ອະບາຍມຸຂ

ໜ້າ/ 66

ພຣະຍາຍົມຈຶ່ງກ່າວຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ກະທຳຄວາມດີທາງກາຍ ທາງວາຈາ ທາງໃຈໄວ້ ເພາະມົວປະມາທເສຍ ດັ່ງນີ້, ເຫລົ່ານາຍນິຣະຍະບາລຈັກລົງໂທສໂດຍອາກາຣທີ່ທ່ານປະມາທແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມາຣດາກະທຳໃຫ້ທ່ານ ບໍ່ແມ່ນບິດາກະທຳໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍກະທຳໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງຍິງກະທຳໃຫ້ທ່ານ ບໍ່ແມ່ນມິຕອະມາຕກະທຳໃຫ້ທ່ານ ບໍ່ແມ່ນຍາຕສາຍໂລຫິຕກະທຳໃຫ້ທ່ານ ບໍ່ແມ່ນສະມະນະຫລືພຣາມກະທຳໃຫ້ທ່ານ ບໍ່ແມ່ນເທວະດາກະທຳໃຫ້ທ່ານ ຕົວທ່ານເອງກະທຳເຂົ້າໄວ້ ທ່ານເທົ່ານັ້ນຈັກສເວີຍວິບາກຂອງບາບກັມນີ້.

ພິກຂຸທັງຫລາຍ! ພຣະຍາຍົມຄັນປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູຕທີ ໔ ກັບສັຕນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູຕທີ ໕ ວ່າ:

ດູກ່ອນທ່ານ! ທ່ານບໍ່ໄດ້ເຫັນເທວະທູຕທີ ໕ ປາກົຕຢູ່ໃນໝູ່ມະນຸສຫລື?

ສັຕນັ້ນທູລຢ່າງນີ້ວ່າ: ຂ້ານ້ອຍບໍ່ເຫັນເລີຍ ຂ້ານ້ອຍ!

ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ເຫັນຍິງຫລືຊາຍທີ່ຕາຍແລ້ວວັນໜຶ່ງແດ່ ສອງວັນແດ່ ສາມວັນແດ່ ຂຶ້ນພອງ ຂຽວຊ້ຳ ມີນ້ຳເຫລືອງໄຫລຢູ່ໃນໝູ່ມະນຸສຫລື?

ສັຕນັ້ນທູລຢ່າງນີ້ວ່າ: ເຫັນ ຂ້ານ້ອຍ!

ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິຢ່າງນີ້ແດ່ບໍວ່າ:

ແມ່ນແຕ່ເຮົາກໍມີຄວາມຕາຍເປັນທັມມະດາ ບໍ່ລ່ວງພົ້ນຄວາມຕາຍໄປໄດ້ ຄວນທີ່ເຮົາຈະທຳຄວາມດີທາງກາຍ ທາງວາຈາ ທາງໃຈ?

ສັຕນັ້ນທູລຢ່າງນີ້ວ່າ: ຂ້ານ້ອຍບໍ່ສາມາດ ຂ້ານ້ອຍ ມົວປະມາທເສຍ ຂ້ານ້ອຍ!

ພຣະຍາຍົມຈຶ່ງກ່າວຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ກະທຳຄວາມດີທາງກາຍ ທາງວາຈາ ທາງໃຈໄວ້ ເພາະມົວປະມາທເສຍ ດັ່ງນີ້, ເຫລົ່ານາຍນິຣະຍະບາລຈັກລົງໂທສໂດຍອາກາຣທີ່ທ່ານປະມາທແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມາຣດາກະທຳໃຫ້ທ່ານ ບໍ່ແມ່ນບິດາກະທຳໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍກະທຳໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງຍິງກະທຳໃຫ້ທ່ານ ບໍ່ແມ່ນມິຕອະມາຕກະທຳໃຫ້ທ່ານ ບໍ່ແມ່ນຍາຕສາຍໂລຫິຕກະທຳໃຫ້ທ່ານ ບໍ່ແມ່ນສະມະນະຫລືພຣາມກະທຳໃຫ້ທ່ານ ບໍ່ແມ່ນເທວະດາກະທຳໃຫ້ທ່ານ ຕົວທ່ານເອງກະທຳເຂົ້າໄວ້ ທ່ານເທົ່ານັ້ນຈັກສເວີຍວິບາກຂອງບາບກັມນີ້.

ພິກຂຸທັງຫລາຍ! ພຣະຍາຍົມຄັນປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິງເທວະທູຕທີ ໕ ກັບສັຕນັ້ນແລ້ວ ກໍຊົງນິ້ງຢູ່.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລກະທຳເຫຕຊື່ກາຣຈອງຈຳ ໕ ປະກາຣຄື:

ຕອກຕະປູເຫລັກແດງທີ່ມື ໒ ຂ້າງ, ທີ່ເທົ້າ ໒ ຂ້າງ ແລະທີ່ກາງເອິກ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະຈັບສັຕນັ້ນຂຶງພືດ(ຈັບໃຫ້ນອນຢຽດຍາວກາງແຂນຂາອອກ) ແລ້ວເອົາຂວານຖາກ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະຈັບສັຕນັ້ນເອົາເທົ້າຂຶ້ນຂ້າງເທິງ ເອົາຫົວລົງຂ້າງລຸ່ມ ແລ້ວຖາກດ້ວຍພ້າ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະຈັບສັຕນັ້ນທຽມຣົຖແລ້ວ ໃຫ້ແລ່ນກັບໄປກັບມາບົນແຜ່ນດິນທີ່ມີໄຟຕິດທົ່ວ ລຸກເປັນແປວ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະຈັບສັຕນັ້ນປີນຂຶ້ນປີນລົງເຊິ່ງພູເຂົາຖ່ານໄຟໜ່ວຍໃຫຍ່ ທີ່ມີໄຟຕິດທົ່ວ ລຸກເປັນແປວ ສັຕນັ້ນຍ່ອມສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບຢູ່ໃນພູເຂົາຖ່ານໄຟນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ