ອະບາຍມຸຂ

ໜ້າ/ 66

ພະຍັຄຄະປັຊຊະ! ປຽບເໝືອນສະນ້ຳໃຫຍ່ມີທາງໄຫລເຂົ້າ ໔ ທາງ ທາງໄຫລອອກ ໔ ທາງ ບຸຣຸສຍ່ອມເປີດທາງໄຫລເຂົ້າ ປິດທາງໄຫລອອກຂອງສະນ້ຳນັ້ນ ທັງຝົນກໍຕົກຕ້ອງຕາມລະດູກາລ ດ້ວຍປະກາຣຢ່າງນີ້ ສະນ້ຳໃຫຍ່ນັ້ນຍ່ອມຫວັງໄດ້ແຕ່ຄວາມຈະເຣີນຢ່າງດຽວ ບໍ່ມີຄວາມເສື່ອມເລີຍ ສັນໃດ; ພະຍັຄຄະປັຊຊະ ໂພຄະຊັພຍ໌ທີ່ເກີດຂຶ້ນໂດຍຊອບຢ່າງນີ້ ກໍສັນນັ້ນ ເໝືອນກັນ ຍ່ອມມີທາງຈະເຣີນ ໔ ປະກາຣຄື:

ບໍ່ເປັນນັກເລງຍິງ;

ບໍ່ເປັນນັກເລງສຸຣາ;

ບໍ່ເປັນນັກເລງກາຣພະນັນ;

ມີມິຕດີ ມີສະຫາຍດີ ມີເພື່ອນດີ.

ພະຍັຄຄະປັຊຊະ ທັມ ໔ ປະກາຣນີ້ແລ ຍ່ອມເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂໃນປັຈຈຸບັນແກ່ກຸລະບຸຕ.

ພະຍັຄຄະປັຊຊະ! ທັມ ໔ ປະກາຣນີ້ ຍ່ອມເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂໃນພາຍໜ້າແກ່ກຸລະບຸຕ, ທັມ ໔ ປະກາຣເປັນຢ່າງໃດ? ຄື:

ສັທທາສັມປະທາ,

ສີລະສັມປະທາ,

ຈາຄະສັມປະທາ,

ປັນຍາສັມປະທາ.

ພະຍັຄຄະປັຊຊະ! ກໍສັທທາສັມປະທາເປັນຢ່າງໃດ?

ພະຍັຄຄະປັຊຊະ! ກຸລະບຸຕໃນໂລກນີ້ ເປັນຜູ້ມີສັທທາ ເຊື່ອພຣະປັນຍາກາຣຕຣັສຮູ້ຂອງຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ. ພະຍັຄຄະປັຊຊະ ນີ້ຮຽກວ່າ: ສັທທາສັມປະທາ.

ພະຍັຄຄະປັຊຊະ! ກໍສີລະສັມປະທາເປັນຢ່າງໃດ?

ພະຍັຄຄະປັຊຊະ! ກຸລະບຸຕໃນໂລກນີ້ ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ, ເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌, ເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ, ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ, ເປັນຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ. ພະຍັຄຄະປັຊຊະ ນີ້ຮຽກວ່າ: ສີລະສັມປະທາ.

ພະຍັຄຄະປັຊຊະ! ກໍຈາຄະສັມປະທາເປັນຢ່າງໃດ?

ພະຍັຄຄະປັຊຊະ! ກຸລະບຸຕໃນໂລກນີ້ ມີໃຈປາສະຈາກມັສສະຣິຍະອັນເປັນມົລທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ ຍິນດີໃນກາຣສະລະ ເປັນຜູ້ຄວນແກ່ກາຣຂໍ ຍິນດີໃນກາຣຈຳແນກທານ(ທານະສັງວິພາຄະຣະໂຕ) ຢູ່ຄອງເຮືອນ. ພະຍັຄຄະປັຊຊະ ນີ້ຮຽກວ່າ: ຈາຄະສັມປະທາ.

ພະຍັຄຄະປັຊຊະ! ກໍປັນຍາສັມປະທາເປັນຢ່າງໃດ?

ພະຍັຄຄະປັຊຊະ! ກຸລະບຸຕໃນໂລກນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບ ອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ພະຍັຄຄະປັຊຊະ ນີ້ຮຽກວ່າ: ປັນຍາສັມປະທາ.

ພະຍັຄຄະປັຊຊະ! ທັມ ໔ ປະກາຣນີ້ແລ ຍ່ອມເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂໃນພາຍໜ້າແກ່ກຸລະບຸຕ.

ຄົນໝັ່ນໃນກາຣກະທຳກາຣງານ(ອຸຕຖາຕາ ກັມມະເທີຍເຍສຸ) ບໍ່ປະມາທ ຈັດກາຣງານເໝາະສົມ ລ້ຽງຊີວິຕພໍເໝາະ ຮັກສາຊັພຍ໌ທີ່ຫາມາໄດ້ ມີສັທທາ ເຖິງພ້ອມດ້ວຍສີລ ຮູ້ຄວາມປະສົງຂອງຜູ້ຂໍ ປາສະຈາກມັສສະຣິຍະ ຊຳຣະທາງທີ່ເປັນໄປເພື່ອປະໂຍຊນ໌ໃນສັມປະຣາຍະພົພເປັນນິຈ, ທັມ ໘ ປະກາຣນີ້ຂອງຜູ້ຄອງເຮືອນ ຜູ້ມີສັທທາ ອັນພຣະພຸທທະເຈົ້າຜູ້ມີພຣະນາມອັນແທ້ຈິງຕຣັສວ່າ ນຳຄວາມສຸຂມາໃຫ້ໃນໂລກທັງສອງຄື ປະໂຍຊນ໌ໃນປັຈຈຸບັນ ແລະຄວາມສຸຂໃນພາຍໜ້າ ບຸນຍ໌ຄືຈາຄະນີ້ ຍ່ອມຈະເຣີນແກ່ຄະຣືຫັສຖ໌ທັງຫລາຍດ້ວຍປະກາຣຢ່າງນີ້.

ອະບາຍມຸຂ ໖

ອະຣິຍະສາວົກຍ່ອມບໍ່ເສພທາງເສື່ອມແຫ່ງໂພຄະ ໖ ປະກາຣເປັນຢ່າງໃດ?

ຄະຫະບໍດີບຸຕ! ກາຣປະກອບເນື່ອງໆເຊິ່ງສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ເປັນທາງເສື່ອມແຫ່ງໂພຄະ.

ກາຣປະກອບເນື່ອງໆເຊິ່ງກາຣທ່ຽວໄປຕາມຕອກຊອກຊອຍໃນເວລາວິກາລ ເປັນທາງເສື່ອມແຫ່ງໂພຄະ.

ກາຣປະກອບເນື່ອງໆເຊິ່ງກາຣທ່ຽວຫລິ້ນງານບັນເທີງ ເປັນທາງເສື່ອມແຫ່ງໂພຄະ.

ກາຣປະກອບເນື່ອງໆເຊິ່ງກາຣພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ເປັນທາງເສື່ອມແຫ່ງໂພຄະ.

ກາຣປະກອບເນື່ອງໆເຊິ່ງກາຣຄົບຄົນຊົ່ວເປັນມິຕ ເປັນທາງເສື່ອມແຫ່ງໂພຄະ.

ກາຣປະກອບເນື່ອງໆເຊິ່ງຄວາມກຽດຄ້ານ ເປັນທາງເສື່ອມແຫ່ງໂພຄະ.

ສຸຕຕັນຕະປິດົກ ທີຄະນິກາຍ ໑໑/໑໔໐/໑໗໘

ໂທສພັຍຂອງສຸຣາເມຣັຍ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ