ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ແມ່ນແຕ່ໃນອະດີຕກາລ ສັຕທັງຫລາຍກໍໄດ້ຄົບຄ້າກັນ ໄດ້ສະມາຄົມກັນໂດຍທາຕ ຄືສັຕທີ່ມີສັທທາ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີສັທທາ, ສັຕທີ່ມີຫິຣິ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີຫິຣິ, ສັຕທີ່ມີໂອຕຕັປປະ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີໂອຕຕັປປະ, ສັຕທີ່ມີສຸຕະຫລາຍ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີສຸຕະຫລາຍ, ສັຕທີ່ປຣາຣົພຄວາມພຽນ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ປຣາຣົພຄວາມພຽນ, ສັຕທີ່ມີສະຕິຕັ້ງໝັ້ນ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີສະຕິຕັ້ງໝັ້ນ, ສັຕທີ່ມີປັນຍາ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີປັນຍາ.

ແມ່ນແຕ່ໃນອະນາຄົຕກາລ ສັຕທັງຫລາຍກໍຈັກຄົບຄ້າກັນ ຈັກສະມາຄົມກັນໂດຍທາຕ ຄືສັຕທີ່ມີສັທທາ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີສັທທາ, ສັຕທີ່ມີຫິຣິ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີຫິຣິ, ສັຕທີ່ມີໂອຕຕັປປະ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີໂອຕຕັປປະ, ສັຕທີ່ມີສຸຕະຫລາຍ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີສຸຕະຫລາຍສັຕທີ່ປຣາຣົພຄວາມພຽນ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ປຣາຣົພຄວາມພຽນ, ສັຕທີ່ມີສະຕິຕັ້ງໝັ້ນ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີສະຕິຕັ້ງໝັ້ນ, ສັຕທີ່ມີປັນຍາ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີປັນຍາ.

ແມ່ນແຕ່ໃນປັຈຈຸບັນ ສັຕທັງຫລາຍກໍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີສັທທາ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີສັທທາ, ສັຕທີ່ມີຫິຣິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີຫິຣິ, ສັຕທີ່ມີໂອຕຕັປປະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີໂອຕຕັປປະ, ສັຕທີ່ມີສຸຕະຫລາຍ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີສຸຕະຫລາຍ, ສັຕທີ່ປຣາຣົພຄວາມພຽນ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ປຣາຣົພຄວາມພຽນ, ສັຕທີ່ມີສະຕິຕັ້ງໝັ້ນ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີສະຕິຕັ້ງໝັ້ນ, ສັຕທີ່ມີປັນຍາ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີປັນຍາ.

ສັງຍຸຕຕະນິກາຍ ນິທານະວັຄ ໑໖/໑໕໕/໓໗໓-໓໗໔

ສັຕທັງຫລາຍຍ່ອມຄົບຄ້າກັນ

ຍ່ອມສະມາຄົມກັນໂດຍທາຕ (5)

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ. ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍວ່າ: ພິກຂຸທັງຫລາຍ!

ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄວ່າ ໂດຍ ພຣະອົງຄ໌ຜູ້ຈະເຣີນ

ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:

ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕພວກທີ່ຂ້າສັຕ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ຂ້າສັຕ, ສັຕພວກທີ່ລັກຊັພຍ໌ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ລັກຊັພຍ໌, ສັຕພວກທີ່ປະພຶຕຜິດໃນກາມທັງຫລາຍ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ປະພຶຕຜິດໃນກາມທັງຫລາຍ, ສັຕພວກທີ່ເວົ້າຕົວະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວົ້າຕົວະ, ສັຕພວກທີ່ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ