ອະບາຍມຸຂ

ໜ້າ/ 66

ພະຍັຄຄະປັຊຊະ! ກຸລະບຸຕໃນໂລກນີ້ ມີໂພຄະຊັພຍ໌ທີ່ຫາມາໄດ້ດ້ວຍຄວາມຂະຫຍັນໝັ່ນພຽນ ສັ່ງສົມຂຶ້ນດ້ວຍກຳລັງແຂນ ມີເຫື່ອໂທມໂຕ ຊອບທັມ ໄດ້ມາໂດຍທັມ ເຂົາຮັກສາຄຸ້ມຄອງໂພຄະຊັພຍ໌ເຫລົ່ານັ້ນໄວ້ໄດ້ພ້ອມມູລ ດ້ວຍກະທຳໄວ້ໃນໃຈວ່າ ສັນໃດໜໍ ພຣະຣາຊາຈຶ່ງຈະບໍ່ບໍຣິໂພຄຊັພຍ໌ເຫລົ່ານີ້ຂອງເຮົາ ໂຈຣຈຶ່ງຈະບໍ່ລັກເອົາໄປ ໄຟຈຶ່ງຈະບໍ່ໄໝ້ ນ້ຳຈຶ່ງຈະບໍ່ພັດໄປ ທາຍາທຜູ້ບໍ່ເປັນທີ່ຮັກຈຶ່ງຈະບໍ່ລັກເອົາໄປ. ພະຍັຄຄະປັຊຊະ ນີ້ຮຽກວ່າ: ອາຣັກຂະສັມປະທາ.

ພະຍັຄຄະປັຊຊະ! ກໍກັລຍານະມິຕຕະຕາເປັນຢ່າງໃດ?

ພະຍັຄຄະປັຊຊະ! ກຸລະບຸຕໃນໂລກນີ້ ຢູ່ອາສັຍໃນບ້ານຫລືນິຄົມໃດ ຍ່ອມດຳຣົງຕົນ ເຈຣະຈາ ສົນທະນາກັບບຸຄຄົລໃນບ້ານຫລືນິຄົມນັ້ນ ເຊິ່ງເປັນຄະຫະບໍດີຫລືບຸຕຂອງຄະຫະບໍດີ ເປັນຄົນໜຸ່ມຫລືຄົນແກ່ ຜູ້ມີສະມາຈາຣບໍຣິສຸທ ຜູ້ເຖິງພ້ອມດ້ວຍສັທທາ ເຖິງພ້ອມດ້ວຍສີລ ເຖິງພ້ອມດ້ວຍຈາຄະ ເຖິງພ້ອມດ້ວຍປັນຍາ ສຶກສາສັທທາສັມປະທາຕາມຜູ້ເຖິງພ້ອມດ້ວຍສັທທາ, ສຶກສາສີລະສັມປະທາຕາມຜູ້ເຖິງພ້ອມດ້ວຍສີລ, ສຶກສາຈາຄະສັມປະທາຕາມຜູ້ເຖິງພ້ອມດ້ວຍຈາຄະ, ສຶກສາປັນຍາສັມປະທາຕາມຜູ້ເຖິງພ້ອມດ້ວຍປັນຍາ. ພະຍັຄຄະປັຊຊະ ນີ້ຮຽກວ່າ: ກັລຍານະມິຕຕະຕາ.

ພະຍັຄຄະປັຊຊະ! ກໍສະມະຊີວິຕາເປັນຢ່າງໃດ?

ພະຍັຄຄະປັຊຊະ! ກຸລະບຸຕໃນໂລກນີ້ ຮູ້ທາງຈະເຣີນແຫ່ງຊັພຍ໌ ຮູ້ທາງເສື່ອມແຫ່ງຊັພຍ໌ ແລ້ວລ້ຽງຊີວິຕພໍເໝາະ ບໍ່ຟຸມເຟືອຍ ບໍ່ຝືດເຄືອງ ດ້ວຍຄິດວ່າ ຣາຍໄດ້ຂອງເຮົາຈັກຕ້ອງເໜືອຣາຍຈ່າຍ ແລະຣາຍຈ່າຍຂອງເຮົາຈັກຕ້ອງບໍ່ເໜືອ ຣາຍໄດ້. ພະຍັຄຄະປັຊຊະ ປຽບເໝືອນຄົນຊັ່ງຕາຊິງຫລືລູກນ້ອງຂອງຄົນຊັ່ງຕາຊິງ ເມື່ອຊັ່ງເບິ່ງແລ້ວ (ຍ່ອມຮູ້ວ່າ) ຄວນລົດອອກເທົ່ານີ້ ຫລືຕ້ອງເພີ່ມເຂົ້າເທົ່ານີ້ ສັນໃດ; ກຸລະບຸຕກໍສັນນັ້ນເໝືອນກັນ ຮູ້ທາງຈະເຣີນແຫ່ງຊັພຍ໌ ຮູ້ທາງເສື່ອມແຫ່ງຊັພຍ໌ ແລ້ວລ້ຽງຊີວິຕພໍເໝາະ ບໍ່ຟຸມເຟືອຍ ບໍ່ຝືດເຄືອງ ດ້ວຍຄິດວ່າ ຣາຍໄດ້ຂອງເຮົາຈັກຕ້ອງເໜືອຣາຍຈ່າຍ ແລະຣາຍຈ່າຍຂອງເຮົາຈັກຕ້ອງບໍ່ເໜືອຣາຍໄດ້.

ພະຍັຄຄະປັຊຊະ! ຖ້າກຸລະບຸຕຜູ້ມີຣາຍໄດ້ໜ້ອຍ ແຕ່ລ້ຽງຊີວິຕຢ່າງໂອ່ໂຖງ ກໍຈະມີຜູ້ກ່າວໃຫ້ເຂົາວ່າ ກຸລະບຸຕຜູ້ນີ້ໃຊ້ໂພຄະຊັພຍ໌ເໝືອນຄົນຄ້ຽວກິນໝາກເດື່ອ ສັນນັ້ນ, ຖ້າກຸລະບຸຕຜູ້ທີ່ມີຣາຍໄດ້ຫລາຍ ແຕ່ລ້ຽງຊີວິຕຢ່າງຝືດເຄືອງ ກໍຈະມີຜູ້ກ່າວໃຫ້ເຂົາວ່າ ກຸລະບຸຕຜູ້ນີ້ຈັກຕາຍຢ່າງຄົນອະນາຖາ ແຕ່ເພາະກຸລະບຸຕນັ້ນຮູ້ທາງຈະເຣີນແຫ່ງຊັພຍ໌ ຮູ້ທາງເສື່ອມແຫ່ງຊັພຍ໌ ແລ້ວລ້ຽງຊີວິຕພໍເໝາະ ບໍ່ຟຸມເຟືອຍ ບໍ່ຝືດເຄືອງ ດ້ວຍຄິດວ່າ ຣາຍໄດ້ຂອງເຮົາຈັກຕ້ອງເໜືອຣາຍຈ່າຍ ແລະຣາຍຈ່າຍຂອງເຮົາຈັກຕ້ອງບໍ່ເໜືອຣາຍໄດ້. ພະຍັຄຄະປັຊຊະ ນີ້ຮຽກວ່າ: ສະມະຊີວິຕາ.

ພະຍັຄຄະປັຊຊະ! ໂພຄະຊັພຍ໌ທີ່ເກີດໂດຍຊອບຢ່າງນີ້ແລ້ວ ຍ່ອມມີທາງເສື່ອມ ໔ ປະກາຣຄື:

ເປັນນັກເລງຍິງ (ອິຕຖີທຸຕໂຕ);

ເປັນນັກເລງສຸຣາ (ສຸຣາທຸຕໂຕ);

ເປັນນັກເລງກາຣພະນັນ (ອັກຂະທຸຕໂຕ);

ມີມິຕຊົ່ວ ມີສະຫາຍຊົ່ວ ມີເພື່ອນຊົ່ວ

(ປາປະມິຕໂຕ ປາປະສະຫາໂຍ ປາປະສັມປະວັງໂກ);

ພະຍັຄຄະປັຊຊະ! ປຽບເໝືອນສະນ້ຳໃຫຍ່ມີທາງໄຫລເຂົ້າ ໔ ທາງ ທາງໄຫລອອກ ໔ ທາງ ບຸຣຸສຍ່ອມປິດທາງໄຫລເຂົ້າ ເປີດທາງໄຫລອອກຂອງສະນ້ຳນັ້ນ ຝົນກໍບໍ່ຕົກຕ້ອງຕາມລະດູກາລ ດ້ວຍປະກາຣຢ່າງນີ້ ສະນ້ຳໃຫຍ່ນັ້ນຍ່ອມຫວັງໄດ້ແຕ່ຄວາມເສື່ອມຢ່າງດຽວ ບໍ່ມີຄວາມຈະເຣີນເລີຍ ສັນໃດ; ພະຍັຄຄະປັຊຊະ ໂພຄະຊັພຍ໌ທີ່ເກີດຂຶ້ນໂດຍຊອບຢ່າງນີ້ ກໍສັນນັ້ນ ເໝືອນກັນ ຍ່ອມມີທາງເສື່ອມ ໔ ປະກາຣຄື:

ເປັນນັກເລງຍິງ;

ເປັນນັກເລງສຸຣາ;

ເປັນນັກເລງກາຣພະນັນ;

ມີມິຕຊົ່ວ ມີສະຫາຍຊົ່ວ ມີເພື່ອນຊົ່ວ.

ພະຍັຄຄະປັຊຊະ! ໂພຄະຊັພຍ໌ທີ່ເກີດໂດຍຊອບຢ່າງນີ້ແລ້ວ ຍ່ອມມີທາງຈະເຣີນ ໔ ປະກາຣຄື:

ບໍ່ເປັນນັກເລງຍິງ (ນະອິຕຖີທຸຕໂຕ);

ບໍ່ເປັນນັກເລງສຸຣາ (ນະສຸຣາທຸຕໂຕ);

ບໍ່ເປັນນັກເລງກາຣພະນັນ (ນະອັກຂະທຸຕໂຕ);

ມີມິຕດີ ມີສະຫາຍດີ ມີເພື່ອນດີ

(ກັລຍານະມິຕໂຕ ກັລຍານະສະຫາໂຍ ກັລຍານະສັມປະວັງໂກ);

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ