ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ບໍ່ມີສັທທາ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ບໍ່ມີສັທທາ, ສັຕທີ່ບໍ່ມີຫິຣິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ບໍ່ມີຫິຣິ, ສັຕທີ່ບໍ່ມີໂອຕຕັປປະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ບໍ່ມີໂອຕຕັປປະ, ສັຕທີ່ມີສຸຕະໜ້ອຍ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີສຸຕະໜ້ອຍ, ສັຕທີ່ກຽດຄ້ານ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ກຽດຄ້ານ, ສັຕທີ່ມີສະຕິຫລົງລືມ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີສະຕິຫລົງລືມ, ສັຕທີ່ມີປັນຍາຊາມ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີປັນຍາຊາມ.
ແມ່ນແຕ່ໃນອະດີຕກາລ ສັຕທັງຫລາຍກໍໄດ້ຄົບຄ້າກັນ ໄດ້ສະມາຄົມກັນໂດຍທາຕ ຄືສັຕທີ່ບໍ່ມີສັທທາ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ບໍ່ມີສັທທາ, ສັຕທີ່ບໍ່ມີຫິຣິ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ບໍ່ມີຫິຣິ, ສັຕທີ່ບໍ່ມີໂອຕຕັປປະ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ບໍ່ມີໂອຕຕັປປະ, ສັຕທີ່ມີສຸຕະໜ້ອຍ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີສຸຕະໜ້ອຍ, ສັຕທີ່ກຽດຄ້ານ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ກຽດຄ້ານ, ສັຕທີ່ມີສະຕິຫລົງລືມ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີສະຕິຫລົງລືມ, ສັຕທີ່ມີປັນຍາຊາມ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີປັນຍາຊາມ.
ແມ່ນແຕ່ໃນອະນາຄົຕກາລ ສັຕທັງຫລາຍກໍຈັກຄົບຄ້າກັນ ຈັກສະມາຄົມກັນໂດຍທາຕ ຄືສັຕທີ່ບໍ່ມີສັທທາ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ບໍ່ມີສັທທາ, ສັຕທີ່ບໍ່ມີຫິຣິ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ບໍ່ມີຫິຣິ, ສັຕທີ່ບໍ່ມີໂອຕຕັປປະ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ບໍ່ມີໂອຕຕັປປະ, ສັຕທີ່ມີສຸຕະໜ້ອຍ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີສຸຕະ ໜ້ອຍ, ສັຕທີ່ກຽດຄ້ານ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ກຽດຄ້ານ, ສັຕທີ່ມີສະຕິຫລົງລືມ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີສະຕິຫລົງລືມ, ສັຕທີ່ມີປັນຍາຊາມ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີປັນຍາຊາມ.
ແມ່ນແຕ່ໃນປັຈຈຸບັນ ສັຕທັງຫລາຍກໍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ບໍ່ມີສັທທາ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ບໍ່ມີສັທທາ, ສັຕທີ່ບໍ່ມີຫິຣິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ບໍ່ມີຫິຣິ, ສັຕທີ່ບໍ່ມີໂອຕຕັປປະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ບໍ່ມີໂອຕຕັປປະ, ສັຕທີ່ມີສຸຕະໜ້ອຍ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີສຸຕະໜ້ອຍ, ສັຕທີ່ກຽດຄ້ານ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ກຽດຄ້ານ, ສັຕທີ່ມີສະຕິຫລົງລືມ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີສະຕິຫລົງລືມ, ສັຕທີ່ມີປັນຍາຊາມ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີປັນຍາຊາມ.
ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີສັທທາ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີສັທທາ, ສັຕທີ່ມີຫິຣິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີຫິຣິ, ສັຕທີ່ມີໂອຕຕັປປະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີໂອຕຕັປປະ, ສັຕທີ່ມີສຸຕະຫລາຍ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີສຸຕະຫລາຍ, ສັຕທີ່ປຣາຣົພຄວາມພຽນ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ປຣາຣົພຄວາມພຽນ, ສັຕທີ່ມີສະຕິຕັ້ງ ໝັ້ນ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີສະຕິຕັ້ງ ໝັ້ນ, ສັຕທີ່ມີປັນຍາ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີປັນຍາ.








