຕຕົນຂອງເຮົາ” ດັ່ງນີ້; ແລະຍ່ອມຕາມເຫັນພ້ອມຊຶ່ງ ວິນຍານ ວ່າ “ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນໂຕຕົນຂອງເຮົາ” ດັ່ງນີ້. ຖ້າປຸຖຸຊົນນັ້ນ ຍ່າງຢູ່ກໍຍ່າງຢູ່ໃກ້ໆ ປັນຈຸປາທານຂັນທ໌ນີ້ເອງ, ຖ້າປຸຖຸຊົນນັ້ນຢືນຢູ່ ກໍຢືນຢູ່ໃກ້ໆ ປັນຈຸປາທານຂັນທ໌ນີ້ເອງ, ຖ້າປຸຖຸຊົນນັ້ນນັ່ງຢູ່ ກໍນັ່ງຢູ່ໃກ້ໆ ປັນຈຸປາທານຂັນທ໌ນີ້ເອງ, ຖ້າປຸຖຸຊົນນັ້ນນອນຢູ່ ກໍນອນຢູ່ໃກ້ໆ ປັນຈຸປາທານຂັນທ໌ນີ້ເອງ.
ພິກຂຸ ທ. ! ເພາະສະນັ້ນ ໃນເລື່ອງນີ້ ບຸຄຄົລຄວນພິຈາຣະນາ ເບິ່ງຈິຕຂອງຕົນຢູ່ສະເໝີວ່າ “ຈິຕນີ້ເສົ້າໝອງແລ້ວ ດ້ວຍຣາຄະ ໂທສະ ແລະໂມຫະ ຕະຫຼອດກາລດົນນານ” ດັ່ງນີ້ເຖີ້ນ.
- ຂັນທະ. ສັງ. ໑໗/໑໘໓/໒໕໘.
ຜູ້ຕິດບ້ວງ-ຜູ້ຫຼຸດຈາກບ້ວງ
ພິກຂຸ ! ບຸຄຄົລຜູ້ຢຶດໝັ້ນຢູ່ ເອີ້ນວ່າ ມີເຄື່ອງຜູກມັດແຫ່ງມາຣ. ຜູ້ບໍ່ຢຶດໝັ້ນຢູ່ ເອີ້ນວ່າ ພົ້ນແລ້ວຈາກ (ເຄື່ອງຜູກມັດແຫ່ງ) ມາຣ.
“ຂ້າແຕ່ພຣະຜູ້ມີພຣະພາຄ ! ຂ້ານ້ອຍ ເຂົ້າໃຈຊາບຊຶ້ງແລ້ວ. ຂ້າແຕ່ພຣະສຸຄົຕ ! ຂ້ານ້ອຍ ເຂົ້າໃຈຊາບຊຶ້ງແລ້ວ”.
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໑໗
ພິກຂຸ ! ເຈົ້າ ເຂົ້າໃຈເນື້ອຄວາມ ແຫ່ງຄໍາທີ່ເຮົາກ່າວແລ້ວໂດຍຫຍໍ້ ໄດ້ໂດຍພິສະດານ ວ່າແນວໃດ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບຸຄຄົລຜູ້ຢຶດໝັ້ນຢູ່ຊຶ່ງຮູບ....ຊຶ່ງເວທະນາ.... ຊຶ່ງສັນຍາ.... ຊຶ່ງສັງຂາຣ....ຊຶ່ງວິນຍານ ຊື່ວ່າມີເຄື່ອງຜູກມັດແຫ່ງມາຣ; ສ່ວນຜູ້ບໍ່ຢຶດໝັ້ນຢູ່ຊຶ່ງຮູບ.... ຊຶ່ງເວທະນາ....ຊຶ່ງສັນຍາ....ຊຶ່ງສັງຂາຣ....ຊຶ່ງວິນຍານ ຊື່ວ່າພົ້ນແລ້ວຈາກ (ເຄື່ອງຜູກມັດແຫ່ງ) ມາຣ. ຂ້ານ້ອຍ ເຂົ້າໃຈເນື້ອຄວາມແຫ່ງຄໍາອັນພຣະຜູ້ມີພຣະພາຄຕຣັດແລ້ວ ໂດຍຫຍໍ້ນີ້ໄດ້ ໂດຍພິສະດານເຊັ່ນນີ້ ຂ້ານ້ອຍ !”
ສາທຸ ສາທຸ ພິກຂຸ ! ເຈົ້າ ເຂົ້າໃຈເນື້ອຄວາມແຫ່ງຄໍາທີ່ເຮົາກ່າວແລ້ວໂດຍຫຍໍ້ ໄດ້ໂດຍພິສະດານຢ່າງດີ. ພິກຂຸ ! ເນື້ອຄວາມແຫ່ງຄໍາອັນເຮົາກ່າວແລ້ວ ໂດຍຫຍໍ້ນີ້ ບຸຄຄົລຕ້ອງເຫັນໂດຍພິສະດານ ເຊັ່ນນັ້ນແຫຼະ.
- ຂັນທະ. ສັງ. ໑໗/໙໑/໑໓໘.
(ໃນສູຕນີ້ໃຊ້ຄໍາວ່າ “ຢຶດໝັ້ນຢູ່” (ອຸປາທິຢະມານະ) ສໍາລັບການຕິດບ້ວງ ; ໃນສູຕອື່ນໃຊ້ຄໍາວ່າ “ສໍາຄັນໝັ້ນໝາຍຢູ່” (ມັນຍະມານະ) ກໍມີ, ໃຊ້ຄໍາວ່າ “ຫຼົງເພີດເພີນຢູ່” (ອະພິນັນທະມານະ) ກໍມີ; ຊຶ່ງເປັນຄໍາທີ່ໃຊ້ແທນກັນໄດ້. (໑໗/໙໒,໙໓/໑໔໐,໑໔໑).
ຄວາມຕົກໃຈຕື່ນຢ້ານເພາະອຸປາທານ
ພິກຂຸ ທ. ! ເຮົາ ຈະສະແດງຄວາມຕົກໃຈຕື່ນຢ້ານ ເພາະອຸປາທານ.... ແກ່ພວກເຈົ້າ. ເຈົ້າທັງຫຼາຍ ຈົ່ງຟັງຂໍ້ນັ້ນ ຝຶກໄວ້ໃນໃຈໃຫ້ສໍາເລັດປະໂຍຊນ໌ ເຮົາຈະກ່າວບັດນີ້.
໒໑໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ








