ອະບາຍມຸຂ
ໜ້າ/ 66
ແມ່ນແຕ່ໃນປັຈຈຸບັນ ສັຕທັງຫລາຍກໍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ
ພິກຂຸທັງຫລາຍ! ຄູຖກັບຄູຖຍ່ອມເຂົ້າກັນໄດ້ ຮ່ວມກັນໄດ້, ມູຕກັບມູຕຍ່ອມເຂົ້າກັນໄດ້ ຮ່ວມກັນໄດ້, ເຂລະກັບເຂລະຍ່ອມເຂົ້າກັນໄດ້ ຮ່ວມກັນໄດ້, ປຸພໂພກັບປຸພໂພຍ່ອມເຂົ້າກັນໄດ້ ຮ່ວມກັນໄດ້, ໂລຫິຕກັບໂລຫິຕຍ່ອມເຂົ້າກັນໄດ້ ຮ່ວມກັນໄດ້ ສັນໃດ;
ພິກຂຸທັງຫລາຍ! ສັຕທັງຫລາຍ ກໍສັນນັ້ນແລ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ.
ແມ່ນແຕ່ໃນອະດີຕກາລ ສັຕທັງຫລາຍກໍໄດ້ຄົບຄ້າກັນ ໄດ້ສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ.
ແມ່ນແຕ່ໃນອະນາຄົຕກາລ ສັຕທັງຫລາຍກໍຈັກຄົບຄ້າກັນ ຈັກສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ.
ແມ່ນແຕ່ໃນປັຈຈຸບັນ ສັຕທັງຫລາຍກໍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ.
ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍດີ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.
ແມ່ນແຕ່ໃນອະດີຕກາລ ສັຕທັງຫລາຍກໍໄດ້ຄົບຄ້າກັນ ໄດ້ສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍດີ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.
ແມ່ນແຕ່ໃນອະນາຄົຕກາລ ສັຕທັງຫລາຍກໍຈັກຄົບຄ້າກັນ ຈັກສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍດີ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.
ແມ່ນແຕ່ໃນປັຈຈຸບັນ ສັຕທັງຫລາຍກໍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍດີ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.
ພິກຂຸທັງຫລາຍ! ນ້ຳນົມສົດກັບນ້ຳນົມສົດຍ່ອມເຂົ້າກັນໄດ້ ຮ່ວມກັນໄດ້, ນ້ຳມັນກັບນ້ຳມັນຍ່ອມເຂົ້າກັນໄດ້ ຮ່ວມກັນໄດ້, ເນີຍໃສກັບເນີຍໃສຍ່ອມເຂົ້າກັນໄດ້ ຮ່ວມກັນໄດ້, ນ້ຳເຜິ້ງກັບນ້ຳເຜິ້ງຍ່ອມເຂົ້າກັນໄດ້ ຮ່ວມກັນໄດ້, ນ້ຳອ້ອຍກັບນ້ຳອ້ອຍຍ່ອມເຂົ້າກັນໄດ້ ຮ່ວມກັນໄດ້ ສັນໃດ;
ພິກຂຸທັງຫລາຍ! ສັຕທັງຫລາຍກໍສັນນັ້ນແລ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍດີ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.
ແມ່ນແຕ່ໃນອະດີຕກາລ ສັຕທັງຫລາຍກໍໄດ້ຄົບຄ້າກັນ ໄດ້ສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍດີ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.
ແມ່ນແຕ່ໃນອະນາຄົຕກາລ ສັຕທັງຫລາຍກໍຈັກຄົບຄ້າກັນ ຈັກສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍດີ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.
ແມ່ນແຕ່ໃນປັຈຈຸບັນ ສັຕທັງຫລາຍກໍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍດີ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.
ພຣະຜູ້ມີພຣະພາຄຜູ້ສຸຄົຕສາສດາຄັນໄດ້ຕຣັສໄວຍາກອຣພາສິຕນີ້ແລ້ວ ຈຶ່ງຕຣັສຄາຖາປະພັນຕໍ່ໄປອີກວ່າ:
ກິເລສພຽງດັ່ງໝູ່ໄມ້ໃນປ່າ ເກີດຂຶ້ນເພາະກາຣຄົບຄ້າສະມາຄົມຍ່ອມຂາດໄປ ເພາະບໍ່ຄົບຄ້າສະມາຄົມ. ຄົນເກາະທ່ອນໄມ້ນ້ອຍໆ ຍ່ອມຈົມລົງໃນຫ້ວງມະຫັນນົພ ສັນໃດ, ສາທຸຊົນກໍຍ່ອມຈົມລົງເພາະອາສັຍຄົນກຽດຄ້ານ ສັນນັ້ນ. ເພາະສະນັ້ນ ຄວນເວັ້ນຄົນກຽດຄ້ານ ມີຄວາມພຽນອັນຕ່ຳຊາມນັ້ນເສຍ ຄວນຢູ່ຮ່ວມກັບບັນດິຕຜູ້ສງົບ ຜູ້ເປັນອະຣິຍະ ຜູ້ມີໃຈສູງ ຜູ້ເພັ່ງພິນິຈ ຜູ້ປຣາຣົພຄວາມພຽນເປັນນິຕ.
ສັງຍຸຕຕະນິກາຍ ນິທານະວັຄ ໑໖/໑໕໓/໓໖໘-໓໗໒
ສັຕທັງຫລາຍຍ່ອມຄົບຄ້າກັນ
ຍ່ອມສະມາຄົມກັນໂດຍທາຕ (4)
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ. ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍ...ແລ້ວໄດ້ຕຣັສວ່າ:








