ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ ຊຶ່ງຍັງມີອາສະວະ ເປັນທີ່ຕັ້ງອາໄສຢູ່ແຫ່ງອຸປາທານ. ພິກຂຸ ທ. ! ນີ້ ເອີ້ນວ່າ ຮູບຂັນທ໌ທີ່ຍັງມີອຸປາທານ.

ພິກຂຸ ທ. ! ເວທະນາ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ ຊຶ່ງຍັງມີອາສະວະ ເປັນທີ່ຕັ້ງອາໄສຢູ່ແຫ່ງອຸປາທານ. ພິກຂຸ ທ. ! ນີ້ ເອີ້ນວ່າ ເວທະນາຂັນທ໌ທີ່ຍັງມີອຸປາທານ.

ພິກຂຸ ທ. ! ສັນຍາ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼື ປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມ ຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ ຊຶ່ງຍັງມີອາສະວະ ເປັນທີ່ຕັ້ງອາໄສຢູ່ແຫ່ງອຸປາທານ. ພິກຂຸ ທ. ! ນີ້ ເອີ້ນວ່າ ສັນຍາຂັນທ໌ທີ່ຍັງມີອຸປາທານ.

ພິກຂຸ ທ. ! ສັງຂາຣທັງຫຼາຍ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ ຊຶ່ງຍັງມີອາສະວະ ເປັນທີ່ຕັ້ງອາໄສຢູ່ແຫ່ງອຸປາທານ. ພິກຂຸ ທ. ! ນີ້ ເອີ້ນວ່າ ສັງຂາຣຂັນທ໌ທີ່ຍັງມີອຸປາທານ.

ພິກຂຸ ທ. ! ວິນຍານ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼື ປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ ຊຶ່ງຍັງມີອາສະວະ ເປັນທີ່ຕັ້ງອາໄສຢູ່ແຫ່ງອຸປາທານ. ພິກຂຸ ທ. ! ນີ້ ເອີ້ນວ່າ ວິນຍານຂັນທ໌ທີ່ຍັງມີອຸປາທານ.

ພິກຂຸ ທ. ! ຂັນທ໌ ທີ່ຍັງມີອຸປາທານຫ້າຂັນທ໌ເຫຼົ່ານີ້ ເອີ້ນວ່າ ປັນຈຸປາທານັກຂັນທ໌ ແລ.

- ຂັນທະ. ສັງ. ໑໗/໕໙/໙໖.

໒໑໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອຸປາທານສີ່

ພິກຂຸ ທ. ! ອຸປາທານມີ ໔ ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື :-

໑. ກາມຸປາທານ ຄວາມຖືໝັ້ນໃນກາມ

໒. ທິຕຖຸປາທານ ຄວາມຖືໝັ້ນໃນທິຕຖິ

໓. ສີລັບພະຕຸປາທານ ຄວາມຖືໝັ້ນໃນສີລ-ພົຕ (ວັຕ)

໔. ອັຕຕະວາທຸປາທານ ຄວາມຖືໝັ້ນໃນວາທະວ່າຕົນ.

ພິກຂຸ ທ. ! ເຫຼົ່ານີ້ແລ ຄື ອຸປາທານສີ່ຢ່າງ.

- ມຫາວາຣ. ສັງ. ໑໙/໘໘/໓໓໗.

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໑໑

໒໑໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຮາກເຫງົ້າແຫ່ງອຸປາທານຂັນທ໌

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອຸປາທານຂັນທ໌ ມີແຕ່ພຽງຫ້າຢ່າງ ຄື ຮູບຂັນທ໌ທີ່ຍັງມີອຸປາທານ ໑ ເວທະນາຂັນທ໌ທີ່ຍັງມີອຸປາທານ ໑ ສັນຍາຂັນທ໌ທີ່ຍັງມີອຸປາທານ ໑ ສັງຂາຣຂັນທ໌ທີ່ຍັງມີອຸປາທານ ໑ ແລະວິນຍານຂັນທ໌ທີ່ຍັງມີອຸປາທານ ໑ ເຫຼົ່ານີ້ ເທົ່ານັ້ນຫຼື ?”

ພິກຂຸ ! ອຸປາທານຂັນທ໌ ມີແຕ່ພຽງຫ້າເຍື່ອງ ຄື ຮູບຂັນທ໌ທີ່ຍັງມີອຸປາທານ ໑ ເວທະນາຂັນທ໌ທີ່ຍັງມີອຸປາທານ ໑ ສັນຍາຂັນທ໌ທີ່ຍັງມີອຸປາທານ ໑ ສັງຂາຣຂັນທ໌ທີ່ຍັງມີອຸປາທານ ໑ ແລະວິນຍານຂັນທ໌ທີ່ຍັງມີອຸປາທານ ໑ ເຫຼົ່ານີ້ ເທົ່ານັ້ນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍອຸປາທານຂັນທ໌ຫ້າເຫຼົ່ານີ້ ມີອັນໃດເປັນຮາກເຫງົ້າໜໍ ຂ້ານ້ອຍ ?”

ພິກຂຸ ! ອຸປາທານຂັນທ໌ ຫ້າເຫຼົ່ານີ້ ມີສັນທະ(ຄວາມພໍໃຈ)ເປັນຮາກເຫງົ້າແລ.

- ອຸປຣິ. ມ. ໑໔/໑໐໑/໑໒໑.

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໑໓

ອຸປາທານ ກັບອຸປາທານຂັນທ໌ບໍ່ແມ່ນອັນດຽວກັນ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອຸປາທານນັ້ນເອງຫຼື ຊື່ວ່າປັນຈຸປາທານຂັນທ໌ ເຫຼົ່ານັ້ນ ? ຫຼືວ່າອຸປະທານ ເປັນອື່ນອອກໄປຈາກ ປັນຈຸປາທານຂັນທ໌ທັງຫຼາຍໜໍ ? ຂ້ານ້ອຍ !”

ພິກຂຸ ! ໂຕອຸປາທານນັ້ນ ບໍ່ແມ່ນໂຕປັນຈຸປາທານຂັນທ໌, ແຕ່ອຸປາທານນັ້ນ ກໍບໍ່ໄດ້ມີໃນບ່ອນອື່ນ ນອກໄປຈາກປັນຈຸປາທານຂັນທ໌ທັງຫຼາຍ; ເພາະວ່າໂຕສັນທະຣາຄະ ທີ່ມີຢູ່ໃນປັນຈຸປາທານຂັນທ໌ນັ້ນແຫຼະຄື ໂຕອຸປາທານ ໃນບ່ອນນີ້ແລ.

- ອຸປຣິ. ມ. ໑໔/໑໐໑/໑໒໑.

ອຸປາທານແລະທີ່ຕັ້ງແຫ່ງອຸປາທານ

ພິກຂຸ ທ. ! ເຮົາຈະສະແດງສິ່ງ ຊຶ່ງເປັນທີ່ຕັ້ງ ແຫ່ງອຸປາທານ (ອຸປາທານິຢະທັມມະ) ແລະໂຕອຸປາທານ. ພວກເຈົ້າທັງຫຼາຍຈົ່ງຟັງຂໍ້ນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ