ອະບາຍມຸຂ

ໜ້າ/ 66

ພິກຂຸທັງຫລາຍ! ຍ່ອມມີສມັຍທີ່ໃນບາງຄັ້ງບາງຄາວ ໂດຍລ່ວງໄລຍະເວລາອັນຍາວນານ ປະຕູດ້ານໜ້າຂອງມະຫານະຣົກເປີດ ສັຕນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫລາຍກໍເປັນຄວັນພຸ່ງອອກ ແຕ່ອະວັຍວະທີ່ຖືກແຍກອອກແລ້ວຈະກັບຄົງຣູປເດີມທັນທີ ສັຕນັ້ນຈະອອກທາງປະຕູນັ້ນໄດ້ ແຕ່ວ່າມະຫານະຣົກນັ້ນແລ ມີນະຣົກເຕັມດ້ວຍຄູຖໃຫຍ່ປະກອບຢູ່ຮອບດ້ານ ສັຕນັ້ນຈະຕົກລົງໃນນະຣົກຄູຖນັ້ນ ແລະໃນນະຣົກຄູຖນັ້ນແລ ມີໝູ່ສັຕປາກດັ່ງເຂັມຄອຍເຊືອດເສືອນຜິວ ແລ້ວເຊືອດເສືອນໜັງ ແລ້ວເຊືອດເສືອນຊີ້ນ ແລ້ວເຊືອດເສືອນເອັນ ແລ້ວເຊືອດເສືອນກະດູກ ແລ້ວກິນເຍື້ອໃນກະດູກ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນນະຣົກຄູຖນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ແລະນະຣົກຄູຖນັ້ນ ມີນະຣົກທີ່ເຕັມດ້ວຍເຖົ່າຮ້ອນ ໃຫຍ່ ປະກອບຢູ່ຮອບດ້ານ ສັຕນັ້ນຈະຕົກລົງໄປໃນນະຣົກເຖົ່າຮ້ອນນັ້ນ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນນະຣົກເຖົ່າຮ້ອນນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ແລະໃນນະຣົກເຖົ່າຮ້ອນນັ້ນ ມີປ່າງິ້ວໃຫຍ່ປະກອບຢູ່ຮອບດ້ານ ຕົ້ນສູງຮຽວຂຶ້ນໄປ ໑ ໂຍຊນ໌ ມີໜາມຍາວ ໑໖ ອົງຄຸລີ ມີໄຟຕິດທົ່ວລຸກເປັນແປວ ເຫລົ່ານາຍນິຣະຍະບາລຈະບັງຄັບໃຫ້ສັຕນັ້ນຂຶ້ນໆ ລົງໆ ທີ່ຕົ້ນງິ້ວນັ້ນ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນຕົ້ນງິ້ວນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ແລະປ່າງິ້ວນັ້ນ ມີປ່າຕົ້ນໄມ້ໃບເປັນດາບໃຫຍ່ ປະກອບຢູ່ຮອບດ້ານ ສັຕນັ້ນຈະເຂົ້າໄປໃນປ່ານັ້ນ ຈະຖືກໃບໄມ້ທີ່ລົມພັດຕັດມືແດ່ ຕັດຕີນແດ່ ຕັດທັງມືທັງຕີນແດ່ ຕັດຫູແດ່ ຕັດດັງແດ່ ຕັດທັງຫູທັງດັງແດ່ ສັຕນັ້ນຈະສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນປ່າຕົ້ນໄມ້ໃບເປັນດາບນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ແລະປ່າຕົ້ນໄມ້ໃບເປັນດາບນັ້ນ ມີແມ່ນ້ຳໃຫຍ່ ນ້ຳເປັນກົດປະກອບຢູ່ຮອບດ້ານ ສັຕນັ້ນຈະຕົກລົງໄປໃນແມ່ນ້ຳນັ້ນ ຈະລອຍຢູ່ໃນແມ່ນ້ຳນັ້ນ ຕາມກະແສແດ່ ທວນກະແສແດ່ ທັງຕາມກະແສແລະທວນກະແສແດ່ ສັຕນັ້ນຍ່ອມ ສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນແມ່ນ້ຳນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລພາກັນເອົາເບັດເກາະສັຕນັ້ນຂຶ້ນວາງເທິງບົກ ແລ້ວກ່າວຢ່າງນີ້ວ່າ:

ດູກ່ອນທ່ານ! ເຈົ້າຕ້ອງກາຣອັນໃດ?

ສັຕນັ້ນບອກຢ່າງນີ້ວ່າ ຂ້ານ້ອຍຫິວ ຂ້ານອ້ຍ!

ເຫລົ່ານາຍນິຣະຍະບາລຈຶ່ງເອົາຂໍເຫລັກຮ້ອນມີໄຟຕິດທົ່ວ ລຸກເປັນແປວ ເປີດປາກອອກ ແລ້ວໃສ່ກ້ອນໂລຫະຮ້ອນມີໄຟຕິດທົ່ວ ລຸກເປັນແປວ ເຂົ້າໃນປາກ ກ້ອນໂລຫະນັ້ນຈະໄໝ້ສົບແດ່ ໄໝ້ປາກແດ່ ໄໝ້ຄໍແດ່ ໄໝ້ທ້ອງແດ່ ຂອງສັຕນັ້ນ ພາເອົາໄສ້ໃຫຍ່ແດ່ ໄສ້ນ້ອຍແດ່ ອອກມາທາງສ່ວນເບື້ອງລຸ່ມ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນທີ່ນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລກ່າວກັບສັຕນັ້ນຢ່າງນີ້ວ່າ:

ດູກ່ອນທ່ານ! ເຈົ້າຕ້ອງກາຣອັນໃດ?

ສັຕນັ້ນບອກຢ່າງນີ້ວ່າ ຂ້ານ້ອຍກະຫາຍ ຂ້ານອ້ຍ!

ເຫລົ່ານາຍນິຣະຍະບາລຈຶ່ງເອົາຂໍເຫລັກຮ້ອນມີໄຟຕິດທົ່ວ ລຸກເປັນແປວ ເປີດປາກອອກ ແລ້ວເອົານ້ຳທອງແດງຮ້ອນມີໄຟຕິດທົ່ວ ລຸກເປັນແປວ ຖອກເຂົ້າໄປໃນປາກ ນ້ຳທອງແດງນັ້ນ ຈະໄໝ້ສົບແດ່ ໄໝ້ປາກແດ່ ໄໝ້ຄໍແດ່ ໄໝ້ທ້ອງແດ່ ຂອງສັຕນັ້ນ ພາເອົາໄສ້ໃຫຍ່ແດ່ ໄສ້ນ້ອຍແດ່ ອອກມາທາງສ່ວນເບື້ອງລຸ່ມ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນທີ່ນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ພຣະຍາຍົມໄດ້ມີຄວາມດຳຣິຢ່າງນີ້ວ່າ:

ໂອທ່ານເອີ໋ຍ! ເປັນອັນວ່າ ເຫລົ່າສັຕທີ່ກະທຳກັມຊົ່ວໄວ້ໃນໂລກ ຍ່ອມຖືກນາຍນິຣະຍະບາລລົງໂທສຕ່າງຊະນິດເຫັນປານນີ້.

ໂອໜໍ ຂໍເຮົາຈົ່ງໄດ້ຄວາມເປັນມະນຸສ,

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ