ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ ເປັນແນວໃດ ? ແລະໂຕອຸປາທານ ເປັນແນວໃດໜໍ ?

ພິກຂຸ ທ. ! ຮູບ (ກາຍ) ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະ (ຄວາມກໍາໜັດເພາະພໍໃຈ) ໃດເຂົ້າໄປມີຢູ່ໃນຮູບນັ້ນ ນັ້ນຄື ໂຕອຸປາທານໃນຮູບນັ້ນ;

ພິກຂຸ ທ. ! ເວທະນາ ເປັນສິ່ງ ຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະໃດ ເຂົ້າໄປມີຢູ່ໃນເວທະນານັ້ນ ສັນທະຣາຄະນັ້ນ ຄື ໂຕອຸປາທານໃນເວທະນານັ້ນ;

໒໑໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ສັນຍາ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະໃດເຂົ້າໄປມີຢູ່ໃນສັນຍານັ້ນ ສັນທະຣາຄະນັ້ນ ຄື ໂຕອຸປາທານໃນສັນຍານັ້ນ;

ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະໃດ ເຂົ້າໄປມີຢູ່ໃນສັງຂາຣທັງຫຼາຍເຫຼົ່ານັ້ນ ສັນທະຣາຄະນັ້ນ ຄື ໂຕອຸປາທານໃນສັງຂາຣທັງຫຼາຍເຫຼົ່ານັ້ນ.

ພິກຂຸ ທ. ! ວິນຍານ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະໃດ ເຂົ້າໄປມີຢູ່ໃນວິນຍານນັ້ນ ສັນທະຣາຄະນັ້ນ ຄື ໂຕອຸປາທານໃນວິນຍານນັ້ນ.

ພິກຂຸ ທ. ! ຂັນທ໌ເຫຼົ່ານີ້ເອີ້ນວ່າ ສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະ ນີ້ເອີ້ນວ່າ ໂຕອຸປາທານ ແລ.

- ຂັນທະ. ສັງ. ໑໗/໒໐໒/໓໐໙.

(ໃນສູຕອື່ນ ຊົງສະແດງ ອຸປາທານິຢະທັມ ດ້ວຍອາຍະຕະນະພາຍໃນຫົກ (໑໘/໑໑໐/໑໖໐) ແລະອາຍະຕະນະພາຍນອກຫົກ (໑໘/໑໓໖/໑໙໐)).

ເບັນຈະຂັນທ໌ໄດ້ນາມວ່າສັກກາຢະ ແລະສັກກາຢັນຕະ

ພິກຂຸ ທ. ! ສັກກາຢະ ເປັນແນວໃດໜໍ ? ພິກຂຸ ທ. ! ຄໍາຕອບຄື ອຸປາທານຂັນທ໌ທັງຫ້າ. ຫ້າເຫຼົ່າໃດໜໍ ? ຫ້າຄື ຮູບຂັນທ໌ທີ່ຍັງມີອຸປາທານ ໑ ເວທະນາຂັນທ໌ ທີ່ຍັງມີອຸປາທານ ໑ ສັນຍາຂັນທ໌ທີ່ຍັງມີອຸປາທານ ໑ ສັງຂາຣຂັນທ໌ທີ່ຍັງມີອຸປາທານ ໑ ແລະ ວິນຍານຂັນທ໌ທີ່ຍັງມີອຸປາທານ ໑. ພິກຂຸ ທ. ! ນີ້ເອີ້ນວ່າ ສັກກາຢະ.

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໑໕

ພິກຂຸ ທ. ! ສັກກາຢັນຕະ ເປັນແນວໃດໜໍ ? ພິກຂຸ ທ. ! ຄໍາຕອບຄື ອຸປາທານຂັນທ໌ທັງຫ້າ. ຫ້າເຫຼົ່າໃດໜໍ ? ຫ້າຄື ຮູບຂັນທ໌ທີ່ຍັງມີອຸປາທານ ໑ ເວທະນາຂັນທ໌ທີ່ຍັງມີອຸປາທານ ໑ ສັນຍາຂັນທ໌ທີ່ຍັງມີອຸປາທານ ໑ ສັງຂາຣຂັນທ໌ ທີ່ຍັງມີອຸປາທານ ໑ ແລະ ວິນຍານຂັນທ໌ທີ່ຍັງມີອຸປາທານ ໑. ພິກຂຸ ທ. ! ນີ້ເອີ້ນວ່າ ສັກກາຢັນຕະ ແລ.

- ຂັນທະ. ສັງ. ໑໗/໑໙໓,໑໙໒/໒໘໕,໒໗໕.

ທີ່ຕິດຂ້ອງຂອງສັຕ

ພິກຂຸ ທ. ! ສັງສາຣະວັຕນີ້ ເປັນສິ່ງທີ່ມີເບື້ອງຕົ້ນ ແລະເບື້ອງປາຍ ອັນບຸຄຄົລຮູ້ບໍ່ໄດ້ (ເພາະເປັນວົງກົມ), ເບື້ອງຕົ້ນ ເບື້ອງປາຍ ບໍ່ປາກົດແກ່ສັຕທັງຫຼາຍ ຊຶ່ງມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກພັນ ກໍາລັງແລ່ນໄປຢູ່ ທ່ອງທ່ຽວໄປຢູ່.

ພິກຂຸ ທ. ! ປຽບເໝືອນໝາ ຖືກມັດດ້ວຍເຄື່ອງມັດໝາ ຊຶ່ງເຂົາມັດຕິດໄວ້ທີ່ຫຼັກ ຫຼືເສົາອັນໝັ້ນຄົງ : ຖ້າມັນຈະຍ່າງ ກໍຍ່າງບຽດຫຼັກ ຫຼືເສົານັ້ນເອງ, ຖ້າມັນຈະຢືນກໍຢືນບຽດຫຼັກ ຫຼືເສົານັ້ນເອງ, ຖ້າມັນຈະນັ່ງ ກໍນັ່ງບຽດຫຼັກ ຫຼືເສົານັ້ນເອງ, ຖ້າມັນຈະນອນ ກໍນອນບຽດຫຼັກຫຼືເສົານັ້ນເອງ, ອຸປະມານີ້ເຊັ່ນໃດ ;

໒໑໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ