ອະບາຍມຸຂ
ໜ້າ/ 66
ຂໍພຣະຕະຖາຄົຕອະຣະຫັນຕະສັມມາສັມພຸທທະ
ຈົ່ງອຸບັຕຂຶ້ນໃນໂລກ,
ຂໍເຮົາຈົ່ງໄດ້ນັ່ງໃກ້ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ,
ຂໍພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນຈົ່ງຊົງສະແດງທັມແກ່ເຮົາ,
ແລະຂໍເຮົາໄດ້ຮູ້ທົ່ວເຖິງທັມຂອງພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນເຖີດ.
ພິກຂຸທັງຫລາຍ! ກໍເຣື່ອງນັ້ນ ເຮົາບໍ່ໄດ້ຟັງຕໍ່ສະມະນະຫລືພຣາມອື່ນໆແລ້ວຈຶ່ງບອກ ກໍເຮົາບອກເຣື່ອງທີ່ຮູ້ເອງ ເຫັນເອງ ຊາບເອງທັງນັ້ນ.
ພຣະຜູ້ມີພຣະພາຄຜູ້ສຸຄົຕສາສດາຄັນໄດ້ຕຣັສໄວຍາກອຣພາສິຕນີ້ແລ້ວ ຈຶ່ງໄດ້ຕຣັສຄາຖາປະພັນຕໍ່ໄປອີກວ່າ:
ນໍຣະຊົນເຫລົ່າໃດຍັງເປັນມານົພ ອັນເທວະທູຕຕັກເຕືອນແລ້ວປະມາທຢູ່ ນໍຣະຊົນເຫລົ່ານັ້ນຈະເຂົ້າເຖິງໝູ່ສັຕຊົ່ວ ເສົ້າໂສກສິ້ນກາລະນານ.
ສ່ວນນໍຣະຊົນເຫລົ່າໃດ ເປັນສັປບຸຣຸສຜູ້ສງົບໃນໂລກນີ້ ອັນເທວະທູຕຕັກເຕືອນແລ້ວ ຍ່ອມບໍ່ປະມາທໃນທັມຂອງພຣະອະຣິຍະໃນກາລໃດໆ ເຫັນພັຍໃນຄວາມຖືໝັ້ນອັນເປັນເຫຕແຫ່ງຊາຕແລະມະຣະນະແລ້ວ ບໍ່ຖືໝັ້ນ ຫລຸດພົ້ນໃນທັມອັນເປັນທີ່ສິ້ນຊາຕແລະມະຣະນະໄດ້ ນໍຣະຊົນເຫລົ່ານັ້ນເປັນຜູ້ເຖິງຄວາມກະເສມ ມີສຸຂ ດັບສນິດໃນປັຈຈຸບັນ ລ່ວງເວຣແລະພັຍທັງປວງ ຍ່ອມຂ້າມພົ້ນທຸກຂ໌ທັງປວງໄດ້.
ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໒໕໕-໒໖໔/໕໐໔-໕໒໕
ກາຣຄ້າຂາຍ ໕ ປະກາຣ ອຸປາສົກບໍ່ຄວນກະທໍາ
ພິກຂຸທັງຫລາຍ! ກາຣຄ້າຂາຍ ໕ ປະກາຣນີ້ ອຸປາສົກບໍ່ຄວນກະທຳ, ໕ ປະກາຣເປັນຢ່າງໃດ? ຄື:
ກາຣຄ້າຂາຍອາວຸດ (ສັຕຖະວະນິຊຊາ),
ກາຣຄ້າຂາຍສັຕ (ສັຕຕະວະນິຊຊາ),
ກາຣຄ້າຂາຍຊີ້ນສັຕ (ມັງສະວະນິຊຊາ),
ກາຣຄ້າຂາຍສິ່ງມຶນເມົາ (ມັຊຊະວະນິຊຊາ),
ກາຣຄ້າຂາຍຢາພິດ (ວິສະວະນິຊຊາ),
ພິກຂຸທັງຫລາຍ! ກາຣຄ້າຂາຍ ໕ ປະກາຣນີ້ແລ ອຸປາສົກບໍ່ຄວນກະທຳ.
ໂພຄະຊັພຍ໌ທີ່ເກີດຂຶ້ນໂດຍຊອບ
ຍ່ອມມີທາງເສື່ອມ ໔ ປະກາຣ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ນິຄົມຂອງຊາວໂກລິຍະຊື່ ກັກກະຣະປັຕຕະ ໃກ້ເມືອງໂກລິຍະ ຄັ້ງນັ້ນແລ ໂກລິຍະບຸຕຊື່ ທີຄະຊານຸ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເປັນຄະຣືຫັສຖ໌ຍັງບໍຣິໂພຄກາມ ຢູ່ຄອງເຮືອນ ນອນບຽດບຸຕ ໃຊ້ຈັນທນ໌ໃນແຄວ້ນກາສີ ຍັງຊົງດອກໄມ້ຂອງຫອມແລະເຄື່ອງລູບທາ ຍັງຍິນດີເງິນແລະຄຳຢູ່.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄໂປດຊົງສະແດງທັມທີ່ເໝາະແກ່ຂ້ານ້ອຍດ້ວຍ ອັນເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂໃນປັຈຈຸບັນ ເພື່ອປະໂຍຊນ໌ ເພື່ອຄວາມສຸຂໃນພາຍໜ້າເຖີດ.
ພະຍັຄຄະປັຊຊະ! ທັມ ໔ ປະກາຣນີ້ ຍ່ອມເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂໃນປັຈຈຸບັນແກ່ກຸລະບຸຕ, ໔ ປະກາຣເປັນຢ່າງໃດ? ຄື:
ອຸຕຖານະສັມປະທາ,
ອາຣັກຂະສັມປະທາ,
ກັລຍານະມິຕຕະຕາ,
ສະມະຊີວິຕາ.
ພະຍັຄຄະປັຊຊະ! ກໍອຸຕຖານະສັມປະທາເປັນຢ່າງໃດ?
ພະຍັຄຄະປັຊຊະ! ກຸລະບຸຕໃນໂລກນີ້ ລ້ຽງຊີພດ້ວຍກາຣໝັ່ນປະກອບກາຣງານ:
ຖ້າເຮັດກະສິກັມ (ກະສິຍາ ຍະທິ),
ຖ້າກະທຳກາຣຄ້າຂາຍ (ວະນິຊຊາຍະ ຍະທິ),
ຖ້າລ້ຽງສັຕ (ໂຄຣັກເຂນະ ຍະທິ),
ຖ້າເປັນນາຍທະນູ (ອິສສັຕເຖນະ ຍະທິ),
ຖ້າເປັນຣາຊະບຸຣຸສ (ຣາຊະໂປຣິເສນະ ຍະທິ),
ຫລືສີລະປະຢ່າງໃດຢ່າງໜຶ່ງ (ສິປປັນຍະຕະເຣນະ),
ກໍເປັນຜູ້ຂະຫຍັນ ບໍ່ກຽດຄ້ານໃນກາຣງານນັ້ນ ປະກອບດ້ວຍປັນຍາເຄື່ອງສອດສ່ອງ ອັນເປັນອຸບາຍໃນກາຣງານນັ້ນ ສາມາດກະທຳໄດ້ ສາມາດຈັດກາຣໄດ້ (ຕັຕຖະ ທັກໂຂ ໂຫຕິ ອະນະລະໂັຕຣຸປາຍາຍະ ວິມັງສາຍະ ສະມັນນາຄະໂຕ ອະລັງ ກາຕຸງ ອະລັງ ສັງວິທາຕຸງ) ພະຍັຄຄະປັຊຊະ ນີ້ຮຽກວ່າ: ອຸຕຖານະສັມປະທາ.
ພະຍັຄຄະປັຊຊະ! ກໍອາຣັກຂະສັມປະທາເປັນຢ່າງໃດ?








