ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

“ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ວິນຍານຖິຕິ (ທີ່ຕັ້ງຢູ່ຂອງວິນຍານ) ສີ່ຢ່າງ (ຮູບ ເວທະນາ ສັນຍາ ສັງຂາຣ) ຈົ່ງເຫັນວ່າເໝືອນກັບ ດິນ. ພິກຂຸ ທ. ! ນັນທິຣາຄະ ຈົ່ງເຫັນວ່າເໝືອນກັບນໍ້າ. ພິກຂຸ ທ. ! ວິນຍານ ຊຶ່ງປະກອບດ້ວຍປັຈຈັຍ (ວິນຍານຊຶ່ງປະກອບດ້ວຍເຫຕດັ່ງນີ້) ຈົ່ງເຫັນວ່າເໝືອນກັບ ພືດສົດ ທັງຫ້ານັ້ນ.

ພິກຂຸ ທ. ! ວິນຍານຊຶ່ງເຂົ້າຖືເອົາ ຮູບ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີຮູບເປັນອາຣົມ ມີຮູບເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້;

ພິກຂຸ ທ. ! ວິນຍານຊຶ່ງເຂົ້າຖືເອົາ ເວທະນາ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີເວທະນາເປັນອາຣົມ ມີເວທະນາເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້;

ພິກຂຸ ທ. ! ວິນຍານຊຶ່ງເຂົ້າຖືເອົາ ສັນຍາ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີສັນຍາເປັນອາຣົມ ມີສັນຍາເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້;

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໐໗

ພິກຂຸ ທ. ! ວິນຍານຊຶ່ງເຂົ້າຖືເອົາ ສັງຂາຣ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີສັງຂາຣເປັນອາຣົມ ມີສັງຂາຣເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້.

ພິກຂຸ ທ. ! ຜູ້ໃດຈະຍ່ອມກ່າວດັ່ງນີ້ວ່າ “ເຮົາຈະບັນຍັຕຊຶ່ງການມາ ການໄປ ການຈຸຕິ ການອຸບັດ ຄວາມຈະເຣີນ ຄວາມງອກງາມ ແລະຄວາມໄພບູນຂອງວິນຍານ ໂດຍເວັ້ນຈາກຮູບ ເວັ້ນຈາກເວທະນາ ເວັ້ນຈາກສັນຍາ ແລະເວັ້ນຈາກສັງຂາຣ” ດັ່ງນີ້ ນັ້ນ, ນີ້ບໍ່ແມ່ນຖານະທີ່ຈະມີໄດ້ເລີຍ.

- ຂັນທະ. ສັງ. ໑໗/໖໗/໑໐໖-໑໐໗.

ການເກີດຂອງວິນຍານເທົ່າກັບການເກີດຂອງທຸກຂ໌

ພິກຂຸ ທ. ! ການເກີດຂຶ້ນ ການຕັ້ງຢູ່ ການເກີດໂດຍຍິ່ງ ແລະຄວາມປາກົດຂອງວິນຍານທາງຕາ ວິນຍານທາງຫູ ວິນຍານທາງດັງ ວິນຍານທາງລີ້ນ ວິນຍານທາງກາຍ ແລະວິນຍານທາງໃຈໃດໆ ນັ້ນເທົ່າກັບເປັນການເກີດຂຶ້ນ ຂອງທຸກຂ໌, ເປັນການຕັ້ງຢູ່ຂອງສິ່ງ ຊຶ່ງມີປົກກະຕິສຽບແທງທັງຫຼາຍ, ແລະເປັນຄວາມປາກົດຂອງຊະຣາ ແລະມໍຣະນະແລ.

- ຂັນທະ. ສັງ. ໑໗/໒໘໔/໔໘໓.

ຂໍ້ຄວນກຳໜົດກ່ຽວກັບ ວິນຍານ

ພິກຂຸ ທ. ! ສຸຂ ໂສມະນັດສະໃດໆ ທີ່ອາໄສວິນຍານແລ້ວເກີດຂຶ້ນ, ສຸຂ ໂສມະນັດສະນີ້ແລເປັນ ສະເໜ່ (ອັສສາທະ) ຂອງວິນຍານ; ວິນຍານບໍ່ທ່ຽງ ເປັນທຸກຂ໌

໒໐໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ມີຄວາມແປປ່ຽນເປັນທັມມະດາ ດ້ວຍອາການໃດໆ, ອາການນີ້ແລເປັນ ໂທດ (ອາທີນົບ) ຂອງວິນຍານ; ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈໃນວິນຍານ ການລະເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈໃນວິນຍານ ດ້ວຍອຸບາຍໃດໆ, ອຸບາຍນີ້ແລ ເປັນ ເຄື່ອງອອກພົ້ນໄປໄດ້ (ນິສສະຣະນະ) ຈາກ ວິນຍານ.

- ຂັນທະ. ສັງ. ໑໗/໘໐/໑໒໓.

ວິນຍານຂັນທ໌ໂດຍນັຍແຫ່ງອະຣິຍະສັຈຈ໌ສີ່

(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໖໘໔)

ພິກຂຸ ທ. ! ວິນຍານ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງວິນຍານຫົກເຫຼົ່ານີ້ ຄືວິນຍານທາງຕາ, ວິນຍານທາງຫູ, ວິນຍານທາງດັງ, ວິນຍານທາງລີ້ນ, ວິນຍານທາງກາຍ, ແລະວິນຍານທາງໃຈ. ພິກຂຸ ທ. ! ນີ້ເອີ້ນວ່າວິນຍານ. ຄວາມເກີດຂຶ້ນແຫ່ງວິນຍານ ມີໄດ້ເພາະຄວາມເກີດຂຶ້ນແຫ່ງນາມຮູບ; ຄວາມດັບບໍ່ເຫຼືອແຫ່ງວິນຍານ ມີໄດ້ເພາະຄວາມດັບບໍ່ເຫຼືອແຫ່ງນາມຮູບ; ອະຣິຍະມັຄຄະມີອົງຄ໌ ໘ ນີ້ ນັ້ນເອງເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງວິນຍານ, ໄດ້ແກ່ຄວາມເຫັນ ຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.

- ຂັນທະ. ສັງ. ໑໗/໗໕/໑໑໗.

(ຂ.) ວິພາກແຫ່ງປັນຈຸປາທານຂັນທ໌

ພິກຂຸ ທ. ! ປັນຈຸປາທານຂັນທ໌ ເປັນແນວໃດໜໍ ?

ພິກຂຸ ທ. ! ຮູບ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມ

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໐໙

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ