ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະຈັບສັຕນັ້ນເອົາເທົ້າຂຶ້ນຂ້າງເທິງ ເອົາຫົວລົງຂ້າງລຸ່ມ ແລ້ວພຸ່ງລົງໃນໝໍ້ທອງແດງທີ່ຮ້ອນມີໄຟຕິດທົ່ວ ລຸກເປັນແປວ ສັຕນັ້ນຈະເດືອດເປັນຟອງຢູ່ໃນໝໍ້ທອງແດງນັ້ນ ເມື່ອເຂົາເດືອດເປັນຟອງຢູ່ ບາງຄັ້ງຟູຂຶ້ນ ບາງຄັ້ງຈົມລົງ ບາງຄັ້ງລອຍໄປທາງຂວາງ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນໝໍ້ທອງແດງນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະໂຍນສັຕນັ້ນລົງໃນມະຫານະຣົກ ກໍມະຫານະຣົກນັ້ນ ມີ ໔ ມູມ ໔ ປະຕູ ແບ່ງໄວ້ເປັນສ່ວນເທົ່າກັນ ມີກຳແພງເຫລັກອ້ອມຮອບ ຄອບໄວ້ດ້ວຍແຜ່ນເຫລັກ ມະຫານະຣົກນັ້ນມີພື້ນເປັນເຫລັກລຸກເປັນແປວ ແຜ່ໄປໄກດ້ານລະ ໑໐໐ ໂຍຊນ໌ ປະດິສຖານຢູ່ທຸກເມື່ອ.
ພິກຂຸທັງຫລາຍ! ມະຫານະຣົກນັ້ນມີແປວໄຟພຸ່ງອອກຈາກຝາດ້ານໜ້າເຖິງຝາດ້ານຫລັງ ພຸ່ງຈາກຝາດ້ານຫລັງເຖິງຝາດ້ານໜ້າ ພຸ່ງຈາກຝາດ້ານເໜືອເຖິງຝາດ້ານໃຕ້ ພຸ່ງຈາກຝາດ້ານໃຕ້ເຖິງຝາດ້ານເໜືອ ພຸ່ງຈາກຂ້າງລຸ່ມເຖິງຂ້າງເທິງ ພຸ່ງຈາກຂ້າງເທິງເຖິງຂ້າງລຸ່ມ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນມະຫານະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.
ພິກຂຸທັງຫລາຍ! ຍ່ອມມີສມັຍທີ່ໃນບາງຄັ້ງບາງຄາວ ໂດຍລ່ວງໄລຍະເວລາອັນຍາວນານ ປະຕູດ້ານໜ້າຂອງມະຫານະຣົກເປີດ ສັຕນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫລາຍກໍເປັນຄວັນພຸ່ງອອກ ແຕ່ອະວັຍວະທີ່ຖືກແຍກອອກແລ້ວຈະກັບຄົງຣູປເດີມທັນທີ ແລະໃນຂະນະທີ່ສັຕນັ້ນໃກ້ຈະເຖິງປະຕູ ປະຕູນັ້ນຈະປິດ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນມະຫານະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.
ພິກຂຸທັງຫລາຍ! ຍ່ອມມີສມັຍທີ່ໃນບາງຄັ້ງບາງຄາວ ໂດຍລ່ວງໄລຍະເວລາອັນຍາວນານ ປະຕູດ້ານຫລັງຂອງມະຫານະຣົກເປີດ ສັຕນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫລາຍກໍເປັນຄວັນພຸ່ງອອກ ແຕ່ອະວັຍວະທີ່ຖືກແຍກອອກແລ້ວຈະກັບຄົງຣູປເດີມທັນທີ ແລະໃນຂະນະທີ່ສັຕນັ້ນໃກ້ຈະເຖິງປະຕູ ປະຕູນັ້ນຈະປິດ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນມະຫານະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.
ພິກຂຸທັງຫລາຍ! ຍ່ອມມີສມັຍທີ່ໃນບາງຄັ້ງບາງຄາວ ໂດຍລ່ວງໄລຍະເວລາອັນຍາວນານ ປະຕູດ້ານເໜືອຂອງມະຫານະຣົກເປີດ ສັຕນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫລາຍກໍເປັນຄວັນພຸ່ງອອກ ແຕ່ອະວັຍວະທີ່ຖືກແຍກອອກແລ້ວຈະກັບຄົງຣູປເດີມທັນທີ ແລະໃນຂະນະທີ່ສັຕນັ້ນໃກ້ຈະເຖິງປະຕູ ປະຕູນັ້ນຈະປິດ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນມະຫານະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.
ພິກຂຸທັງຫລາຍ! ຍ່ອມມີສມັຍທີ່ໃນບາງຄັ້ງບາງຄາວ ໂດຍລ່ວງໄລຍະເວລາອັນຍາວນານ ປະຕູດ້ານໃຕ້ຂອງມະຫານະຣົກເປີດ ສັຕນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫລາຍກໍເປັນຄວັນພຸ່ງອອກ ແຕ່ອະວັຍວະທີ່ຖືກແຍກອອກແລ້ວຈະກັບຄົງຣູປເດີມທັນທີ ແລະໃນຂະນະທີ່ສັຕນັ້ນໃກ້ຈະເຖິງປະຕູ ປະຕູນັ້ນຈະປິດ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນມະຫານະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.








